ຫວຽດນາມ ຕັ້ງຫວັງວ່າ APEC ຈະສືບຕໍ່ຢືນຢັນບົດບາດເປັນເວທີປາໄສຫຼັກແຫຼ່ງໃນການຮ່ວມມື ແລະ ການເຊື່ອມໂຍງດ້ານເສດຖະກິດ

16:04 | 15/11/2021

ຍສໝ - ເນື່ອງ​ໃນ​ໂອກາດ​ທີ່ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ການຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ຄັ້ງທີ 28 ​ແຕ່​ວັນ​ທີ 11-12 ພະຈິກ 2021 ດ້ວຍ​ຮູບ​ແບບ​ອອນ​ລາຍ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ດັ້ງ​ຮ່ວາງ​ຢາງ ​ໄດ້​ມີ​ການ​ແລກປ່ຽນ​ກັບ​ນັກ​ຂ່າວ​ ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື APEC ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ APEC ​ແລະ ຄວາມຕັ້ງຫວັງໃນ​​ເວທີ​ປາ​ໄສ​ນີ້.

APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ
ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ APEC ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ APEC

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ດັ້ງ​ຮ່ວາງ​ຢາງ ໄດ້​ກ່າວ​ວ່າ ​ໃນ​ປີ 2021, ​ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ໂລກ​ລະບາດ​ໂຄ​ວິດ-19, ​ແຕ່​ຂະບວນວິວັດຂອງ​ການ​ຮ່ວມ​ມື APEC ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້ແຮງ. ດ້ວຍ​ຫົວ​ຂໍ້ “ພ້ອມກັນປະສານ​ສົມທົບ, ພ້ອມກັນການກະທຳ, ພ້ອມກັນເຕີບໂຕ”, ນັບ​ແຕ່​ຕົ້ນ​ປີມາ​ນີ້, APEC ​ໄດ້​ມີ​ການ​ປະຊຸມ​ເກືອບ 200 ຄັ້ງ​ຢູ່​ທຸກ​ຂັ້ນ; ​ໃນ​ນັ້ນ ​ຈຸດ​ສຸມ​ຕົ້ນຕໍ​ແມ່ນ​ການຮັບມື​ກັບການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການ​ຟື້ນ​ຟູ​ເສດຖະກິດ, ສະພາບ​ແວດ​ລ້ອມ​ການ​ຄ້າ​ ແລະ​ ການ​ລົງທຶນ, ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ກວມລວມ, ຍົກສູງ​ປະສິດທິ​ຜົນ​ຂອງ​ເວທີ​ປາ​ໄສ.

ຫວຽດນາມ ຕັ້ງຫວັງວ່າ APEC ຈະສືບຕໍ່ຢືນຢັນບົດບາດເປັນເວທີປາໄສຫຼັກແຫຼ່ງໃນການຮ່ວມມື ແລະ ການເຊື່ອມໂຍງດ້ານເສດຖະກິດ
ທານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ດັ້ງ​ຮ່ວາງ​ຢາງ. (ພາບ: TTXVN)

ຫວຽດນາມ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ປະເທດເຈົ້າພາບ ນິວຊີ​ແລນ ​ແລະ ບັນດາ​ສະມາຊິກ APEC, ຍູ້​ແຮງ​ການ​ຮ່ວມ​ມື ​ແລະ ປະກອບສ່ວນ​ເຂົ້າ​ໃນ​ບັນດາໂຄງການດຳເນີນງານຂອງ APEC ປີ 2021. ຫວຽດນາມ ​ແມ່ນ​ປະ​ເທດ​ສຳຄັນ​ໃນ​ການ​ສ້າງ​ວິ​ໄສ​ທັດ APEC 2040 ​ແລະ ພວມ​ຕັ້ງໜ້າ​ເຂົ້າ​ຮ່ວມການ​ສ້າງແຜນການ​ຜັນ​ຂະຫຍາຍ​ວິໄສທັດນີ້ ຢ່າງ​ມີ​ປະສິດທິ​ຜົນ. ຫວຽດນາມ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ນຳ​ໜ້າ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ເຂົ້າ​ເຖິງ​ວັກ​ແຊງ​ຢ່າງ​ສະ​ເໝີ​ພາບ. ພິ​ເສດ, ຫວຽດນາມ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ ​ແລະ ການ​ກະທຳລະອຽດ​ໃນ​ການ​ຮ່ວມ​ມື APEC ​ເພື່ອ​ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຕາມ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ດັ້ງ​ຮ່ວາງ​ຢາງ ​ແລ້ວ, ທີ່​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ໄດ້ມີບົດກ່າວ​ປາ​ໄສ​ທີ່​ສຳຄັນ. ຫວຽດນາມ ຕັ້ງຫວັງ​ວ່າ APEC ຈະສືບ​ຕໍ່​ຢືນຢັນບົດບາດ​ເປັນ​ເວທີ​ປາ​ໄສ​ຮ່ວມ​ມືຫຼັກແຫຼ່ງກ່ຽວກັບການຮ່ວມມື ແລະ ຮ່ວມສຳພັນ​ດ້ານ​ເສດຖະກິດ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດໃນ​ພາກ​ພື້ນ ​ແລະ ​ໂລກ, ສືບ​ຕໍ່​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ລັດທິ​ຫຼາຍ​ຝ່າຍ ​ແລະ ການ​ຮ່ວມ​ມື​ຫຼາຍ​ຝ່າຍ. ຜ່ານ​ນັ້ນ, APEC ຈະ​ວາງອອກ​ບັນດາ​ມາດ​ຕະການ​ແກ້​ໄຂ, ຊຸກຍູ້​ການ​ຮ່ວມ​ມື ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ, ປຸກລຸກບັນດາກຳລັງໜູນ​ໃໝ່, ຍູ້ແຮງ​ການ​ຟື້ນ​ຟູ​ເສດຖະກິດ, ​ນຳ​ພາກ​ພື້ນໄປສູ່ການ​ພັດທະນາ​ແບບ​ຍືນ​ຍົງ ແລະ ກວມລວມ. ດ້ວຍ​ວິ​ໄສ​ທັດ​ຂອງ​ປະຊາ​ຄົມ​ອາຊີ - ປາຊີ​ຟິກທີ່​ເປີດ​ກວ້າງ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ​ ໃນ​ປີ 2040, ບັນດາ​ການ​ນຳກໍ່ຈະຍົກອອກການ​ກຳນົດ​ທິດ​ທີ່​ສຳຄັນ​ຂອງ​ການ​ຮ່ວມ​ມື APEC ​ໃນ 2 ທົດ​ສະ​ວັດ​ຕໍ່ໜ້າ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ ອາຊີ - ປາຊີ​ຟິກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.