ລາວ: ມູນຄ່າການຜະລິດຂອງຂະແໜງ ພະລັງງານ-ບໍ່ແຮ່ ກວມເກືອບ 17% ຂອງ GDP

14:30 | 04/06/2019

ຍສໝ - ລວມຍອດມູນຄ່າການຜະລິດຂອງຂະແໜງພະລັງງານ-ບໍ່ແຮ່ ປະຈໍາປີ 2018 ບັນລຸ 28.247 ຕຶື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 11% ຊຶ່ງໄດ້ປະກອບສ່ວນ GDP 16,8% ໃນນັ້ນ ຂະແໜງພະລັງ ງານເພີ່ມຂຶ້ນ 13,5% ແລະ ຂະແໜງບໍ່ແຮ່ເພີ່ມຂຶ້ນ 7,5%.

ລາວ: ມູນຄ່າການຜະລິດຂອງຂະແໜງ ພະລັງງານ-ບໍ່ແຮ່ ກວມເກືອບ 17% ຂອງ GDP

ພາບປະກອບ

ມາຮອດປັດຈຸບັນ, ທົ່ວປະເທດ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 63 ແຫ່ງ, ມີກໍາລັງຕິດຕັ້ງ 7.213 MW, ສາມາດຜະລິດກະແສໄຟຟ້າໄດ້ປະມານ 37.035 ລ້ານ kWh/ປີ. ພ້ອມດຽວກັນ ກໍຍັງມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ກໍາລັງຈະເລີ່ມລົງມືກໍ່ສ້າງ 37 ແຫ່ງ ຄາດຄະເນວ່າ ຈະໃຫ້ສໍາເລັດທັງໝົດ ຮອດປີ 2020-2021 ໃນເວລານັ້ນ ປະເທດລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າ 100 ແຫ່ງ ມີກໍາລັງຕິດຕັ້ງປະມານ 13.062 ເມກາວັດ ແລະ ມີກໍາລັງຜະລິດປະມານ 66.944 ລ້ານ kWh/ປີ. ໃນນີ້ ປະມານ 85% ຈະສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດ, ຊຶ່ງຜົນສໍາເລັດທີ່ກ້າວກະໂດດໃນການພັດທະນາດ້ານນີ້ໄດ້ສ້າງເງື່ອນໄຂຕອບສະໜອງການຊົມໃຊ້ພະລັງງານໄຟຟ້າຢູ່ພາຍໃນປະເທດຢ່າງພຽງພໍ ແລະ ການສົ່ງອອກກໍນັບມື້ເພີ່ມຂຶ້ນ.

ດ້ານບໍ່ແຮ່, ມາຮອດປັດຈຸບັນ ຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ 162.104 ກິໂລຕາແມັດ ເທົ່າກັບ 70% ຂອງເນື້ອທີ່ທົ່ວປະເທດລາວ, ມາຮອດປັດຈຸບັນມີ 271 ບໍລິສັດ, ມີ 424 ກິດຈະການ, ໃນນີ້ມີບໍລິສັດທີ່ພວມຊອກຄົ້ນ ແລະ ສຳຫຼວດ 151 ບໍລິສັດ, 239 ກິດຈະການ, ປັດຈຸບັນມີບໍລິສັດກະກຽມ ແລະ ດຳເນີນການຂຸດຄົ້ນ ມີ 120 ບໍລິສັດ ມີ 185 ກິດຈະການ.

ໃນຂະນະທີ່ລະບົບສາຍສົ່ງ ແລະ ສະຖານີ ກໍໄດ້ຮັບການພັດທະນາເປັນລະບົບຄົບຊຸດ ແລະ ມີການຂະຫຍາຍຕົວທີ່ວ່ອງໄວ ມາເຖິງປັດຈຸບັນ, ລະບົບສາຍສົ່ງແຮງດັນສູງ, ແຮງດັນກາງ ແລະ ແຮງດັນຕໍ່າ ຊຶ່ງໄດ້ຮັບການກໍ່ສ້າງ ແລະ ນໍາໃຊ້ແລ້ວ ມີຄວາມຍາວເຖິງ 62.000 ກວ່າກິໂລແມັດວົງຈອນ ແລະ ມີສະຖານີຈ່າຍໄຟຟ້າ 70 ແຫ່ງ, ພ້ອມດຽວກັນນີ້ ການພັດທະນາວຽກງານໄຟຟ້າຊົນນະບົດ ຕິດພັນກັບການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າບົນພື້ນຖານຖືເອົາການຂະຫຍາຍຕາໜ່າງໄຟຟ້າໄປສູ່ຊົນນະບົດໄປຫາເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດພຶື້ນຖານການປະຕິວັດສະໄໝຕໍ່ສູ້ກູ້ຊາດ ເປັນແຜນງານບຸລິມະສິດ ໃນການພັດທະນາໄຟຟ້າ ຢູ່ໃນປະເທດເຮົາ ໃນໄລຍະໃໝ່ ຊຶ່ງມາຮອດປັດຈຸບັນນີ້ 90% ຂອງຈໍານວນບ້ານ ແລະ 95% ຂອງຈໍານວນຄົວເຮືອນ ໃນທົ່ວປະເທດ ລາວ ໄດ້ຊົມໃຊ້ໄຟຟ້າຢ່າງຖາວອນແລ້ວ.

ປີຜ່ານມາການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງຂະແໜງດັ່ງກ່າວປະຕິບັດໄດ້ 316 ລ້ານກວ່າໂດລາສະຫະລັດ, ໃນນັ້ນຂະແໜງພະລັງງານປະຕິບັດໄດ້ 230 ກວ່າໂດລາສະຫະລັດ ແລະ ບໍ່ແຮ່ປະຕິບັດໄດ້ 85 ລ້ານກວ່າໂດລາສະຫະລັດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.