ທ່ານໝໍຫວຽດນາມ ຮັບລາງວັນ Nikkei ທະວີບອາຊີ ຂົງເຂດ ວິທະຍາສາດເຕັກໂນໂລຊີ

16:12 | 15/06/2018

ຍ​ສ​ໝ - ສາດສະດາຈານ ປອ ຫງວ໋ຽນແທັງລຽມ ຫາກໍ່ໄດ້ຮັບການເຊີດຊູຊົມເຊີຍ ຍ້ອນການປະກອບ ເຂົ້າໃນເຕັກນິກການຜ່າຕັ້ດພາຍໃນ ພະແນກເດັກນ້ອຍ.

ທ່ານໝໍຫວຽດນາມ ຮັບລາງວັນ Nikkei ທະວີບອາຊີ ຂົງເຂດ ວິທະຍາສາດເຕັກໂນໂລຊີ

​ທ່ານ Naotoshi Okada, ​ປະ​ທານ ແລະ ອຳ​ນວຍ​ການ​ໃຫຍ່ ຂອງ​ສະ​ຫະ​ບໍ​ລິ​ສັດ Nikkei ມອບ​ລາງວັນ Nikkei ທະ​ວີບ​ອາ​ຊີ 2018 ​ໃຫ້ ສ​ຈ ຫງວ໋ຽນ​ແທງ​ລຽມ ທີ່ ໂຕ​ກຽວ (ຢີ​ປຸ່ນ).

ທ່ານສ​ຈ Hiroshi Matsumoto, ປະທານ ຄະນະກໍາມະການ ການ​ຄັດ​ເລືອກ ລາງວັນ Nikkei 2018 ຂົງ​ເຂດ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ກ່າວວ່າ: "ສຈ ຫງວ໋ຽນ​ແທັງ​ລຽມ ແມ່ນຜູ່ທໍາອິດທີ່ຜ່າ​ຕັດ​ພາຍ​ໃນ ພະ​ແນກ​ເດັກ​ນ້ອຍ ຢູ ຫວຽດນາມ.ລາວກໍ່​ແມ່ນ​ຄົນ​ລິ​ເລີ່ມ ການ​ຜ່າ​ຕັດ​ດ້ວຍ​ຫຸ່ນ​ຍົນ ແລະ ເຕັກນິກອັນກ້າວຫນ້າອື່ນໆ, ເຮັດໃຫ້ຊີວິດການ​ເປັນ​ຢູ ຂອງເດັກນ້ອຍ​ມີການປ່ຽນແປງ. ໃນປັດຈຸບັນ, ໝໍຜ່າຕັດຫຼາຍໆຄົນໃນໂລກໄດ້ເອີ້ນ​ຊື່​ລາວ​ວ່າ: ລຽມເທັ​ກ Liem’tech (ເຕັກນິກຂອງ ສ​ຈ ລຽມ). "

ທ່ານໝໍຫວຽດນາມ ຮັບລາງວັນ Nikkei ທະວີບອາຊີ ຂົງເຂດ ວິທະຍາສາດເຕັກໂນໂລຊີ

ສຈ ຫງວ໋ຽນ​ແທັງ​ລຽມ ຖ່າຍ​ພາບ​ຮ່ວມ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ​ ອາ​ເບະ .

ໃນປີ 1997, ສຈ ຫງວ໋ຽນ​ແທັງ​ລຽມ - ຜູ້ອໍານວຍການສະຖາບັນຄົ້ນຄ້ວາຈຸລັງ ແລະ ເຕັກ​ໂນ​ໂລ​ຊີ Gen Vinmec ເປັນທີ່ຮູ້ທົ່ວໄປໃນວົງ​ການ​ການ​ແພດ​ສາ​ກົນ ເປັນນັກຜ່າຕັດຄັ້ງທໍາອິດຂອງຫວຽດນາມ ຜ່າ​ຕັດ​ຮັກ​ສາ​ໂລກ ກະ​ເພາະ​ຂະ​ຫຍາຍ​ໂຕ​ຜິດ​ກະ​ຕິ​ຕັ້ງ​ແຕ່​ເກີດ. ດັ່ງນັ້ນ, ຫວຽດນາມກາຍເປັນປະ​ເທດທໍາອິດຫນຶ່ງໃນບັນດາປະເທດ ຂອງອາຊີຕາເວັນອອກສ່ຽງໃຕ້ ເຮັດການຜ່າຕັດ ​ພາຍ​ໃນ ໃຫ້​ເດັກ​ນ້ອຍ ສຳ​ເລັດ. ໃນປີ 2002, ລາວໄດ້​ຜ່າ​ຕັດ ພາຍ​ໃນ ຮັກ​ສາ​ໂລກ ກະ​ດູກ​ຂ້າງ​ຫຼຸດ​ໃຫ້​ເດັກ​ນ້ອຍ​ສຳ​ເລັດ.

ສຈ ຫງວ໋ຽນ​ແທັງ​ລຽມ ມີ​ຜົນ​ງານ​​ໂຄງ​ການ​ຄົ້ນ​ຄວ້າວິ​ທະ​ຍາ​ສາດ ໄດ້​ຖືກ​ຈັດ​ພິມຢູ່​ໃນ​ວາ​ລະ​ສານ ສາ​ກົນ, ໄດ້​ຮັບ​ການ​ເຊື້ອ​ເຊີນ​ໄປ​ສອນ ໃນຫຼາຍປະເທດ. ໃນປັດຈຸບັນ, ເຕັກນິກການຜ່າຕັດຂອງ ສຈ ຫງວ໋ຽນ​ແທັງ​ລຽມ ໄດ້ຖືກນໍາເຂົ້າໃຊ້ໃນບັນ​ດາໂຮງຫມໍໃນປະເທດ ແລະຕ່າງປະເທດເຊັ່ນ: ອາເມລິກາ, ອີຕາລີ, ເນເທີແລນ, ໄທ, ອິນໂດເນເຊຍ, ຟີລິບປິນ.

ທ່ານໝໍຫວຽດນາມ ຮັບລາງວັນ Nikkei ທະວີບອາຊີ ຂົງເຂດ ວິທະຍາສາດເຕັກໂນໂລຊີ

ຫ້ອງ​ຜ່າ​ຕັດ​ທີ່ ສຈ ຫງວ໋ຽນ​ແທັງ​ລຽມ ເຮັດ​ການ​ຜ່າ​ຕັດ​ໃຫ້​ຄົນ​ເຈັບ.

ກ່ອນຫນ້ານີ້, ສະ​ຫະ​ບໍ​ລິ​ສັດ Nikkei Inc (ປະເທດຍີ່ປຸ່ນ) ປະກາດລາຍຊື່ຂອງບຸກຄົນທີ່ໄດ້ປະກອບສ່ວນອັນ​ຍິ່ງ​ໃຫຍ່ ເຂົ້າ​ໃນ​ການປັບປຸງຊີວິດຂອງປະຊາຊົນ ໃນ​ທະ​ວີບອາຊີ. ສຈ ຫງວ໋ຽນ​ແທັງ​ລຽມ ແມ່ນ​ທ່ານຫມໍຫວຽດນາມຄົນທໍາອິດທີ່ໄດ້ຮັບລາງວັນ ທີ່ມີຊື່ສຽງແລະ​ໜ້າ​ເຊື່ອ​ຖື​ດັ່ງ​ກ່າວນີ້.

ລາງວັນ Nikkei ອາຊີໄດ້ຖືກສ້າງຕັ້ງຂຶ້ນໂດຍ ສະ​ຫະບໍລິສັດ ໂທ​ລະ​ພາບ​ອັນ​ດັບ​ຕົ້ນ​ຂອງ ຂອງຍີ່ປຸ່ນ ຄື: Nikkei Inc ,ມອບ​ລາງວັນ​ເທື່ອ​ທຳ​ອິດ ແມ່ນ​ໃນປີ 1996 ແລະຖືກຈັດຂຶ້ນໃນແຕ່ລະປີ. ລາງວັນແມ່ນມອບໃຫ້ແກ່ບຸກຄົນ ແລະ ອົງການຈັດຕັ້ງ ທີ່ປະກອບສ່ວນແລະ ອຸ​ທິດ ເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ​ທະ​ວີບອາຊີໃນ 3 ຂົງເຂດຄື: ​ຂົງ​ເຂດ ເສດຖະກິດ ແລະ ພັດ​ທະ​ນາ ທຸ​ລະ​ກິດ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ແລະ ວັນ​ນະ​ຄະ​ດີ.

ນັບແຕ່ປີ 1996, ຫວຽດນາມ ໄດ້ມີ 5 ຄົນ​ແລ້ວ​ທີ່​ໄດ້ ຮັບລາງວັນ Nikkei ຄື: ຂົງ​ເຂດ​ເສດ​ຖະ​ກິດ: ທ່ານ​ ສ​ຈ ວໍ໋​ຕ່ອງ​ຊົນ(2002), ທ່ານ ເຈືອງ​ຢາ​ບິ່ງ(2013), ທ່ານ​ນາງ ມາຍ​ກ່ຽວ​ລຽນ(2015); ຂົງ​ເຂດວັດທະນະທໍາ: ສິລະ​ປິ​ແຫ່ງ​ຊາດ ດັ້ງ​ເຢີດ​ມິງ(1999) ແລະ ນັກ​ຂຽນ ບ້າວ​ນິງ(2011).

(ຫັດ​ທະ​ບູນ)

ເຫດການ