ແຂວງບິ່ງເຟືອກ ສັກວັກຊິນກັນໂຄວິດ-19 ໃຫ້ເດັກອາຍຸ 16 – 17 ປີ

06:07 | 25/11/2021

ຍສໝ - ຫວ່າງແລ້ວນີ້, ແຂວງ​ບິ່ງ​ເຟືອກ ​ໄດ້​ຜັນຂະຫຍາຍ​ການ​ສັກ​ວັກ​ຊິນໃຫ້​ເດັກ​ອາຍຸ 16 -17 ປີ.

ສະ​ຫະ​ພັນ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ​ແຂວງ​ດົ່ງ​ນາຍ ຂົນ​ຂວາຍ​ເງິນ​ເປັນ​ຈຳ​ນວນ 17 ຕື້​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ໂຄວິດ - 19 ສະ​ຫະ​ພັນ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ​ແຂວງ​ດົ່ງ​ນາຍ ຂົນ​ຂວາຍ​ເງິນ​ເປັນ​ຈຳ​ນວນ 17 ຕື້​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ໂຄວິດ - 19
3 ບຸ​ລິ​ມະ​ສິດ ເມື່ອ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 16 ຢູ່​ 19 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້ 3 ບຸ​ລິ​ມະ​ສິດ ເມື່ອ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 16 ຢູ່​ 19 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້
ພາບປະກອບ
ພາບປະກອບ

ຕາມບັນຊີລາຍຊື່​ແລ້ວ, ບິ່ງ​ເຟືອກ ຈະ​ມີ​ເດັກ​ອາຍຸ 16-17 ປີ 48.506 ຄົນ​ໄດ້​ຮັບການສັກ​ວັກ​ຊິນກັນໂຄ​ວິດ-19 ​ໄລຍະ​ທຳ​ອິດ​ໃນ​ປີ 2021 (ແຕ່​ວັນ​ທີ 21 – 22 ພະຈິກ).

ຢູ່ບັນດາຈຸດສັກວັກຊິນຢູ່ເຂດຫ່າງໄກສອກຫຼີກ, ແຂວງ ບິ່ງເຟືອກ ໄດ້ຈັດຕັ້ງ ທີມປະຖົມພະຍາບານສຸກເສີນເຄື່ອນທີ່ຢູ່ແຕ່ລະກຸ່ມ 3-4 ຕາແສງ ຫຼື ຈຸດສັກວັກຊິນ; ຮັບປະກັນການປະຕິບັດຖືກຕາມຄວາມຮຽກຮ້ອງຕ້ອງການ, ຂໍ້ກຳນົດ ກ່ຽວກັບການສັກວັກຊິນກັນໂຄວິດ-19.

ແມ່ເຖົ້າ ​ບ່າ​ທິກິມ​ເຟື້ອງ ຢູ່ ບ້ານບົ່ນ​ຊັງ ​ໃຫ້​ຮູ້​ວ່າ: ​ພະຍາດ​ໂຄ​ວິດ-19 ມີການຜັນແປຢ່າງສັບສົນ, ຈຳນວນ​ຜູ້​ຕິດ​ເຊື້ອ​ຍັງ​ມີຫຼາຍ, ສະ​ນັ້ນ​ເມື່ອ​ໄດ້​ຍິນ​ວ່າ​ລູກ​ໄດ້​ຮັບການສັກ​ວັກ​ຊິນ, ຂ້າພະ​ເຈົ້າດີ​ໃຈ​ຫຼາຍ. ຂອບ​ໃຈ​ອຳນາດ​ການ​ປົກຄອງ​ບ້ານ, ​ຕາແສງ ​ແລະ​ເມືອງ ທີ່​ໄດ້​ເອົາ​ໃຈ​ໃສ່​ລູກ​ຂອງ​ຂ້າພະ​ເຈົ້າ​ໃຫ້​ໄດ້​ຮັບ​ການ​ສັກ​ວັກ​ຊິນ ​ແລະຫວັງ​ວ່າ​ ລູກຈະ​ໄດ້​ກັບ​ຄືນ​ໄປ​ໂຮງຮຽນ​ໂດຍ​ໄວ”.

ນາງ ທິ​ໂສດາ (ອາຍຸ 17 ປີ, ຢູ່​ບ້ານ​ຈ່າງ​ຮາຍ, ຕາ​ແສງໂລກ​ກວາງ, ​ເມືອງລົກ​ນິງ) ​ໃຫ້​ຮູ້​ວ່າ: “ເປັນຄັ້ງ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ສັກ​ວັກຊິນ ສະນັ້ນ ​ຮູ້ສຶກຕື່ນເຕັ້ນ, ​ແຕ່​ຄິດ​ວ່າ​ຈະ​ໄດ້​ກັບ​ຄືນ​ໄປ​ໂຮງຮຽນ​ໃນ​ໄວໆ​ນີ້, ນ້ອງຮູ້ສຶກດີໃຈຫຼາຍ ."

​ຕາງ​ໜ້າ​ຄະນະ​ຊີ້​ນຳ​ປ້ອງ​ກັນ, ຕ້ານພະຍາດ​ໂຄ​ວິດ-19 ​ແຂວງບິ່ງ​ເຟືອກ ​ໃຫ້​ຮູ້​ວ່າ: ຄາດ​ວ່າ​ຈະ​ໄດ້​ສັກ​ວັກຊິນ Pfizer - BioNTech ປະມານ 6.832 ​ໂດ​ສ​ໃຫ້​ເດັກ​ອາຍຸ 16-17 ປີ ຢູ່​ເມືອງລົກນີງ, ​ເຂດ​ຊາຍ​ແດນ​ຕິດ​ກັບ​ກຳປູ​ເຈຍ.

ໄຊພອນ

ເຫດການ
302 Found

Found

The document has moved here.