Viettel ຈະຜັນຂະຫຍາຍທົດລອງໃຊ້ 5G ຢູ່ ລາວໃນທ້າຍປີ 2019

16:25 | 08/10/2019

ຍສໝ - ຜູ້ສະໜອງເຄືອຂ່າຍ Unitel ຂອງບໍລິສັດ ໂທລະຄົມທະຫານ Viettel ຈະຜັນຂະຫຍາຍທົດລອງ ໃຊ້ສັນຍານ 5G ໃນລາວ ໃນໄຕມາດທີ 4 ປີ 2019, ເນື່ອງໃນໂອກາດວັນສ້າງຕັ້ງບໍລິສັດຢູ່ ສປປ ລາວຄົບຮອບ 10 ປີ.

Viettel ຈະຜັນຂະຫຍາຍທົດລອງໃຊ້ 5G ຢູ່ ລາວໃນທ້າຍປີ 2019

Unitel ລາວ.(ພາບ:Viettel)

ຂໍ້ມູນຈາກ ກຸ່ມບໍລິສັດ Viettel ໄດ້ໃຫ້ຮູ້ວ່າ: ປະເທດລາວຈະເປັນຕະຫຼາດຕ່າງປະເທດ ທີ 3 ຂອງກຸ່ມນີ້ ທີ່ຈະເປີດບໍລິການ 5G, ຫຼັງຈາກຕະຫຼາດກຳປູເຈຍ ແລະ ມຽນມາ ໄດ້ເປີດທົດລອງໃຊ້ແລ້ວ.

ລາຍລະອຽດແມ່ນ ໃນໄຕມາດທີ 4 ປີ 2019, Unitel (ເຄື່ອງໝາຍການຄ້າຂອງກຸ່ມບໍລິສັດ Viettel ຢູ່ ປະເທດລາວ) ຈະກາຍເປັນຜູ້ໃຫ້ບໍລິການເຄືອຂ່າຍ ແຫ່ງທຳອິດໃນປະເທດລາວ ທີ່ເປີດໃຫ້ບໍລິການ ເຄື່ອຂ່າຍ 5G ເນື່ອງໃນໂອກາດວັນສ້າງຕັ້ງບໍລິສັດ ຄົບຮອບ 10 ປີ. ໃນໂອກາດນີ້, Unitel ຍັງຈະຈັດງານວາງສະແດງເຕັກໂນໂລຢີ ທີ່ມີຂະໜາດໃຫຍ່ ຢູ່ ປະເທດລາວ, ເຊິ່ງຕາມແຜນແມ່ນຈະຈັດຂຶ້ນໃນວັນທີ 23 ຕຸລານີ້.

ກ່ອນໜ້ານີ້, ໃນເດືອນກຸມພາ 2019, Unitel ຍັງໄດ້ບຸກເບີກການສະໜອງ ການໃຫ້ບໍລິການ eSIM, ເຮັດໃຫ້ປະເທດລາວ ຖືກຈັດຢູ່ໃນອັນດັບທີ 7/10 ໃນປະເທດອາຊຽນໃຫ້ການບໍລິການດ້ານໂທລະຄົມມະນາຄົມ ໂດຍນຳໃຊ້ເຕັກໂນໂລຢີລ້າສຸດໃນໂລກ.

ເຄື່ອງໝາຍການຄ້າຂອງ ກຸ່ມບໍລິສັດ Viettel ກໍ່ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຂອງລັດຖະບານແຫ່ງ ສປປ ລາວ, ໄດ້ຮັບຄວາມເຊື່ອໝັ້ນ ແລະ ມອບໝາຍ ຈາກລັດຖະບານ ໃນການນຳໃຊ້ລະບົບ ທີ່ສຳຄັນ ຂອງລະບົບລັດຖະບານດີຈີຕັ້ນ…

ພາຍຫຼັງ 13 ປີ ແຫ່ງການລົງທືນ ຢູ່ ປະເທດລາວ, Unitel ໄດ້ກາຍເປັນເຄື່ອງໝາຍການຄ້າ ອັນດັບ 1 ຂອງປະເທດໃນຂົງເຂດໂທລະຄົມມະນາຄົມທີ່ມີລູກຄ້າຫລາຍກວ່າ 3 ລ້ານຄົນ, ເຊິ່ງກວມເອົາ 56% ຂອງຕະຫລາດໂທລະຄົມມະນາຄົມ ແລະ ມີລາຍໄດ້ຫລາຍກ່ວາ 1,45 ຕື້ໂດລາສະຫະລັດ.

ເປັນໜຶ່ງໃນຕະຫຼາດຕ່າງປະເທດ ທຳອິດຂອງກຸ່ມບໍລິສັດ Viettel (ອີກຕະຫຼາດໜຶ່ງ ແມ່ນ ກຳປູເຈຍ), ກຳໄລໄດ້ສະສົມຂອງ Unitel ພາຍຫຼັງດຳເນີນທຸລະກິດ ໄດ້ 10 ປີ ບັນລຸເກືອບ 590 ລ້ານໂດລາສະຫະລັດກັບ ດ້ວຍ EBITDA (ລາຍຮັບຍັງບໍ່ທັນໄລ່ອາກອນ, ດອກເບ້ຍ ແລະ ຄ່າຊິ້ນເປືອງ) ຄົງຮັກສາຢູ່ໃນລະດັບ ກວ່າ 55%.

ຄິດໄລ່ຮອດທ້າຍປີ 2018, Unitel ຊ່ວຍໃຫ້ ກຸ່ມບໍລິສັດ Viettel ສາມາດຈ່າຍເງິນປັນຜົນເກືອບ 185 ລ້ານ USD, ເກືອບ 6,3 ເທົ່າ ຂອງ ຈຳນວນເງິນລົງທຶນ. ຕະຫລາດແຫ່ງນີ້ໄດ້ ສົ່ງທືນຄືນພາຍຫລັງຈາກການດຳເນີນທຸລະກິດ ພາຍໃນເວລາ 5 ປີ ./.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.