ທ່ານນາຍົກລັດຖະມົນຕີ ຟາມມິງຈິງ ສົນ​ທະ​​ນາ​ກັບ​ນັກ​ລົງ​ທຶນແຖວໜ້າ ​ຍີ່​ປຸ່ນ

15:28 | 27/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ ແລະ ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ນັກ​ລົງ​ທຶນ​ແຖວ​ໜ້າ​ຍີ່​ປຸ່ນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ຕ້ອນ​ຮັບ ປະ​ທານ​ອົງ​ການ​ຮ່ວ​ມ​ມື​ສາ​ກົນ​​ຍີ່​ປຸ່ນ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ຕ້ອນ​ຮັບ ປະ​ທານ​ອົງ​ການ​ຮ່ວ​ມ​ມື​ສາ​ກົນ​​ຍີ່​ປຸ່ນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີ ຟາມມິງຈິງ ສົນ​ທະ​​ນາ​ກັບ​ນັກ​ລົງ​ທຶນແຖວໜ້າ ​ຍີ່​ປຸ່ນ
ທ່ານນາຍົກລັດຖະມົນຕີ ຟາມມິງຈິງ ສົນ​ທະ​​ນາ​ກັບ​ນັກ​ລົງ​ທຶນແຖວໜ້າ ​ຍີ່​ປຸ່ນ (ພາບ: vietnamplus.vn)

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ໃຫ້​ຮູ້​ວ່າ ຍີ່​ປຸ່ນນອນ​ໃນ Top ແຖວ​ໜ້າ ບັນ​ດາ​ນັກ​ລົງ​ທຶນ​ໃຫຍ່​ທີ່​ສຸດ​ຢູ່ ຫວຽດ​ນາມ, ດ້ວຍ​ປະ​ມານ 4.800 ໂຄງການ, ຍອດ​ເງິ​ນ​ລົງ​ທຶນ ຂຶ້ນ​ເຖິງ 65 ຕື້ USD. ຍີ່​ປຸ່ນ​ກໍ່​ແມ່ນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຫວຽດ​ນາມ ຫຼາຍ​ຢູ່​ອັນ​ດັບ​ທີ 3 ຂອງ​ໂລກ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ​ໃນ​ປັດ​ຈຸ​ບັນ​ໄດ້ບັນ​ລຸກ່ວາ 40 ຕື້ USD...

ຫວຽດ​ນາມ ບຸ​ລິ​ມະ​ສິດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂຽວ, ກົມ​ກຽວ​ກັບ​ທຳ​ມະ​ຊາດ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ຫັນ​ເປັນ​ດີ​ຈີ​ຕອນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ສືບ​ຕໍ່​ປະ​ຕິ​ບັດ 3 ບຸ​ກ​ທະ​ລຸ​ຍຸດ​ທະ​ສາດ: ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ; ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ; ມີ​ການ​ບຸກ​ທະ​ລຸ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ.

ເມື່ອ​ຕອບ​ຄຳ​ຖາມ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ຍີ່​ປຸ່ນ ກ່ຽວ​ກັບ​ນະ​ໂຍ​ບາຍ​ທີ່ດິນ​ສຳລັບພື້ນ​ຖານ​ໂຄງ​ລ່າງ, ຄົມ​ມະ​ນາ​ຄົມ​ທາງ​ລົດ​ໄພ, ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ພະ​ລັງ​ງານ, ຕົວ​ເມືອງ​ທັນສະໄໝ..., ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ: ກ່ຽວ​ກັບ​ແຫຼ່ງ​ກຳ​ລັງ​ທີ່​ດິນ, ພວກ​ຂ້າ​ພະ​ເຈົ້າ​ບໍ່​ຈຳ​ແນກ​ນັກ​ລົງ​ທຶນ​ພາກ​ລັດ - ເອ​ກະ​ຊົນ, ມີ​ແຕ່​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ຄວາມ​ສະ​ເໝີ​ພາບ, ເພື່ອ​ແຫຼ່ງ​ກຳ​ລັງ​ນີ້​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກໍ່ກ່ຽວ​ຂ້ອງ​ເຖິງ​ແຜນ​ຮ່າງວາງ​ແຜນ​ກຳ​ນົດ​ໄຟ​ຟ້າ 8, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ພວມ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ວິ​ສາ​ຫະ​ກິດ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ, ຄິດ​ໄລ່​ລະ​ອ​ຽດ​ກ່ຽວ​ກັບ​ໂຄງ​ປະ​ກອບ​ແຫຼ່ງ​ກຳ​ລັງ, ການ​ສົ່ງ, ແຈກ​ຢາຍ ແລະ ນຳ​ໃຊ້​ບັນ​ດາ​ເປົ້າ​ໝາຍ​ທີ່ໄດ້​ຮັບ​ການ​ບຸ​ລິ​ມະ​ສິດໃນ​ການ​ພັດ​ທະ​ນາ​ພ​ະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແມ່ນຈະ​ແຈ້ງ​ທີ່​ສຸດ ຍ້ອນ​ວ່ານີ້​ແມ່ນ​ທ່າ​ອ່ຽງ​ຂອງ​ໂລກ ພ້ອ​ມ​ທັງ​ແມ່ນ​ແຫຼ່ງ​ກຳ​ລັງ​ເຊິ່ງ ຫວຽດ​ນາມ ມີ​ທ່າ​ໄດ້​ປຽບ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່າວແຈ້ງວ່າ: “ພວກ​ຂ້າ​ພະ​ເຈົ້າ​ພວມ​ປະ​ຕິ​ບັດ​ໂຄງ​ການ​ປະ​ມູນໃຫ້ສຳເລັດ. ເຮັດ​ແນວ​ໃດ​ເພື່ອສາມາດໄປຕາມ​​ຕະຫຼາດ, ສ້າງ​ຄວາມ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ.”

ບຸນ​ຄົງ

ເຫດການ
302 Found

Found

The document has moved here.