ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ສານ​ສາ​ກົນ ໃນ​ການ​ບຳ​ລຸງ​ສ້າງ

11:34 | 06/11/2021

ຍ​ສ​ໝ - ວັນ​ທີ 2 ພະ​ຈິກ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ເພາະ ປະ​ຈຳ​ປີ ກັບ​ ທ່າ​ນນາງ Joan Donoghue ປະ​ທານ​ສານ​ສາ​ກົນ. ທ່ານ​ປະ​ທານ​ສານ​ສາ​ກົນ ໄດ້​ລາຍ​ງານ​ກ່ຽວ​ກັບ​ຫົວ​ຂໍ້ “ບົດ​ບາດ​ຂອງ ປະ​ທານ​ສາ​ກົນ​ສາ​ກົນ ຕາມຂໍ້ກຳນົດ​ກົດ​ລະ​ບຽບ ແລະ ບັນ​ດາ​ເອ​ກະ​ສານ​ບໍ​ລິ​ຫານ​ຂອງ​ສານ”.

ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຊາວ​ໜຸ່ມສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ປ້້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ມື ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ວິ​ວັດ​ການປະ​ຕິ​ບັດ​ນິ​ຕິ​ກຳ ສາ​ກົນ ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສານຍຸ​ຕິ​ທຳ​ສາ​ກົນ ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ວິ​ວັດ​ການປະ​ຕິ​ບັດ​ນິ​ຕິ​ກຳ ສາ​ກົນ ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສານຍຸ​ຕິ​ທຳ​ສາ​ກົນ
ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ສານ​ສາ​ກົນ ໃນ​ການ​ບຳ​ລຸງ​ສ້າງ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ້ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ້ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ຢັ້ງ​ຢືນ​ວ່າ ສານ​ສາ​ກົນ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ການ​ຂັັດ​ແຍ້ງ​ກັນສາ​ກົນ​ໂດຍ​ສັນ​ຕິ​ວິ​ທີ​. ຜ່ານ​ໜ້າ​ທີ່​ພິ​ພາກ​ສາ ແລະ ໃຫ້​ຄຳ​ປຶກ​ສາ, ສານ​ສາ​ກົນ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ ແລະ ສິດ​ອຳ​ນາດ​ລະ​ດັບ​ສາ​ກົນ. ຫວຽດ​ນາມ ຖື​ວ່າ, ຄວາມເປັນລະ​ບຽ​ບ​ຮຽບຮ້ອຍສາ​ກົນ ຍືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ຢ່​າງ​ຮ້າຍ​ແຮງ, ບັນ​ດາ​ການ​ກະ​ທຳ​ທີ່ລະ​ເມີດ​ກົດ​ບັດ​ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ.

ໃນ​ສະ​ພາບ​ການ​ນັ້ນ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສ​ປ​ຊ ຕ້ອງ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ​ຄືແມ່ນ​ເຄື່ອງ​ມື​ທີ່​ມີ​ໃນ​ປັດ​ຈຸ​ບັນ ເພື່ອ​ແນ​ໃສ່​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງສາ​ກົນ, ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັບ ສານ​ສາ​ກົນ ໃນ​ຂອບ​ຂະ​ໜາດ​ໜ້າ​ທີ່​ຂອງ​ບັນ​ດາ​ອົງ​ການ ແລະ ເໝາະ​ສົມ​ກັບ​ກົດ​ບັດ ສ​ປ​ຊ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຖື​ວ່າ ປະ​ທານ​ສານ​ສາ​ກົນ ມີ​ບົດ​ບາດ​ສຳ​ຄັນ​ກ່ຽວ​ກັບ​ການ​ພິ​ພາກ​ສາ, ຄຸ້ມ​ຄອງ, ຕາງ​ໜ້າ ແລະ ການ​ທູດ, ອາດ​ຈະໜູນ​ຊ່ວຍ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ, ບົດ​ບາດ​ຂອງສານ​ສາ​ກົນ ໃນ​ການ​ຊຸກ​ຍູ້​ສິດ​ອຳ​ນາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັ​ກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງສາ​ກົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ໄດ້​ເນັ້ນ​ໜັກ​ເຖິງຫຼັກ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ສາ​ກົນ ໂດຍ​ສັນ​ຕ​ິ​ວິ​ທີ ແມ່ນ​ໜຶ່ງ​ໃນ​ບັນ​ດາຫຼັກ​ການ​ພື້​ນ​ຖານ​ຂອງກົດ​ໝາຍ​ສາ​ກົນ. ຫຼັກ​ການນີ້ ກໍ່​ລວມ​ມີພາລະໜ້າທີ່​ຕ້ອງ​ປະ​ຕິ​ບັດ​ຕາມ​ບັນ​ດາ​ການພິພາກສາ, ຮູບຄະດີ, ຄຳ​ຕັດ​ສິນ​ໃຈ ຂອງ​ອົງ​ການ​ທີ່ມີ​ສິດ​ອຳ​ນາດ​ສານ, ການພິ​ພາກ​ສາ​ສາ​ກົນ. ທ່ານ​ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ຢັ້ງ​ຢືນ​ເຖິງ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃຫ້​ຮູ້​ວ່າ ຫວຽດ​ນາມ ຕີ​ລ​າ​ຄາ​ສູງ ແລະ ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ບັນ​ດາ​ອົງ​ການ​ນິ​ຕິ​ກຳ​ສາ​ກົນ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ ລະ​ຫວ່າງ​ບັນ​ດາ​ປະ​ເທດ. ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມຫຼາຍ​ວິ​ວັດ​ການ​ນິ​ຕິ​ກຳ​ສາ​ກົນ, ໃນ​ນັ້ນ ​ມີ​ບັນ​ດາ​ວິ​ວັດ​ການ​ຂອງ ສານ​ສາ​ກົນ. ຫວຽດ​ນາມ ຮຽ​ກ​ຮ້ອງ​ໃຫ້​ຍົກ​ສູງ​ກຳ​ລັງ​ຄວາມສາ​ມາດ​ໃນ​ການ​ນຳ​ໃຊ້​ບັນ​ດາ​ກົນ​ໄກ​ພິ​ພາກ​ສາ, ກຳມະການ​ສາ​ກົນ, ມີ​ຄວາມ​ປາດ​ຖະ​ໜາຢາກ​ສືບ​ຕໍ່​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ກັບ ສານ​ສາ​ກົນ ໃນ​ການ​ເຄື່ອນ​ໄຫວ​ບຳ​ລຸງ​ສ້າງ ໄວ​ໜຸ່ມ​ໃນ​ຂົງ​ເຂດ​ນິ​ຕິ​ກຳ​ສາ​ກົນ.

ສານ​ສາ​ກົນ​ແມ່ນ​ອົງ​ການ​ພິ​ພາກ​ສາ​ຂອງ ສ​ປ​ຊ, ໄດ້​ສ້າງ​ຕັ້ງ​ນັບ​ແຕ່​ປີ 1945, ມີ​ສິດ​ອຳ​ນາດ​ພິ​ພາກ​ສາການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ສະ​ໜອງ​ຄຳ​ເຫັນ​ປຶກ​ສາ​ດ້ານ​ນິ​ຕິ​ກຳ​ໃຫ້​ແກ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ສະ​ມັດ​ຊາ​ໃຫຍ່, ບາງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ອົງ​ການ​ສະ​ເພາະ​ກິດ ທີ່ ສະ​ມັດ​ຊາ​ໃຫຍ່ ໄດ້ໃຫ້ອະ​ນຸ​ຍາດ. ມາ​ຮອດ​ປັດ​ຈຸ​ບັນ, ສານ​ສາ​ກົນ ໄດ້​ພ​ິ​ພາກ​ສາ 140 ຄະດີ​ຮ້ອງ​ຟ້ອງ ລະ​ຫວ່າງ​ບັນ​ດາ​ປະ​ເທດ, ປັດ​ຈຸບ​ັນ​ພວມ​ພິ​ພາກ​ສາ 14 ຄະດີໃນ​ບັນ​ດາ​ຂົງ​ເຂດ​ກ່ຽວ​ກັບ​ການ​ທູດ, ​ກົງ​ສຸນ, ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ, ເສັ້ນ​ຊາຍ​ແດນ​ໃນ​ທະ​ເລ, ສິດ​ທິ​ມະ​ນຸດ, ສິ່ງ​ແວດ​ລ້ອມ.

ນີ້​ແມ່ນກອງ​ປະ​ຊຸມ​ສະ​ເພາະທີ່​ໄດ​້​ຈັດ​ຕັ້ງ​ທຸກ​ປີ ເພື່ອ​ແນ​ໃສ​່​ແລກ​ປ່ຽນ​ຂໍ້​ມູນ, ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກັ​ບ​ສານ​ສາ​ກົນ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ນິ​ຕິ​ກຳ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.