4 ເດືອນ ດ່ານພາສີສາກົນ ບໍ່ເຕ່ນ ເກັບລາຍຮັບໄດ້ 83 ຕື້ກີບ

15:51 | 23/05/2019

ບັນຍາກາດການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກແລະ ອື່ນໆ ຜ່ານດ່ານພາສີສາກົນ ບໍ່ເຕ່ນ ແຂວງຫລວງນໍ້າທາຄຶກ ຄື້ນກວ່າປີຜ່ານມາ ໃນ 4 ເດືອນຕົ້ນປີ 2019, ສາມາດ ເກັບລາຍຮັບ ເຂົ້າງົບປະມານ ແຫ່ງລັດ ໄດ້ແລ້ວ 83 ຕື້ກວ່າກີບ ເທົ່າກັບ 31,44% ຂອງແຜນການປີ, ຖ້າທຽບໃສ່ ໄລຍະດຽວກັ ນຂອງປີຜ່ານມາ ເພີ່ມຂຶ້ນ 19,40%, ສ່ວນລາຍຮັບ ໝົດປີ ດ່ານພາສີ ສາກົນບໍ່ເຕ່ນ ໄດ້ຮັບຕົວເລກມອບໝາຍ 264 ຕື້ກວ່າກີບ ຄາດຄະເນ ບັນລຸຕາມແຜນການ ຫລື ລື່ນແຜນການ.

4 ເດືອນ ດ່ານພາສີສາກົນ ບໍ່ເຕ່ນ ເກັບລາຍຮັບໄດ້ 83 ຕື້ກີບ

ດ່ານພາສີສາກົນ ບໍ່ເຕ່ນ.

ທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕ່ນ ໄດ້ໃຫ້ສຳພາດ ກັບທີມຂ່າວກະຊວງການເງິນ ເມື່ອບໍ່ນານມານີ້ວ່າ: ການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ຂອງເຈົ້າໜ້າທີ່ ດ່ານພາສີແຫ່ງນີ້, ໃນປີຜ່ານມາ ມີຫລາຍອັນພົ້ນເດັ່ນ ໂດຍສະເພາະສາມາດດຳເນີນການ ຕໍ່ຜູ້ລະເມີດກົດໝາຍວ່າດ້ວຍພາສີ ໄດ້ທັງໝົດ 71 ລາຍ, ເຊິ່ງປະກອບມີຄະດີການສົ່ງອອກຫີນປາໂກໃດ ໄປ ສປ ຈີນ 1 ລາຍ, ຢຶດລົດນຳເຂົ້າບໍ່ຖືກຕ້ອງຜ່ານດ່ານ 23 ລາຍ, ລະເມີດຊັບສິນທາງປັນຍາ 1 ລາຍ, ລົດບັນທຸກຂະໜາດນ້ອຍ 342 ຄັນ, ລັກລອບສັດປ່າຫວງຫ້າມທີ່ໃກ້ສູນພັນ 2 ລາຍ, ເຄື່ອນຍ້າຍເງິນເຂົ້າ-ອອກປະເທດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ 3​ ລາຍ, ລັກລອບຊຸກ ເຊື່ອງໄມ້ຫວງຫ້າມ ໄປຕາມລົດໂດຍສານ ແລະ ລົດຕ່າງໆ 8 ລາຍ. ນອກນັ້ນ, ຍັງມີ 33 ລາຍລະເມີດກົດໝາຍວ່າດ້ວຍພາສີ ແລະ ລະບຽບການທາງພາສີທົ່ວໄປ.

ປີ 2019 ດ່ານພາສີສາກົນ ບໍ່ເຕ່ນ ໄດ້ຮັບຕົວເລກແຜນການ ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 264 ຕື້ກີບ. ໃນນັ້ນ, ໄດ້ແບ່ງໃຫ້ບັນດາດ່ານທີ່ຂຶ້ນກັບ ຄື: ດ່ານພາສີສາ ກົນບໍ່ເຕ່ນ 236 ຕື້ກວ່າກີບ; ດ່ານພາສີທ້ອງຖິ່ນ ປາງໄຮ 24,9 ຕື້ກວ່າກີບ; ດ່ານພາສີທ້ອງຖິ່ນຊຽງກົກ 100 ລ້ານກີບ; ດ່ານພາສີທ້ອງຖິ່ນ ບ້ານມອມ 2 ຕື້ກີບ; ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ 1 ຕື້ກີບ, ມາຮອດປັດຈຸບັນ ນັບແຕ່ເດືອນ 1-4/2019 ມີຜົນສຳເລັດຕາມແຜນ. ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກຄ່າຊັກພິເສດຂາອອກ, ການເສຍພາສີ-ອາກອນຂາເຂົ້າ ປະເພດນໍ້າມັນເຊື້ອໄຟ, ພາຫະ ນະ, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທໍານຽມຄົນເຂົ້າ-ອອກເມືອງ, ຄ່າທຳນຽມພາຫະນະ ເຂົ້າ-ອອກເມືອງ, ຄ່າທໍານຽມຜ່ານແດນ, ຄ່າທຳນຽມຄັງແຮນໍ້າມັນເຊື້ອໄຟ, ຄ່າປັບ ໄໝ ແລະ ອື່ນໆ. ທັງນີ້, ກໍຍ້ອນຄະນະພັກ ຄະນະນໍາທຸກຂັ້ນ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ, ລວມທັງຄະນະດ່ານ ໄດ້ມີມາດຕະການ ບວກເຈົ້າໜ້າທີ່ພາສີທຸກຄົນເອົາໃຈໃສ່ດ້ວຍຄວາມຮັບຜິດຊອບ ແລະ ການນໍາເຂົ້າ-ສົ່ງອອກສິນຄ້າປະເພດຕ່າງໆ ຄຶກຄື້ນດີ.

ທ່ານ ຄໍາສຸວັນ ວົງສິນນະສອນ ກ່າວຕື່ມວ່າ: ເພື່ອເຮັດໃຫ້ບັນລຸຕາມແຜນການທີ່ວາງໄວ້ຈໍານວນ 264 ຕື້ກີບ, ຄະນະດ່ານພາສີສາກົນບໍ່ເຕ່ນ ໄດ້ວາງຫລາຍມາດຕະການ ໃນການສືບຕໍ່ຕິດຕາມ, ກວດກາ-ກວດ ການປະຕິບັດໜ້າທີ່ວຽກງານຂອງແຕ່ລະໜ່ວຍງານ ໃຫ້ມີຄວາມຮັບຜິດຊອບສູງ, ເພີ່ມທະວີການຂຸດຄົ້ນລາຍຮັບໃຫ້ໄດ້ຕາມຕົວເລກແຜນການ, ປະຕິບັດມູນຄ່າແຈ້ງພາສີ, ຂັ້ນຕອນການແຈ້ງພາສີ, ສ້າງຖານຂໍ້ມູນດ້ານລາຄາແຈ້ງພາສີໃຫ້ລະອຽດ, ຊັດເຈນເພື່ອເປັນບ່ອນອີງໃນການກຳນົດມູນຄ່າແຈ້ງພາສີ ໃຫ້ສອດຄ່ອງກັບຫລັກການທີ່ກຳນົດໄວ້, ເພີ່ມທະວີການຄຸ້ມຄອງການຫັກລົບແຜນຍົກເວັ້ນ, ຫລຸດຜ່ອນ ຫລື ງົດເກັບພາສີ ແລະ ພັນທະອື່ນໂດຍສະເພາະ ເຄື່ອງຂອງທີ່ນຳເຂົ້າຕາມນະໂຍບາຍສົ່ງ ເສີມການລົງທຶນ ໃຫ້ມີຄວາມສອດຄ່ອງກັບກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນຢ່າງເຂັ້ມງວດ.

(ແຫຼ່ງ​ຂໍ້​ມູນ​: ກະຊວງການເງິນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.