ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າ ໃນການປ່ອຍເງິນລົງທຶນພາກລັດ

16:18 | 10/12/2021

ຍສໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ຮຽກ​ຮ້ອງ​ໃຫ້​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງຜູ້ນຳ​ໜ້າ, ແບ່ງ​ຂັ້ນ​ ແລະ ແບ່ງ​ສິດເໝາະສົມຕາມ​ຄວາມ​ສາ​ມາດ, ຕິດ​ພັນ​ກັບ​ການຕິດຕາມ​ກວດ​ກາ​ຢ່າງ​ໃກ້​ຊິດ​ໃນ​ການ​​ປ່ອຍເງິນ​ລົງທຶນ​ພາກ​ລັດ.

ຍອດເງິນລົງທຶນຈາກຕ່າງປະເທດ ໄດ້ຈົດທະບຽນໃນ 8 ເດືອນ ບັນລຸຫຼາຍກວ່າ 19 ຕື້ USD ຍອດເງິນລົງທຶນຈາກຕ່າງປະເທດ ໄດ້ຈົດທະບຽນໃນ 8 ເດືອນ ບັນລຸຫຼາຍກວ່າ 19 ຕື້ USD
ລັດຖະບານ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນຕ່າງປະເທດ ທີ່ມາ ຫວຽດນາມ ດຳລົງທຸລະກິດແບບຍາວນານ ລັດຖະບານ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນຕ່າງປະເທດ ທີ່ມາ ຫວຽດນາມ ດຳລົງທຸລະກິດແບບຍາວນານ

ຫວ່າງແລ້ວນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​ກວດ​ກາ​ຄືນ​ຄວາມ​ຫຍຸ້ງ​ຍາກ, ຂ້ໍຕິດຄັດ, ຊຸກ​ຍູ້​ການປ່ອຍເງິນ​ລົງທຶນ​ພາກ​ລັດຢູ່ບັນ​ດາ​ກະ​ຊວງ, ອົງການ​: ກະ​ຊວງພາຍໃນ, ກະ​ຊວງ​ຕ່າງປະ​ເທດ, ກະ​ຊວງປ້ອງ​ກັນ​ປະ​ເທດ, ກະ​ຊວງຍຸຕິ​ທຳ, ກະ​ຊວງຕຳຫຼວດ, ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ, ຫ້ອງ​ວ່າການ​ລັດຖະບານ ​ແລະ ຄະນະ​ກຳມະການ​ຊົນເຜົ່າ

ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າ ໃນການປ່ອຍເງິນລົງທຶນພາກລັດ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ. (ພາບ: TTXVN)

ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າມ​ບິ່ງ​ມິງ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ຈົ່ງ​ສຸມ​ໃສ່​ຊີ້​ແຈ້ງ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ຂ້ໍຕິດຄັດ, ກໍ່ຄື ​ຄວາມຕັດສິນໃຈ​ຂອງ​ກະຊວງ, ອົງການ​ໃນ​ການ​ການ​ປ່ອຍເງິນ​ລົງທຶນ​ພາກ​ລັດ ​ໃນ​ເດືອນ​ທ້າຍ​ປີ 2021.

ການ​ນຳ​ຂອງ​ຫຼາຍ​ກະຊວງ, ອົງການ ​ສະ​ເໜີ​ໃຫ້​ມີ​ການ​ກວດກາ​ຄືນ​ ບັນດາຂັ້ນຕອນ, ລະບຽບ​ການ​ ເພື່ອ​ສາມາດຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃໝ່​ໂດຍ​ໄວ.

ກ່າວຄຳເຫັນສະຫລຸບ​​ກອງ​ປະ​ຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຊີ້​ແຈ້ງວ່າ: ບັນດາ​ກະຊວງ, ອົງການ​ປະຕິບັດ​ຕາມ​ເນື້ອໃນຈິດໃຈ​ຊີ້​ນຳ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີຢ່າງ​ເຂັ້ມ​ງວດ, ​ແລະ ຕັັດສິນໃຈປະຕິບັດ​ບັນລຸ​ລະດັບ​ການປ່ອຍເງິນ​ລົງທຶນ​ພາກ​ລັດ​ສູງ​ສຸດ​ໃນ​ໄລຍະທີ່ຍັງເຫຼືອຂອງປີ 2021, ພ້ອມ​ທັງ​ຮັບປະກັນ​ປະສິດທິ​ຜົນ​ບັນດາໂຄງການລົງທຶນພາກລັດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.