ລັດຖະບານ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນຕ່າງປະເທດ ທີ່ມາ ຫວຽດນາມ ດຳລົງທຸລະກິດແບບຍາວນານ

11:40 | 27/04/2021

ຍສໝ - ວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ Vietnam Economic Times ຈັດເວທີປາໄສ ຂົວຕໍ່ພັດທະນາ ປີ 2021 ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ທ້ອງຖິ່ນ - ວິສາຫະກິດ, ກຳແໜ້ນໂອກາດ”.

ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021 ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021
ລັດຖະບານ ການາດາ ໄດ້ມອບ ອຸປະກອນການແພດ ທີ່ມີມູນຄ່າ ກ່ວາ 830.000 ໂດລາການາດາໃຫ້ກະຊວງສາທາລະນະສຸກ ຫວຽດນາມ ລັດຖະບານ ການາດາ ໄດ້ມອບ ອຸປະກອນການແພດ ທີ່ມີມູນຄ່າ ກ່ວາ 830.000 ໂດລາການາດາໃຫ້ກະຊວງສາທາລະນະສຸກ ຫວຽດນາມ
ລັດຖະບານ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນຕ່າງປະເທດ ທີ່ມາ ຫວຽດນາມ ດຳລົງທຸລະກິດແບບຍາວນານ, ເຄົາລົບກົດໝາຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາ
ພາບປະກອບ

ເວທີປາໄສແມ່ນເຫດການປະຈຳປີ ເພື່ອແນໃສ່ເຊີດຊູບັນດາວິສາຫະກິດ ທີ່ມີເງິນລົງທຶນຈາກຕ່າງປະເທດ ທີ່ມີການລົງທຶນຢ່າງມີປະສິດທິຜົນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ. ກ່າວຄຳເຫັນຊີ້ນຳການກຳນົດທິດເພື່ອດຶງດູດ ເງິນລົງທຶນຈາກຕ່າງປະເທດ ໃນໄລຍະຈະມາເຖິງ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນຕ່າງປະເທດ ທີ່ມາ ຫວຽດນາມ ດຳລົງທຸລະກິດແບບຍາວນານ, ເຄົາລົບກົດໝາຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາຂອງ ຫວຽດນາມ. ລັດຖະບານຈະສວມບົດບາດເປັນຜູ້ສ້າງເງື່ອນໄຂພັດທະນາ ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ ໃຫ້ນັບມື້ນັບມີຄວາມດຶງດູດໃຈ.

ແງ່ຫວັງໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດຢູ່ຫວຽດນາມ ແມ່ນສົດໃສໃນສະພາບການບັນດານັກລົງທຶນຂະໜາດໃຫຍ່, ກາງ ແລະນ້ອຍຈາກປະເທດພັດທະນາພວມຄ່ອຍໆ ຫັນທິດມາລົງທຶນຢູ່ ຫວຽດນາມ. ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຖືວ່າ: ໃນໄລຍະຈະມາເຖິງ, ແຫຼ່ງເງິນລົງທຶນຈາກຕ່າງປະເທດຈະເພີ່ມເຕີມກຳລັງຄວາມສາມາດໃນການຜະລິດໃໝ່ໃຫ້ແກ່ພື້ນຖານເສດຖະກິດ ເພື່ອປະກອບສ່ວນເຂົ້າການເຕີບໂຕເສດຖະກິດ. ທີສອງແມ່ນຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕໍ່ລະບອບລະບຽບການ, ນະໂຍບາຍ ຂອງລັດຖະບານ. ນີ້ກໍ່ແມ່ນເວລາທີ່ພວກເຮົາຕ້ອງຄັດເລືອກ, ລົງທຶນເຂົ້າໃນເຕັກໂນໂລຢີສູງທີ່ບໍ່ກໍ່ຜົນສະທ້ອນຕໍ່ສິ່ງແວດລ້ອມ.

ທ່ານ ຫງວຽນດຶກແທງ ທີ່ປຶກສາທູດການຄ້າຫວຽດນາມ ປະຈໍາ ອີຕາລີ ໄດ້ໃຫ້ຂ້ໍສັງເກດວ່າ ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ຈະມີຜົນສັກສິດໃນວັນທີ 1 ສິງຫາ ຈະມາເຖິງນັ້ນຈະສ້າງໂອກາດເປີດກວ້າງໃຫ້ຫວຽດນາມ ໄດ້ສໍາຜັດກັບຕະຫຼາດທີ່ມີປະຊາກອນ 450 ລ້ານຄົນ, ພ້ອມທັງເປີດຊ່ອງທາງໃຫ້ກະແສເງິນລົງທຶນໂດຍກົງຕ່າງປະເທດ ທີ່ມີຄຸນນະພາບສູງຈາກອີຢູ ເຂົ້າຫວຽດນາມ, ກໍ່ຄືປັບປຸງທີ່ຕັ້ງຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກຕາມທິດນຳມາເຊິ່ງບັນດາມູນຄ່າເພີ່ມ.

ໄລ່ຮອດທ້າຍເດືອນມັງກອນ ປີ 2021, ຍອດຈຳນວນທຶນຈົດທະບຽນໃໝ່, ປັບປຸງ ແລະ ປະກອບທຶນ, ຊື້ຫຸ້ນຂອງນັກລົງທຶນຕ່າງປະເທດບັນລຸໄດ້ກ່ວາ 2 ຕື້ USD. ເງິນລົງທຶນຈາກຕ່າງປະເທດເຂົ້າ 14 ຂົງເຂດ, ໃນນັ້ນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງພວມນຳໜ້າດ້ວຍຍອດເງິນລົງທຶນບັນລຸເກືອບ 1,54 ຕື້ USD.
ລັດຖະບານ ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ຮັບມືກັບຜົນເສຍຫາຍ ຍ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນຢູ່ບັນດາແຂວງພາກກາງ ລັດຖະບານ ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ຮັບມືກັບຜົນເສຍຫາຍ ຍ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນຢູ່ບັນດາແຂວງພາກກາງ

ຍສໝ - ອົງການພັດທະນາສາກົນອາເມລິກາ ໄດ້ຕັດສິນໃຈອຸປະຖຳມະນຸດສະທຳທີ່ມີມູນຄ່າ 200.000 USD ແນໃສ່ຊ່ວຍ ຫວຽດນາມ ແລະ ກຳປູເຈຍ ຮັບມືກັບຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ.

ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19 ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19

ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Vancouver, ການາດາໄດ້ຈັດພິທີມອບຜ້າອັດປາກຂອງລັດຖະບານໃຫ້ແກ່ຊາວຫວຽດນາມ ຢູ່ ບັນດາແຂວງທາງທິດຕາເວັນຕົກຂອງການາດາ.

ລັດຖະບານ ຫວຽດນາມ ໄດ້ມອບຜ້າອັດປາກ  50.000 ອັນ ເພື່ອຊ່ວຍປະຊາຄົມຊາວຫວຽດນາມຢູ່ການາດາເອົາຊະນະ COVID-19 ລັດຖະບານ ຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ເພື່ອຊ່ວຍປະຊາຄົມຊາວຫວຽດນາມຢູ່ການາດາເອົາຊະນະ COVID-19

ຍສໝ - ຕໍ່ໜ້າສະພາບການລະບາດ ຢ່າງສັບສົນ ຂອງ ໂລກລະບາດ COVID-19 ໃນທົ່ວໂລກ, ໂດຍສະເພາະຢູ່ອາເມລິກາເໜືອ, ລັດຖະບານຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ການາດາ.

ໄຊພອນ

ເຫດການ
302 Found

Found

The document has moved here.