ທາງ​ລົດ​ໄຟ​​ເພີ່ມຖ້ຽວ​ຂຶ້ນ​ໃນ​ບຸນປີໃໝ່ 2022

20:07 | 02/01/2022

ຍສໝ - ຕາມ​ຂໍ້​ມູນຈາກ​ບໍລິສັດໃຫຍ່​ທາງ​ລົດ​ໄຟ​ຫວຽດນາມ (VNR) ​ແລ້ວ, ໜ່ວຍ​ງານ​ຈະ​ເພີ່ມຖ້ຽວ​ລົດ​ໄຟ​ໃນ​ເສັ້ນທາງ​ຮ່າ​ໂນ້ຍ - ຫວິງ, ຮ່າ​ໂນ້ຍ - ຫາຍ​ຟ່ອງ ຕື່ມອີກ ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2022.

ປ​ີ​ທ່ອ​ງ​ທ່​ຽວ​ແຫ່ງ​ຊາດ 2022 ໄດ້​ຈັດ​ຂຶ້ນ​ຢູ່ ​ແຂວງກວາງ​ນາມ ປ​ີ​ທ່ອ​ງ​ທ່​ຽວ​ແຫ່ງ​ຊາດ 2022 ໄດ້​ຈັດ​ຂຶ້ນ​ຢູ່ ​ແຂວງກວາງ​ນາມ
ຮ່າ​ໂນ້ຍ ບໍ່​ຈັດ​ຕັ້ງພິ​ທີ ຮ່າ​ໂນ້ຍ ບໍ່​ຈັດ​ຕັ້ງພິ​ທີ "countdown", ຍິງບັ້ງໄຟດອກ ໃນ​ປີ​ໃໝ່ 2022

ລະອຽດ​ແມ່ນ​ເສັ້ນ​ທາງ​ລົດ​ໄຟ​ຮ່າ​ໂນ້ຍ-ຫວິງ ​ແລ່ນ​ລົດ​ໄຟ​ຄູ່ NA1/NA2. ​ລົດ​ໄຟ NA1 ອອກ​ຈາກ​ສະຖານີ​ຮ່າ​ໂນ້ຍ ​ເວລາ 22 ໂມງ 15 ນາມີ ວັນ​ທີ 31 ທັນວາ 2021; ກົງ​ກັນ​ຂ້າມ, ລົດ​ໄຟ NA2 ອອກ​ຈາກ​ສະ​ຖາ​ນີ ຫວິງ ໃນ​ເວ​ລາ 21 ໂມງ 25 ນາທີ ​ຂອງ​ວັນ​ທີ 3 ມັງ​ກອນ 2022.

ທາງ​ລົດ​ໄຟ​​ເພີ່ມຖ້ຽວ​ຂຶ້ນ​ໃນ​ບຸນປີໃໝ່ 2022
ທາງ​ລົດ​ໄຟ​​ເພີ່ມຖ້ຽວ​ຂຶ້ນ​ໃນ​ບຸນປີໃໝ່ 2022. ພາບ: kinhtedothi.vn

ໃນ​ເສັ້ນ​ທາງ​ຮ່າ​ໂນ້ຍ - ຫາຍ​ຟ່ອງ, VNR ໄດ້​ຈັດ​​ເພີ່ມລົດ​ໄຟ 4 ​ຖ້ຽວ. ຢູ່​ສະຖານີ​ຮ່າ​ໂນ້ຍ, ​ລົດ​ໄຟ LP7 ​ໄດ້​ເລີ່ມອອກເດີນທາງ​​ເວລາ 18 ໂມງ 15 ນາທີ ວັນ​ທີ 3 ມັງກອນ 2022. ຢູ່ສະຖານີລອງບຽນ, ລົດໄຟ LP3 ອອກເດີນທາງເວລາ 9 ໂມງ 25 ນາທີ ຂອງວັນທີ 4 ມັງກອນ 2021.

ຢູ່ຫາຍ​ຟ່ອງ, ລົດໄຟ LP8 ​ໄດ້​ອອກ​ເດີນທາງ​ເວລາ 15 ​ໂມງ​ຂອງ​ວັນ​ທີ 3 ມັງກອນ​ປີ 2022; ລົດໄຟ HP2 ອອກເດີນທາງເວລາ 18 ໂມງ 40 ນາທີ ໂມງຂອງວັນທີ 3 ມັງກອນ 2022.

ລົດ​ໄຟ​ໃນ​ເສັ້ນ​ທາງ ຮ່າ​ໂນ້ຍ - ຫາຍ​ຟ່ອງ ຮັບ​ຜູ້​ໂດຍ​ສານ​ຢູ່​ບັນ​ດາ​ສະ​ຖາ​ນີ ຫາຍ​ຟ່ອງ, ຝູ​ໄທ, ຫາຍ​ເຢືອງ, ເກິ​ມ​ຢາງ, ຢາເລິມ, ລອງ​ບຽນ, ຮ່າ​ໂນ້ຍ ແລະ ຮັບ​ຂົນສົ່ງ​ກະ​ເປົ໋າ, ລົດ​ຖີບ ແລະ ລົດ​ຈັກ​ຢູ່​ບັນ​ດາ​ສະ​ຖາ​ນີທີ່ຢຸດຈອດ.

ຂະແໜງທາງລົດໄຟ ກໍ່ນຳໃຊ້ຮູບແບບຂາຍປີ້ຍົນເຕັມຕູ້ລົດໄຟ, ຫ້ອງໂດຍສານ ແລະ ລາຄາປີ້ລົດຫຼຸດລົງ 10-15% ແລະ ໄດ້ກິນອາຫານໂດຍບໍ່ເສຍຄ່າ.

ບູນມີ

ເຫດການ
302 Found

Found

The document has moved here.