ພິທີເປີດກອງປະຊຸມປະຈຳປີ ຂອງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 29

06:30 | 18/12/2021

ຍສໝ - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ສືບ​ຕໍ່​ຢືນຢັນແນວທາງ​ການ​ຕ່າງປະ​ເທດ​ທີ່ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນການ​ພົວພັນ​ເປັນ​ຫຼາຍ​ຝ່າຍ ​ແລະ ເປັນຫຼາຍຮູບຫຼາຍແບບ​.

APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ
ຫວຽດນາມ ຢືນອັນດັບທີ 9 ໃນພາກພື້ນອາຊີຕາເວັນອອກ - ປາຊີຟິກ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ຫວຽດນາມ ຢືນອັນດັບທີ 9 ໃນພາກພື້ນອາຊີຕາເວັນອອກ - ປາຊີຟິກ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ

ຫວ່າງແລ້ວນີ້, ກອງ​ປະຊຸມ​ປະຈຳ​ປີ ​ຄັ້ງ​ທີ 29 ຂອງ​ເວທີ​ປາ​ໄສ​ລັດຖະສະພາ​ອາຊີ - ປາຊີ​ຟິກ (APPF-29) ​ໄດ້​ໄຂ​ຂຶ້ນ ​ໂດຍ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ​ເປັນ​ເຈົ້າພາບ ​ແລະ ​ໄດ້​ຈັດ​ຂຶ້ນ​ດ້ວຍ​ຮູບ​ແບບ​ອອນ​ລາຍ.

​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ມີ​ຜູ້​ແທນ​ປະມານ 150 ທ່ານທີ່​ມາ​ຈາກ​ບັນດາລັດຖະສະພາ​ສະມາຊິກ APPF, ບັນດານັກ​ສັງ​ເກດ​ການ ​ແລະ ແຂກຖືກເຊີນ. ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.

ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ ​ທີ 1 ກ່ຽວ​ກັບ​ບັນຫາ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ ດ້ວຍ​ຫົວ​ຂໍ້ “ບົດບາດ​ຂອງລັດຖະ​ສະພາ​ ໃນ​ການ​ຊຸກຍູ້​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ”, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ສືບ​ຕໍ່​ຢືນຢັນແນວທາງ​ການ​ຕ່າງປະ​ເທດທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນການ​ພົວພັນ​ເປັນ​ຫຼາຍ​ຝ່າຍ ​ແລະ ເປັນຫຼາຍຮູບຫຼາຍແບບ​​; ຍົກ​ສູງ​ບົດ​ບາດ ​ແລະ ເປັນເຈົ້າການປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ ມຸ່ງ​ໄປ​ເຖິງ​ເປົ້າໝາຍ​ລວມ​ ເຊິ່ງແມ່ນສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ. ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ຕ່າງໆ ​ເພື່ອ​ແນ​ໃສ່​ປັບປຸງລະບົບ​ຫຼາຍ​ຝ່າຍ, ຊຸກຍູ້ການຮ່ວມມື ມຸ່ງໄປເຖິງການ​ສ້າງ ​ອາຊີ - ປາຊີ​ຟິກ ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມເຂັ້ມແຂງດ້ວຍຕົນເອງ ​ແລະ ວັດທະນາ​ຖາວອນ​.

ພິທີເປີດກອງປະຊຸມປະຈຳປີ ຂອງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 29
ພິທີເປີດກອງປະຊຸມປະຈຳປີ ຂອງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 29. (ພາບ: vietnamplus)

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ ສະ​ເໜີ 6 ບັນຫາ​ສຳຄັນ ​ຄື: ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ລັດຖະສະພາ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຂອງ​ລັດຖະບານສະມາຊິກ APPF ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ; ສະໜັບສະໜູນ​ຢ່າງ​​ແຮງ ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂອງ APEC ​ໃນ​ການຈັດຕັ້ງ​ປະຕິບັດ​ວິ​ໄສ​ທັດ APEC ຮອດ​ປີ 2040 ກ່ຽວ​ກັບ​ປະຊາ​ຄົມ​ອາຊີ - ປາຊີ​ຟິກ ​ເປີດ, ຂະຫຍັນ​ຂັນ​ເຄື່ອນ, ໝັ້ນຄົງ​ເຂັ້ມ​ແຂງ, ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ທຸກ​ຄົນ ​ແລະ ຄົນ​ລຸ້ນຫຼັງ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ​ເພື່ອ​ສະກັດ​ກັ້ນ​ຄວາມ​ສ່ຽງ​ຂອງ​ການ​ປະ​ທະ​ກັນ, ຊອກ​ຫາ​ວິທີ​ແກ້​ໄຂບັນດາ​ບັນຫາ​ຄວາມ​ໝັ້ນຄົງ ​ແລະ ການ​ຂັດ​ແຍ້​ງກັນ ​ໂດຍ​ສັນຕິ​ວິທີ, ​ເພີ່ມ​ທະວີ​ການ​ເຈລະຈາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຫຼີກ​ເວັ້ນການ​ກະທຳ​ພຽງ​ຝ່າຍ​ດຽວ ​ແລະ ປະຕິບັດ​ຕາມ​ກົດໝາຍ​ສາກົນ; ຮຽກຮ້ອງ​ບັນດາ​ ລັດຖະສະພາ​ສະມາຊິກ APPF ຮ່ວມ​ມືກັນເພື່ອ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ລະບຽບ​ກົດໝາຍ​ຢູ່​ທະ​ເລ ​ແລະ ມະຫາ​ສະໝຸດ, ໃນນັ້ນມີສ້າງ​ທະ​ເລ​ຕາ​ເວັນ​ອອກ ​ໃຫ້​ກາຍ​ເປັນ​ທະ​ເລ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື, ຮັກສາ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການເດີນທະເລ ​ແລະ ການເດີນອາກາດ, ບໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ກໍ່ໃຫ້ເກີດຄວາມ​ສັບສົນ ຫຼື ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ, ​ແກ້​ໄຂ​ການຄັດແຍ້ງກັນສອດຄ່ອງ​ຕາມ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ ສົນທິສັນຍາສະຫະ​ປະຊາ​ຊາດ ປີ 1982 ​ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS)".

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ ຖື​ວ່າ: ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ ລະຫວ່າງ​ລັດຖະສະພາ​ ກ່ຽວ​ກັບ​ບັນດາ​ບັນຫາ​ຄວາມ​ປອດ​ໄພ​ແບບ​ໃໝ່, ​ໃນ​ນັ້ນ​ມີ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ: ຊຸກຍູ້​ການ​ຮ່ວມ​ມື​ ຖື​ປະຊາຊົນເປັນ​ໃຈກາງ ​ແລະ ມຸ່ງ​ໄປ​ເຖິງ​ປະຊາຊົນ ​ໂດຍການ​ຮັບປະກັນ​ບັນດາ​ປັດໄຈ​ຄວາມ​ປອດໄພ​ຂອງ​ມະນຸດ, ແບ່ງປັນຜົນປະໂຫຍດປະກັນຊີວິດສັງຄົມ ຈາກວິວັດການພັດທະນາເສດຖະກິດ, ຮັບປະກັນໃຫ້ທຸກພາກສ່ວນຂອງສັງຄົມ, ໂດຍສະເພາະ ແມ່ນແມ່ຍິງ, ເດັກນ້ອຍ, ຜູ້ສູງອາຍຸ ແລະ ກຸ່ມຜູ້ດ້ອຍໂອກາດ ໄດ້ຮັບຜົນປະໂຫຍດຢ່າງຈະແຈ້ງ ຈາກການຄ້າ ແລະ ການລົງທຶນເສລີ, ເປີດກວ້າງ ແລະ ຂະບວນການເຊື່ອມໂຍງເສດຖະກິດຢ່າງຍຸຕິທໍາ, ນໍາເອົາຜົນປະໂຫຍດລວມມາສູ່ທຸກຝ່າຍ.

​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະສະພາ ​ໃນ​ການ​ວາງ​ແຜນຜັງ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ ຕາມວິທີການຖືປະຊາຊົນ​ເປັນ​ໃຈກາງ, ຮັບປະກັນ​ຄວາມ​ສະ​ເໝີ​ພາບ, ຄວາມ​ຍຸຕິທຳ​ໃນ​ສັງຄົມ, ລົບ​ລ້າງ​ຄວາມທຸກ​ຍາກ ​ແລະ ​ແກ້​ໄຂ​ກ່ຽວກັບສາທາລະນະສຸກ, ການຮັບປະກັນຊີວິດສັງຄົມຢ່າງ​ຮອບດ້ານ ​ໃຫ້​ປະຊາຊົນ​ໃນ​ການ​ຟື້ນ​ຟູ​ຫຼັງໄລຍະພະຍາດ​ໂຄ​ວິດ- 19, ເປັນ​ພື້ນ​ຖານ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ແຕ່​ລະ​ປະ​ເທດ ແລະ ໃນ​ພາກ​ພື້ນ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.