6 ເດືອນຕົ້ນປີ 2019 ດ່ານພາສີສາກົນປາງຮົກ ເກັບລາຍຮັບໄດ້ລື່ນແຜນເກືອບ 80%

10:05 | 15/07/2019

ດ່ານພາສີສາກົນປາງຮົກ ຂຶ້ນກັບກອງຄຸ້ມຄອງພາສີ II ຕັ້ງຢູ່ບ້ານປາງຮົກ ເມືອງໃໝ່ ແຂວງຜົ້ງສາລີ ຫ່າງຈາກເທສະບານເມືອງປະມານ 27 ກິໂລແມັດ, ຕາມເສັ້ນທາງຫຼວງແຫ່ງຊາດ 2E ເຂດຊາຍແດນຫຼັກໝາຍ 113 ລະຫວ່າງ ສປປ ລາວ – ສສ ຫວຽດນາມ, ດ້ານການຈັດຕັ້ງປະຕິບັດວຽກງານເກັບລາຍຮັບໃນ 6 ເດືອນຕົ້ນປີ 2019 ສາມາດປະຕິບັດໄດ້ 21,85 ຕື້ກວ່າກີບ ເທົ່າກັບ 179% ຂອງແຜນການປີ.

6 ເດືອນຕົ້ນປີ 2019 ດ່ານພາສີສາກົນປາງຮົກ ເກັບລາຍຮັບໄດ້ລື່ນແຜນເກືອບ 80%

ທ່ານ ສຸກໄຊຍະສີ ພູລະສິນ ຫົວໜ້າດ່ານພາສີສາກົນປາງຮົກ.

ທ່ານ ສຸກໄຊຍະສີ ພູລະສິນ ຫົວໜ້າດ່ານພາສີສາກົນປາງຮົກ ໃຫ້ສຳພາດວ່າ: ໃນປີ 2019 ດ່ານພາສີສາກົນປາງຮົກ ໄດ້ຮັບຕົວເລກມອບໝາຍໃຫ້ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 12,2 ຕື້ກີບ ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ 2019 ສາມາດປະຕິບັດໄດ້ 21,85 ຕື້ກວ່າກີບ ເທົ່າກັບ 179% ຂອງແຜນການປີ (ລື່ນແຜນການປີ 79%); ລາຍຮັບຕົ້ນຕໍສ່ວນໃຫຍ່ໄດ້ມາຈາກການຄ່າເຊັກພິເສດ, ນໍ້າມັນເຊື້ອໄຟ, ພາຫະນະ, ຊິ້ນສ່ວນອາໄຫຼ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ – ບໍລິໂພກ, ຄ່າທຳນຽມຄົນເຂົ້າ – ອອກຜ່ານດ່ານ, ຄ່າທໍານຽມພາຫະນະເຂົ້າ – ອອກ, ຄ່າທໍານຽມຄັງແຮນໍ້າມັນເຊື້ອໄຟ, ຄ່າບໍລິການອື່ນໆ.ສາເຫດທີ່ພາໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງດ່ານພາສີສາກົນປາງຮົກໃນ 6 ເດືອນຕົ້ນປີ 2019 ເກີນແຜນການປີ,ຍ້ອນໄດ້ຮັບການຊີ້ນໍາຢ່າງໃກ້ຊິດຕິດແທດຈາກຂັ້ນເທິງທັງສາຍຕັ້ງ ແລະ ສາຍຂວາງ, ຄະນະກອງຄຸ້ມຄອງພາສີ II, ຄະນະດ່ານໄດ້ມີມາດຕະການກົນໄກໃນການປັບປຸງວຽກງານການບໍລິຫານປະຕູດຽວທີ່ເລີ່ມປະຕິບັດໃນຕົ້ນເດືອນມີນາ ປີ 2019 ເປັນຕົ້ນມາ, ໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງພາຍໃນດ່ານເອກະພາບໃນການປະຕິບັດກົດໝາຍ ແລະ ລະບຽບການພາສີ ເຮັດໃຫ້ວຽກງານການກວດກາສິນຄ້າຂາອອກ – ຂາເຂົ້າ ແລະ ສະກັດກັ້ນການລັກລອບໜີພາສີ ແລະ ການຄ້າຂາຍເຖື່ອນພາຍໃນດ່ານດີຂຶ້ນກວ່າເກົ່າ.

ພ້ອມນັ້ນ, ຍັງໄດ້ປັບປຸງແບບແຜນວິທີການເຮັດວຽກ ເປັນຕົ້ນແມ່ນການບໍລິການວ່ອງໄວ ໂປ່ງໃສ ເພື່ອໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງບັນດາບໍລິສັດ, ຜູ້ປະກອບການ ຫຼື ນິຕິບຸກຄົນທີ່ມາໃຊ້ບໍລິການພາຍໃນດ່ານພາສີສາກົນປາງຮົກ ໂດຍໄດ້ນໍາໃຊ້ເຄື່ອງທີ່ທັນສະໄໝລະບົບແຈ້ງພາສີອັດຕະໂນມັດ ( ASYCUDA ) ທີ່ສໍາຄັນຍ້ອນພະນັກງານ – ເຈົ້າໜ້າທີ່ພາສີມີຄວາມຫ້າວຫັນ, ສູ້ຊົນ, ບຸກບືນ ແລະ ເປັນເຈົ້າການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ.ທ່ານ ສຸກໄຊຍະສີ ພູລະສິນ ເນັ້ນຕື່ມອີກວ່າ:ທິດທາງຕໍ່ໜ້າຄະນະດ່ານພາສີສາກົນປາງຮົກ ຈະເພີ່ມທະວີຄວາມເອົາໃຈໃສ່ໃນການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີຄວາມຮັບຜິດຊອບສູງ; ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ, ເຂັ້ມງວດການກວດກາສິນຄ້າ, ຕ້ານ ແລະ ສະກັດກັ້ນການລັກລອບໜີພາສີພາຍໃນດ່ານ ແລະ ນອກດ່ານ,ສ້າງແຫຼ່ງຂ່າວເພື່ອຕິດຕາມກວດກາການລັກລອບສິນຄ້າໜີພາສີທຸກຮູບແບບ, ສືບຕໍ່ຄົ້ນຄວ້າ, ປັບປຸງແກ້ໄຂການຄຸ້ມຄອງການນຳເຂົ້າສິນຄ້າທີ່ໄດ້ຮັບນະໂຍບາຍດ້ານພາສີ – ອາກອນໃຫ້ຖືກເປົ້າໝາຍ, ປັບປຸງວິທີການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມງວດ, ຖືກຕ້ອງຕາມລະບຽບກົດໝາຍພ້ອມທັງສືບຕໍ່ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ວຽກງານຕິດພັນກັບການເຄື່ອນໄຫວວຽກງານຕົວຈິງ.

(ແຫຼ່ງ​ຂໍ້​ມູນ​: ກະຊວງການເງິນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.