ຍົກ​ສູງຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ສື່ມວນ​ຊົນ, ໜັງ​ສ​ື​ພິມ​ໃນ​ການ​ຊຸກ​ຍູ້​ການ​ອົບ​ພະ​ຍົບ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ

12:12 | 17/07/2021

ຍ​ສ​ໝ - ພ​ວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​ສື່ມວນ​ຊົນ, ໜັງ​ສື​ພິມ​ເຂົ້າ​ຮ່ວມ​ຢ່າງຕັ້ງ​ໜ້າ​ກ່​ວາ ແລະ ມີ​ບົດ​ບາດ​ຄວາມ​ຮັບ​ຜິດ​ຊອບ​ກ່​ວາ​ໃນ​ການ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ລັບ​ແມ່​ຍິງ​ອົບ​ພະ​ຍົບ…

ຫວຽດ​ນາມ ເປັນ​ເຈົ​້າ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ ຫວຽດ​ນາມ ເປັນ​ເຈົ​້າ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ
ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​​ລັ​ກ​ຂາ​ການ​ລົງ​ທຶນ ຫວຽດ​ນ​າມ - EU ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາ ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​​ລັ​ກ​ຂາ​ການ​ລົງ​ທຶນ ຫວຽດ​ນ​າມ - EU ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາ
ຍົກ​ສູງຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ສື່ມວນ​ຊົນ, ໜັງ​ສ​ື​ພິມ​ໃນ​ການ​ຊຸກ​ຍູ້​ການ​ອົບ​ພະ​ຍົບ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ
​ພາບ​ປະ​ກອບ

ກ່າວ​ຄຳ​ເຫັນ​ທີ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ສື່ມວນ​ຊົນ​ໃນ​ການ​ຊຸກ​ຍູ້​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ ແລະ ມີ​ຄວາມ​ສະ​ເໝີ​ພາບ. ທ່ານ​ນາງ Valentina Barcucci ຜູ້​ຄຸ້ມ​ຄອງ​ຫ້ອງ​ການ ILO ປະ​ຈຳ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ບັນ​ດາ​ອົງ​ການ​ສື່​ມວນ​ຊົ​ນ, ໜັງ​ສື​ພິມ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​ສື່ມ​ວນ​ຊົນ, ໜັງ​ສື​ພິມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ກ່​ວາ​ໃນ​ກາ​ນ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ເລັດ​ແຮງ​ງານ​ຍິງ​ອົບ​ພະ​ຍົບ.

ທ່ານ​ນາງ Valentina Barcucci ໄດ້​ກ່າວ​ເຕືອນ​ວ່າ ແຮງ​ງານ​ຍິງ​ອົບ​ພະ​ຍົບ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າທາຍ ແລະ ຮົ້ວ​ກີດ​ຂວາງຫຼາຍ​ກ່ວ​ເພດ​ຊາຍ​ໃນ​ວິ​ວັດ​ທະ​ນາ​ການ​ອົບ​ພະ​ຍົບ. ແມ່​ຍິ​ງ​ມີ​ຄວາມ​ເປັນ​ໄດ້​ໜ້ອຍ ໃນ​ການ​ປະ​ຕິ​ບັດ​ການ​ພົບ​ພະ​ຍົບ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ເມື່ອ​ທຽບ​ໃສ່​ກັບ​ເພດ​ຊາຍ ແລະ ຖືກ​ຮັບ​ຄວາມ​ສ່ຽງຫຼາຍ​ກ່​ວາ ໃນ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ສ່ວຍ​ໃຊ້​ທາງ​ເພດ​ຍ້ອນ​ການ​ຈຳ​ແນກ​ການ​ປະ​ພຶດ​ບົນ​ພື້ນ​ຖານ​ທາງ​ເພດ.

ຈາກ​ສະ​ພາບ​ກາ​ນ​ຕົວ​ຈິງ​ດັ່ງ​ກ່າວ, ບົດ​ຮຽນ​ປະ​ສົບ​ການ​ສາ​ກົນ​ສະ​ແດງ​ໃຫ້​ເຫັນ ທັງ​ເນື້ອ​ໃນ​ ແລະ ວິ​ທີ​ການ​ລົງ​ຂ່າວ ກ່ຽວ​ກັບ​ການ​ອົບ​ພະ​ຍົບ​ທີ່​ຄວາມ​ສຳ​ຄັນ​ແທ້, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ຄື​ໃນ​ປັດ​ຈຸ​ບັນ ເມື່ອ​ພາ​ຫະ​ນະ​ຖະ​ແຫຼງ​ຂ່າວ​ທີ່​ເປັນ​ມູນ​ເຊື້ອ ແລະ ສື່ມວນ​ຊົນ​ທາງ​ສັງ​ຄົມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເຜ​ີຍ​ແຜ່​ໃນ​ຊີ​ວິດ​ການ​ເປັນ​ຢູ່.

ທ່ານ​ນາງ Valentina Barcucci ໄດ້​ຕີ​ລາ​ຄາ​ສູ​ງ ລັດ​ຖະ​ບານ ຫວຽດ​ນາມ ເມື່ອ​ມີ​ບັນ​ດາ​ຄຳ​ຕັດ​ສິນ​ຢ່າງ​ຂຽວ​ຂາດ​ໃນ​ການ​ປະ​ຕິ​ບັດ​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ ແລະ ສະ​ເໜີ​ພາບ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ປະ​ກາດ​ໃຊ້​ບັນ​ດາ​ກອບ​ກົດ​ໝາຍ​ນະ​ໂຍ​ບາຍ​ສຳ​ຄັນ, ພິ​ເສດ​ແມ່ນ​ແຜນ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ GCM…

ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ສ​ື່ມວນ​ຊົນ​ໃນ​ການ​ຊຸກ​ຍູ້​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ ແລະ ມີ​ຄວາມ​ສະ​ເໝີ​ພາບ ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສົມ​ທົບ​ກັບ​ອົງ​ການ ສ​ປ​ຊ ກ່ຽວ​ກັບ​ຄວາມ​ສະ​ເໜີ​ພາບ​ລະ​ຫວ່າງ​ຍິ່ງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ (UN Women), ອົງ​ການ​ຈັດ​ຕັ້ງແຮງ​ງານ​ສາ​ກົນ (ILO) ປະ​ຈຳ ຫວຽດ​ນາມ ທີ່​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 13 ກໍ​ລະ​ກົດ.

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ມາ​ຈາ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ILO, UN Women ແລະ ບັນ​ດາ​ອົງ​ກາ​ນ​ສ​ື່ມວນ​ຊົນ ໄດ້​ແລກ​ປ່ຽນ​ກັນ​ເພື່​ອ​ຍົກ​ອອກວິ​ທີ​ການ​ສາ​ມາດ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ, ຜ່ານ​ນັ້ນ​ສ້າງ​ເຄືອ​ຂ່າຍ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ອົບ​ພະ​ຍົບ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ແຜນ​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ GCM ຂອງ ຫວຽດ​ນາມ, ເຊິ່ງ​ໄດ້​ນາ​ຍົກ​ລັດ​ຖະ​ມົນ​ຕີ ປະ​ກາດ​ໃຊ້​ໃນ​ວັນ​ທີ 20 ມີ​ນາ 2020 ເພື່ອ​ສິດ ແລະ ຜົນ​ປະ​ໂຫຍດ​ຂອງ​ຊາວ​ອົບ​ພະ​ຍົບ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.