ຫວຽດນາມ ບັນລຸໄດ້ບາດກ້າວຄືບໜ້າໃນຂົງເຂດສິດທິມະນຸດ

11:48 | 25/10/2021

ທ່ານນາງ Diana Torres, ຜູ້ຊ່ວຍວຽກຫົວໜ້າຜູ້ຕາງໜ້າອົງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ, ເນັ້ນໜັກວ່າ ນີ້ແມ່ນຄວາມມານະພະຍາຍາມຢ່າງຕັ້ງໜ້າ “ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບບັນດາບັນຫາສິດທິມະນຸດລະດັບສາກົນ”.

ໝູນໃຊ້ບັນດາ FTA ເພື່ອຊຸກຍູ້ການຮ່ວມມື ລະຫວ່າງຫວຽດນາມ ແລະ ສິງກະໂປ ໝູນໃຊ້ບັນດາ FTA ເພື່ອຊຸກຍູ້ການຮ່ວມມື ລະຫວ່າງຫວຽດນາມ ແລະ ສິງກະໂປ
ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ
ພາບ​ປະ​ກອບ
ພາບ​ປະ​ກອບ

ບົດລາຍງານກາງສະໄໝສະໝັກໃຈປະຕິບັດບັນດາຂໍ້ສະເໜີແນະ ຫວຽດນາມ ເຫັນດີຕາມກົນໄກສຳຫຼວດກວດກາແບບກວມລວມ (UPR) ໄລຍະ 3 ຂອງ ຫວຽດນາມ ຈະໄດ້ແນະນຳເນື່ອງໃນໂອກາດກອງປະຊຸມປະຈຳໄລຍະຄັ້ງທີ 49 ຂອງສະພາສິດທິມະນຸດສະຫະປະຊາຊາດ ເຊິ່ງຈະດຳເນີນໃນເດືອນ ມີນາປີ 2020 ທີ່ສຳນັກງານສະຫະປະຊາຊາດ, ຢູ່ ເຊີແນວ, ປະເທດ ສະວິດ.

ດ້ວຍເລື່ອງເປັນຄັ້ງທຳອິດຫວຽດນາມ ສ້າງບົດລາຍງານດັ່ງກ່າວ ເພື່ອຍື່ນສະເໜີຕໍ່ສະພາສິດທິມະນຸດສະຫະປະຊາຊາດ, ທ່ານນາງ Diana Torres, ຜູ້ຊ່ວຍວຽກຫົວໜ້າຜູ້ຕາງໜ້າອົງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ, ຕີລາຄາສູງຂໍ້ລິເລີ່ມດັ່ງກ່າວຂອງ ຫວຽດນາມ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນຄວາມມານະພະຍາຍາມຢ່າງຕັ້ງໜ້າ “ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບບັນດາບັນຫາສິດທິມະນຸດລະດັບສາກົນ”.

ໂດຍມີທັດສະນະເຊັນດຽວກັນກັບຜູ້ຕາງໜ້າ UNDP, ທ່ານ Steohen Taylor, ທີ່ປຶກສາການເມືອງ ສະຖານທູດ ອັງກິດ ປະຈຳ ຮ່າໂນ້ຍ, ຖືວ່າ ຕົວຈິງໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ບັນລຸໄດ້ບາດກ້າວຄືບໜ້າຢ່າງຕັ້ງໜ້າ ໃນການຮັບປະກັນບັນດາສິດເສດຖະກິດ ແລະ ສັງຄົມໃຫ້ແກ່ປະຊາຊົນ. ທ່ານກໍ່ຍົກສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພິເສດແມ່ນໃນໄລຍະຕົ້ນຕ້ານໂລກລະບາດ ເມື່ອ ຫວຽດນາມ ໄດ້ຍົກອອກມາດຕະການຄວບຄຸມໂລກລະບາດຢ່າງທັນການ, ມີປະສິດທິຜົນ.

ໃນຂະນະນັ້ນ, ທ່ານ Giorgio Aliberti, ເອກອັກຄະລັດຖະທູດສະຫະພາບເອີລົບ (ອີຢູ) ປະຈຳຫວຽດນາມ, ເນັ້ນໜັກວ່າ ອີຢູ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ເພື່ອບັນລຸໄດ້ບາດກ້າວຄືບໜ້າໃນການຮັບປະກັນສິດທິມະນຸດ ແລະ ປະຕິບັດຄຳໝັ້ນສັນຍາສາກົນ, ພ້ອມທັງສະແດງຄວາມເຊື່ອມໝັ້ນຕໍ່ບັນດາຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ເພື່ອສ້າງໝາກຜົນກວມລວມ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.