ກອງ​ປະຊຸມ​ສະ​ໄໝສາມັນ ​ເທື່ອ​ທີ 7 ຂອງສະພາ​ແຫ່ງ​ຊາດຊຸດ​ທີ VIII ໄຂຂຶ້ນຢ່າງເປັນທາງການ

11:33 | 06/06/2019

ກອງ​ປະຊຸມ​ສະ​ໄໝສາມັນ ​ເທື່ອ​ທີ 7 ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2019 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ມີບັນດາການນຳ, ອະດີດການນຳພັກ-ລັດ, ສະມາຊິກ ສະພາແຫ່ງຊາດ ທຸກເຂດເລືອກຕັ້ງ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງ​ປະຊຸມ​ສະ​ໄໝສາມັນ ​ເທື່ອ​ທີ 7 ຂອງສະພາ​ແຫ່ງ​ຊາດຊຸດ​ທີ VIII ໄຂຂຶ້ນຢ່າງເປັນທາງການ

ທ່ານ ນາງ ປານີ ຢາທໍ່ຕູ້ ​ໄດ້​ກ່າວໃນ​ໂອກາດ​ ໄຂ​ກອງ​ປະຊຸມ​ ຢ່າງ​ເປັນ​ທາງ​ການວ່າ: ກອງປະຊຸມໃນຄັ້ງນີ້, ຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງ ວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2019; ຮັບຮອງບົດລາຍງານຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການ ພັດທະນາ ຊັບພະຍາກອນມະນຸດ ທີ່ຕິດພັນກັບ ການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະໃໝ່ ໂດຍສະເພາະການສ້າງຊັບພະຍາກອນມະນຸດໃຫ້ໄປຕາມຂະແໜງການບຸລິມະສິດເປັນຕົ້ນ ວິຊາການ ສະເພາະດ້ານ, ໃນສາຂາວິຊາກະສິກໍາ, ຄູ ແລະ ພະຍາບານ ເພື່ອສາມາດຕອບສະໜອງ ໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ; ບົດລາຍງານ ຂອງລັດຖະບານກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍ ວຽກງານທ່ອງທ່ຽວ ຕິດພັນກັບການ ຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ-ຈີນ ປີ 2019; ບົດລາຍງານ ຂອງລັດຖະບານ ກ່ຽວກັບຜົນ ການຈັດຕັ້ງ ປະຕິບັດ ມະຕິກອງປະຊຸມ ສະພາແຫ່ງຊາດ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ; ຮັບຮອງການຊີ້ແຈງຂອງລັດຖະມົນຕີ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນ ຊໍ້າຊ້ອນໃ ນໄລຍະຜ່ານມາ, ມາດຕະການ ແກ້ໄຂຕໍ່ໜ້າ ແລະ ການຊີ້ແຈງຂອງລັດຖະມົນຕີ ກະຊວງກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ກ່ຽວກັບການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນຕິດພັນກັບການນໍາໃຊ້ງົບປະມານຂອງລັດກໍຄືຈາກໂຄງການພັດທະນາໄຟຟ້າ-ບໍ່ແຮ່ ແລະ ທຶນຊ່ວຍເຫລືອຈາກຕ່າງປະເທດ.

ກອງ​ປະຊຸມ​ສະ​ໄໝສາມັນ ​ເທື່ອ​ທີ 7 ຂອງສະພາ​ແຫ່ງ​ຊາດຊຸດ​ທີ VIII ໄຂຂຶ້ນຢ່າງເປັນທາງການ

ພ້ອມນີ້​, ຍັງ​ຈະ​ໄດ້ພິຈາລະນາ ຮັບຮອງເອົາ ການແຕ່ງຕັ້ງ ສະມາຊິກລັດຖະບານ ຕາມການສະເໜີ ຂອງທ່ານນາຍົກລັດຖະມົນຕີ;ເລືອກຕັ້ງ ປະທານສານ ປະຊາຊົນສູງສຸດ ຕາມການ ສະເໜີຂອງທ່ານ ປະທານປະເທດ; ຮັບຮອງ ບົດລາຍງານ ຂອງຫົວໜ້າອົງການ ໄອຍະການ ປະຊາຊົນສູງສຸດ ກ່ຽວ​ກັບ​ການ ຕິດຕາມກວດກາ ການປະຕິບັດ ກົດໝາຍ ຂອງອົງການ ສືບສວນ-ສອບສວນ ຕາມມາດຕາ 42 ຂໍ້ 2, ຂໍ້ 5 ແລະ ຂໍ້ 6 ຂອງກົດໝາຍວ່າ ດ້ວຍອົງການ ໄອຍະການ ປະຊາຊົນ; ພິຈາລະນາບົດລາຍງານ ການເຄື່ອນໄຫວ ວຽກງານ ຂອງຄະນະ ປະຈໍາ ສະພາ ແຫ່ງຊາດ ໄລຍະ 5 ເດືອນ ຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2019; ພິຈາລະນາ ແລະ ຮັບຮອງ ການສ້າງ ແລະ ປັບປຸງຮ່າງກົດໝາຍ ຈໍານວນ 10 ສະບັບ ຄື: ຂົງເຂດເສດຖະກິດມີ 6 ສະບັບ ຄື: ກົດໝາຍ ວ່າດ້ວຍ ການຄຸ້ມຄອງ ສ່ວຍສາອາກອນ, ກົດໝາຍ ວ່າດ້ວຍ ອາກອນ ລາຍໄດ້, ກົດໝາຍວ່າດ້ວຍ ອາກອນຊົມໃຊ້, ກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍວ່າດ້ວຍ ການຕອບໂຕ້ ການທຸ້ມຕະຫລາດ ແລະ ການອຸດໜູນ ສິນຄ້າ ນໍາເຂົ້າ ແລະ ກົດໝາຍວ່າດ້ວຍ ປ່າໄມ້; ຂົງເຂດວັດ ທະນະທໍາ-ສັງຄົມ ມີ 2 ສະບັບ ຄື: ກົດໝາຍວ່າ ດ້ວຍອາຊີວະ ສຶກສາ ແລະ ກົດໝາຍວ່າດ້ວຍ ການຄຸ້ມຄອງ ໄພພິບົດ; ຂົງເຂດຍຸຕິທໍາ ແລະ ການປົກຄອງ ມີ 2 ສະບັບ ຄື: ກົດໝາຍວ່າດ້ວຍ ຄ່າທໍານຽມສານ ແລະ ກົດໝາຍ ວ່າດ້ວຍເອກະສານ.

ໂອ​ກາດນີ້, ທ່ານ ນາງ​ປະ​ນີ ຢາ​ທໍ່​ຕູ້ ຍັງຮຽກຮ້ອງ ມາຍັງທຸກພາກສ່ວນ ທີ່ກ່ຽວຂ້ອງ ສືບຕໍ່ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມື ຕໍ່ບັນດາ ເນື້ອໃນ ທີ່ຈະນໍາເຂົ້າ ພິຈາລະນາໃນກອງປະຊຸມເທື່ອນີ້, ຮຽກຮ້ອງມາຍັງສະມາຊິກ ສະພາແຫ່ງຊາດຈົ່ງເຊີດຊູ ຄວາມຮັບຜິດຊອບ ການເມືອງ, ໃນການຄົ້ນຄວ້າ, ປະກອບ​ຄໍາ​ເຫັນ, ພິຈາລະນາ ຕໍ່ທຸກບັນຫາ ຢ່າງຖີ່ຖ້ວນ, ພາວະວິໄສບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ, ສະພາວະຄວາມເປັນຈິງທາງດ້ານ ເສດຖະກິດ-ສັງຄົມ ຂອງຊາດ ເຮັດໃຫ້ເນື້ອໃນ ທີ່ນໍາ​ມາພິຈາລະນາ, ຮັບຮອງ ຄັ້ງນີ້ມີ ຄຸນນະພາບ ແລະ ສາມາດ ນໍາໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.