ສູນ​ວັດ​ທະ​ນະ​ທຳ​ເດັກ​ແຂວງ​ສະ​ຫວັນ​ນະ​​ເຂດ ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເຈົ້າ​ແຂວງ

15:10 | 30/05/2019

ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2019 ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ ເດີນທາງໄປຢ້ຽມຢາມສູນວັດ ທະນະທໍາເດັກ (ສ.ວ.ດ) ແຂວງ ສະຫວັນນະເຂດໂດຍການ ຕ້ອນຮັບຂອງທ່ານ ຄໍາສິດ ພົມມະຈັນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງສະຫວັນ ນະເຂດ, ທ່ານ ຄໍາພັນ ພົມ ວຽງໄຊ ຫົວໜ້າສູນວັດທະນະ ທໍາເດັກ, ມີພະນັກງານພາຍໃນ ສູນ ແລະນ້ອງນ້ອຍນັກຮຽນ ພາຍໃນສູນຕ້ອນຮັບຢ່າງພ້ອມ ພຽງ.

ສູນ​ວັດ​ທະ​ນະ​ທຳ​ເດັກ​ແຂວງ​ສະ​ຫວັນ​ນະ​​ເຂດ ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເຈົ້າ​ແຂວງ

ທ່ານເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມ ຫຼານນ້ອຍນັກຮຽນສິນລະປະດົນຕີ ເນື່ອງໃນໂອກາດວັນເດັກນ້ອຍສາກົນ.


ໃນໂອກາດນີ້, ທ່ານ ຄໍາສິດ ພົມມະຈັນ ກໍ່ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ການມາຢ້ຽມ ຢາມຂອງທ່ານເຈົ້າແຂວງ ແລະລາຍງານແຜນການສ້າງ ນັກສິລະປະສືບທອດຮຸ່ນໃໝ່ ເພື່ອທົດແທນຮຸ່ນເກົ່າ ໂດຍມີ ການສະແດງສິລະປະຂັບລໍາຈາກນ້ອງນ້ອຍແຕ່ລະຮຸ້ນໃຫ້ ທ່ານເຈົ້າແຂວງໄດ້ຮັບຊົມ-ຮັບ ຟັງ. ຫຼັງຈາກນນັ້ນ, ທ່ານ ຄຳສິດ ພົມມະຈັນ ກໍ່ໄດ້ຍົກໃຫ້ເຫັນເຖິງ ບັນຫາຫຍຸ້ງຍາກທີ່ສູນວັດທະ ນະທໍາເດັກພົບພໍ້ເປັນຕົ້ນແມ່ນ: ການຂາດເຄື່ອງດົນຕີໃນການ ຊ້ອມຮ້ອງລໍາທໍາເພງ, ຂາດສະ ຖານທີ່ການສະແດງສິລະປະ ເພື່ອຕ້ອນຮັບນັກທ່ອງທ່ຽວ ຈາກ ຕ່າງປະເທດ ແລະພາຍໃນ ທັງນີ້ກໍ່ເພື່ອເປັນການເສີມສ້າງຄວາມຮູ້, ຄວາມສາມາດ ແລະ ເກັບກ່ຽວປະສົບການໃນການສະແດງຂອງນ້ອງນ້ອຍຮຸ່ນໃໝ່ ທັງເປັນການສົ່ງເສີມການຮຽນຮູ້ສູ່ຄົນຮຸ່ນໃໝ່ ແລະເປັນບ່ອນ ພັກຜ່ອນຢ່ອນໃຈສໍາເດັກໃນ ສັງຄົມ.
ຈາກນັ້ນ, ທ່ານເຈົ້າແຂວງ ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຄູອາ ຈານກໍ່ຄືນັກສິລະປະໂຕນ້ອຍ ທີ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມ ຖ່າຍທອດຄວາມຮູ້ຄວາມສາ ມາດແກ່ຄົນຮຸ້ນໃໝ່ເປັນຕົ້ນ ແມ່ນການໄດ້ຂັບລໍາ, ຟ້ອນ, ຮ້ອງເພງ ແລະອື່ນໆ ເພື່ອສົ່ງ ເສີມວັດທະນະທໍາລາວໃຫ້ຢູ່ ກັບຄົນລາວເຮົາໄປຕະຫຼອດ ການ. ສໍາລັບເຄື່ອງດົນຕີທີ່ບໍ່ ພຽງພໍໃນການຊ້ອມ-ສະແດງ ສິລະປະນີ້ ແມ່ນມອບໃຫ້ວິຊາ ການທີ່ກ່ຽວຂ້ອງປະກອບເອ ກະສານຂຶ້ນຜ່ານຕາມຂັ້ນຕອນ ແລ້ວທາງຂັ້ນແຂວງຈະລະດົມ ທຶນເພື່ອຊຸກຍູ້ໃຫ້ ສ.ວ.ດ ມີ ຄວາມພ້ອມໃຫ້ຫຼາຍທີ່ສຸດໃນ ການຊ້ອມ ແລະສະແດງສິລະປະ. ສ່ວນສະຖານທີ່ການສະແດງ ແມ່ນໄດ້ມີການກຳນົດໄວ້ຫຼາຍ ຈຸດ ເຊິ່ງຕ້ອງໄດ້ກວດສອບເຖິງ ຂໍ້ສະດວກ-ຫຍຸ້ງຍາກຂອງສະ ຖານທີ່ນັ້ນໆວ່າເໝາະແກ່ການ ຕັ້ງຊຸ້ມສະແດງ ຫຼືບໍ່ທັງນີ້ກໍ່ເພື່ອ ຄວາມສະດວກໃນການສັນ ຈອນຕາມທ້ອງຖະໜົນຫຼວງ./.

(ແຫຼ່ງ​ຂໍ້​ມູນ​: Savanhphuttana News)

ເຫດການ
302 Found

Found

The document has moved here.