ອາຈານ ພູມພິທັດ ອຸປະເສີດ: ຂ້າພະເຈົ້າດີໃຈທີ່ໄດ້ເປັນອາຈານສອນ

06:30 | 21/11/2021

ຍສໝ - ອາຊີບຄູ ຢູ່ ໃສກໍ່ໄດ້ຮັບການເຄົາລົບດ້ວຍບັນດາການຕອບບຸນແທນຄຸນຄູທີ່ແຕກຕ່າງກັນ. ວັນ​ຄູແຫ່ງຊາດ​ຫວຽດ​ນາມ ​​ວັນ​ທີ 20 ພະ​ຈິກ ສ້າງຄວາມປະທັບໃຈຄືແນວໃດຕໍ່ອາຈານຄົນລາວ?

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ
ທ່ານນາງຮອງປະທານປະເທດພົບປະກັບຄູອາຈານດີເດັ່ນເມື່ອເຂົ້າຮ່ວມລາຍການ “ແບ່ງປັນກັບຄູອາຈານ”ປີ 2021 ທ່ານນາງຮອງປະທານປະເທດພົບປະກັບຄູອາຈານດີເດັ່ນເມື່ອເຂົ້າຮ່ວມລາຍການ “ແບ່ງປັນກັບຄູອາຈານ”ປີ 2021

ວັນ​ຄູແຫ່ງຊາດ​ຫວຽດ​ນາມ ​ວັນ​ທີ 20 ພະ​ຈິກ ​ແມ່ນໜຶ່ງໃນຈຸດ​ວັດ​ທະ​ນະ​ທຳ​ຄຸນສົມບັດການ​ເຄົາ​ລົບ​ຄູ​ອາ​ຈານ​ຂອງ​ຫວຽດ​ນາມ​ ນັບແຕ່​ດົນ​ນານມາແລ້ວ. ສໍາລັບຄູອາຈານຕ່າງປະເທດ, ໃນໂອກາດນີ້ເຂົາເຈົ້າກໍ່ໄດ້ຮັບຂອງຂວັນວັນຄູເຊິ່ງໃນຄວາມຄິດຂອງເຂົາເຈົ້າແມ່ນຫນ້າແປກ ແລະໜ້າອອນຊອນໃຈທີ່ສຸດ.

ອາຈານ ພູມພິທັດ ອຸປະເສີດ : ຂ້າພະເຈົ້າດີໃຈທີ່ໄດ້ເປັນອາຈານສອນ
ອາຈານ ພູມພິທັດ ອຸປະເສີດ ພວມສິດສອນຢູ່ພາກວິຊາພາສາ ແລະ ວັດທະນະທໍາອາຊີຕາເວັນອອກສ່ຽງໃຕ້, ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ.

ອາຈານ ພູມພິທັດ ອຸປະເສີດ ມາຈາກປະເທດລາວອ້າຍນ້ອງ, ປະຈຸບັນເປັນອາຈານສອນ ຢູ່ ພາກວິຊາພາສາ ແລະວັດທະນະທຳອາຊີຕາເວັນອອກສ່ຽງໃຕ້, ມະຫາວິທະຍາໄລພາສາຕ່າງປະເທດ-ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ກໍ່ມີຄວາມປະທັບໃຈພິເສດໃນວັນຄູແຫ່ງຊາດຫວຽດນາມ.

ອາຈານ ພູມພິທັດ ອຸປະເສີດ ແບ່ງປັນວ່າ: “ຂ້າ​ພະ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິດ ແລະຮ່ຳ​ຮຽນ ​ຢູ່​ ຫວຽດ​ນາມ ມາ​ເປັນ​ເວ​ລາ​ຫຼາຍ​ປີແລ້ວ ແລະໄດ້​ມີ​ໂອ​ກາດ​ເຂົ້າ​ຮ່ວມການ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຄູແຫ່ງຊາດ​ຫວຽດ​ນາມກໍ່ຫຼາຍເທື່ອແລ້ວ, ນີ້ເປັນ​ປີ​ທີ 3 ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມໃນຖານະເປັນອາຈານສອນ, ແຕ່​ຄວາມ​ຮູ້​ສຶກຕື້ນຕັນໃຈຕື່ນເຕັ້ນຄືດັ່ງຄັ້ງທຳອິດ”.

ອາຈານ ພູມພິທັດ ອຸປະເສີດ ໃຫ້ຮູ້​ວ່າ: ທຸກໆ​ປີ, ເມື່ອ​ໃກ້ຈະຮອດວັນ​ຄູແຫ່ງຊາດ​, ຂ້າ​ພະ​ເຈົ້າ​ມີຮູ້​ສຶກກະຕືລືລົ້ນ ແລະຄອງຄອຍ. ໂດຍ​ໄດ້​ຮັບດອກ​ໄມ້, ​ບັດອວຍພອນ ​ແລະ​ໄດ້​ຮັບ​ຟັງ​ຄຳ​ຂອບ​ໃຈ​ຈາກບັນດາ​ນັກສຶກສາ ​ແລະພໍ່​ແມ່​ຜູ້ປົກຄອງ​ສຳລັບ​ວຽກ​ງານ​ທີ່​ຕົນໄດ້​​ເຮັດ, ນັ້ນແມ່ນກຳລັງ​ໃຈທີ່​​ດີທີ່ສຸດ.

ອາຈານ ພູມພິທັດ ອຸປະເສີດ ແບ່ງປັນວ່າ: “ວັນຕອບບຸນແທນຄຸນ​ຄູ​ອາ​ຈານ ​ຢູ່​ ຫວຽດ​ນາມ ແມ່ນ​ວັນ​ພິ​ເສດ​ທີ່​ສຸດ. ຢູ່ ຫວຽດນາມ, ອາຊີບ​ຄູ​ໄດ້​ຮັບ​ຖື​ວ່າ​ແມ່ນ​ອາຊີບ​ທີ່​ລ້ຳ​ຄ່າ​ທີ່​ສຸດ. ການສິດສອນບໍ່ແມ່ນວຽກທີ່ງ່າຍດາຍ ໂດຍສະເພາະ ແມ່ນຄູອາຈານຄົນລາວ ຄືຂ້າພະເຈົ້າ ເມື່ອຄວາມແຕກຕ່າງທາງດ້ານພາສາ ແລະວັດທະນະທໍາເປັນອຸປະສັກແທ້ໆ. ຍິ່ງໄປກວ່ານັ້ນ, ໃນຫ້ອງຮຽນທີ່ມີນັກສຶກສາຫຼາຍຄົນ, ນັກສຶກສາແຕ່ລະຄົນມີພື້ນຖານທີ່ແຕກຕ່າງກັນ, ດັ່ງນັ້ນຄູສອນຕ້ອງມີວິທີການສອນທີ່ແຕກຕ່າງກັນຕໍ່ນັກສຶກສາແຕ່ລະຄົນ. ໂດຍໄດ້​ຮັບ​ຮູ້ການ​ປະກອບສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ພາລະກິດ​ການ​ສຶກສາ, ພິ​ເສດ​ແມ່ນ​ສາມາດ​ປະກອບສ່ວນເຂົ້າ​ໃນ​ການ​ເຊື່ອມ​ຕໍ່​​ວັດທະນະທຳ ​ແລະການ​ສຶກສາ​ລະຫວ່າງ​ສອງ​ປະ​ເທດ​ອ້າຍ​ນ້ອງ ຫວຽດນາມ - ລາວ ​ແມ່ນ​ເປັນ​ກຽດ​ທີ່​ສຸດສໍາລັບ​ຂ້າພະ​ເຈົ້າ”.

ອາຈານ ພູມພິທັດ ອຸປະເສີດ : ຂ້າພະເຈົ້າດີໃຈທີ່ໄດ້ເປັນອາຈານສອນ
ອາຈານ ພູມພິທັດ ອຸປະເສີດ ພ້ອມກັບນັກສໍາມະນາກອນຊາຍແດນ.

​ເມື່ອແບ່ງປັນ​ກ່ຽວ​ກັບ​ວາດສະໜາທີ່ໄດ້ເປັນ​ອາຈານ​ສອນ​ຢູ່​ພາກ​ວິຊາ​ພາສາ ​ແລະ ວັດທະນະທຳ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມະຫາວິທະຍາ​ໄລ​ພາສາຕ່າງປະເທດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍ, ອາຈານ ພູມພິທັດ ອຸປະເສີດ ​ໃຫ້​ຮູ້​ວ່າ: ກ່ອນໜ້ານີ້ ຂ້າພະເຈົ້າບໍ່ເຄີຍ​ຄິດ​ວ່າຈະໄດ້​​ເປັນ​ຄູສອນຍ້ອນເມື່ອມາຫວຽດນາມ, ຄວາມຫວັງຂອງຂ້າພະເຈົ້າແມ່ນຢາກເປັນນັກການທູດເຊື່ອມຕໍ່ນໍ້າໃຈມິດຕະພາບ ຫວຽດນາມ-ລາວ.

ໃນ​ຂະ​ບວນ​ການ​ຂອງ​ການຮໍ່າຮຽນ​ຢູ່​ປະ​ເທດ​ຮູບ​ຕົວໜັງສື S, ດໍາ​ລົງ​ຊີ​ວິດ​ ຢູ່​ ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ຮຽກ​ຮ້ອງ​ໃຫ້​ມີ​ທັກສະຫຼາຍຢ່າງ, ອາຈານ ພູມພິທັດ ອຸປະເສີດ ​ລອງ​ສອນ​ພາ​ສາ​ລາວ ​ຢູ່ ​ສູນການສຶກສາ. ໃນເບື້ອງຕົ້ນແມ່ນຢາກຖອດຖອນ ໄດ້ບົດຮຽນ, ປະສົບການ, ແຕ່ຕໍ່ມາ ອາຈານ ພູມພິທັດ ອຸປະເສີດ ຍິ່ງມີຄວາມມັກຮັກກັບວຽກງານນີ້ຫຼາຍຂຶ້ນ.

“ຂ້າພະ​ເຈົ້າ​ຮູ້ສຶກ​ໂຊກ​ດີ ​ແລະດີ​ໃຈ​ທີ່​ໄດ້​ເປັນ​ອາຈານ​ສອນ​ ຢູ່​ ພາກ​ວິຊາ​ພາສາ ​ແລະວັດທະນະທຳອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດຮ່າ​ໂນ້ຍ ​ເຊິ່ງ​ເປັນບ່ອນໃຫ້ຂ້າພະເຈົ້າໄດ້ມີໂອກາດ​ສອນ​ພາສາ ແລະແນະນໍາວັດທະນະທໍາຂອງປະເທດຕົນເຖິງບັນດານັກສຶກສາຢູ່ທີ່ນີ້. ຂ້າພະ​ເຈົ້າຈະມານະພະຍາຍາມ​ອຸທິດຈົນສຸດຄວາມສາມາດຂອງ​ຕົນ​ໃຫ້ວຽກງານ ແລະສົ່ງຕໍ່ກໍາລັງຄວາມມັກຮັກນີ້ເພື່ອໃຫ້ບັນດານັກສຶກສາຮຽນພາສາລາວໄດ້ດີຂຶ້ນ. ຂ້າພະເຈົ້າໄດ້ດໍາລົງຊີວິດ ແລະເຮັດວຽກ ຢູ່ ຫວຽດນາມ ຢ່າງໝັ້ນຄົງແລ້ວສະນັ້ນຂ້າພະເຂົ້າຢາກເປັນຄຸູສອນຍາວນານຢູ່ທີ່ນີ້.

ກອງແກ້ວ

ເຫດການ
302 Found

Found

The document has moved here.