ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄົ້ນຄວ້າ​ຫຼາຍ​ບັນຫາ​ສຳຄັນ

07:30 | 16/05/2019

ກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 8 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ X ດຳເນີນ​ແຕ່​ວັນ​ທີ 6-14 ພຶດສະພາ 2019 ຢູ່​ສຳນັກງານ​ຫ້ອງ​ວ່າການ​ສູນ​ກາງ​ພັກ ໂດຍ​ເປັນ​ປະທານ​ຂອງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ ແຫ່ງ ​ສປປ ລາວ.

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄົ້ນຄວ້າ​ຫຼາຍ​ບັນຫາ​ສຳຄັນ

ບັນຍາກາດກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 8 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ X

ກອງ​ຊຸມ​ຄັ້ງ​ນີ້ ໄດ້​ຄົ້ນຄວ້າ​ປຶກສາ​ຫາລື ແລະ ໃຫ້​ທິດ​ຊີ້​ນຳ​ຕໍ່​ບັນຫາ​ສຳຄັນ ຄື: ຕີ​ລາຄາ​ຄວາມ​ຄືບ​ໜ້າ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 7 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ X ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ມະຫາ​ພາກ ເປັນຕົ້ນ ການຈັດຕັ້ງ​ປະຕິບັດ​ງົບປະມານ​ຂອງ​ລັດ, ການ​ແກ້​ໄຂ​ໜີ້​ສິນ​ສາທາລະນະ, ການ​ປັບປຸງ​ລັດ​ວິ​ສາ​ຫະ​ກິດ, ການ​ບໍລິການ​ຂອງ​ລັດ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ພາກ​ທຸລະ​ກິດ, ການ​ຫຼຸດຜ່ອນ​ຂອດ​ຂັ້ນ​ທີ່​ກົດ​ໜ່ວງ​ຖ່ວງ​ດຶງ​ການ​ພັດທະນາ, ການ​ແກ້​ໄຂ​ບັນຫາ​ເງິນຕາ ການ​ຈໍ​ລະ​ຈອນ​ສິນຄ້າ, ການ​ຊຸກຍູ້​ສົ່ງເສີມ​ວິ​ສາ​ຫະ​ກິດ​ຂະໜາດ​ກາງ - ຂະໜາດ​ນ້ອຍ ແລະ ການ​ສ້າງ​ຖານ​ລາຍ​ຮັບ​ໃໝ່ ເປັນ​ເອກະ​ພາບ​ຮັບຮອງ​ເອົາ​ທິດ​ທາງແຜນ​ວຽກ​ຈຸດ​ສຸມ ແລະ ມາດ​ຕະການ​ໄລຍະ​ສັ້ນ, ໄລຍະ​ຍາວ ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຕິດ​ພັນ​ກັບ​ການ​ສ້າງ​ເງື່ອນໄຂ ແລະ ປັດ​ໄຈ​ຕົວ​ຈິງ ເພື່ອ​ເສີມ​ຂະຫຍາຍ​ບັນດາ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຊາດພັດທະນາ​ໃຫ້​ເກີດ​ຂະແໜງ​ເສດຖະກິດ​ປາຍ​ແຫຼມ, ສ້າງ​ຄວາມ​ສາມາດ​ໃໝ່​ຂອງ​ພື້ນຖານ​ການ​ຜະລິດ ແລະ ການ​ບໍລິການ ຮັບປະກັນ​ທິດ​ພັດທະນາ​ແບບ​ຍືນ​ຍົງ ແລະ ສີຂຽວ ຮັບ​ຟັງ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ຊົນນະບົດ​ໃນ​ໄລຍະ​ຜ່ານ​ມາ ເຊິ່ງ​ພັກ​ເຮົາ​ຍາມ​ໃດ​ກໍ​ຖື​ເອົາ​ວຽກ​ງານ​ຊົນນະບົດ, ເປັນ​ໜ້າທີ່​ຍຸດ​ທະ​ສາດ ທັງ​ເປັນ​ວຽກ​ບຸລິມະສິດ​ສຳຄັນ ແລະ ເປັນ​ແຜນ​ນະໂຍບາຍ​ໃຫຍ່​ທີ່​ຕ້ອງ​ດຳເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະຊາຊົນ ໄລຍະ​ຜ່ານ​ມາ​ຊົນນະບົດ​ຢູ່​ປະເທດ​ລາວໂດຍ​ລວມ​ໄດ້​ມີ​ໂສມ​ໜ້າ​ຫັນປ່ຽນ​ໃໝ່​ຢ່າງ​ຈະແຈ້ງ ນັບ​ທັງ​ພື້ນຖານ​ໂຄງ​ລ່າງ, ລະບົບ​ສາ​ທາ​ລະ​ນຸ​ປະ​ໂພກການ​ຜະລິດບໍລິການລ້ວນ​ແຕ່​ໄດ້​ມີ​ການ​ພັດທະນາ ຄວາມທຸກ​ຍາກ​ຫຼຸດ​ລົງ​ເປັນ​ກ້າວໆ ລະບົບ​ການເມືອງ​ຢູ່​ຮາກ​ຖານ​ໄດ້​ຮັບ​ການ​ປັບປຸງ​ມີ​ຄວາມ​ໜັກແໜ້ນ ເຂັ້ມແຂງ.ພ້ອມ​ນີ້ ກໍ​ຍັງ​ມີ​ຂໍ້ຄົງຄ້າງ​ຈຳນວນ​ໜຶ່ງ​ທີ່​ຕ້ອງ​ໄດ້​ສືບຕໍ່​ແກ້​ໄຂ ທີ່​ພົວພັນ​ເຖິງ​ຄວາມ​ຮັບຜິດຊອບ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ ແລະ ອຳນາດ​ການ​ປົກຄອງ​ແຕ່​ລະ​ຂັ້ນ ຄວາມ​ເປັນ​ເຈົ້າ​ຂອງ​ປະຊາຊົນ ບັນຫາ​ການ​ບໍລິການ​ສາທາລະນະ​ສຸກ ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ​ຢູ່​ຊົນນະບົດ ແລະ ອື່ນໆ.

ກອງ​ປະຊຸມ​ໄດ້​ມອບ​ໃຫ້​ກົມ​ການເມືອງ​ສູນ​ກາງ​ພັກ ສືບຕໍ່​ຊີ້​ນຳ​ການ​ຄົ້ນຄວ້າ​ບັນຫາ​ໃຫ້​ເລິກເຊິ່ງ ຈະແຈ້ງ ແລະ ອອກ​ເປັນ​ຄຳ​ສັ່ງ ເພື່ອ​ຊີ້​ນຳ​ວຽກ​ງານ​ພັດທະນາ​ຊົນນະບົດ​ໃຫ້​ມີ​ການ​ຫັນປ່ຽນ​ໃໝ່​ໃນ​ຊຸມ​ປີ​ຕໍ່ໜ້າ ແລະ ໄດ້​ຕີ​ລາຄາ​ຕໍ່​ບັນຫາ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ບໍລິຫານ​ລັດ ເຊິ່ງ​ເປັນ​ບັນຫາ​ສຳຄັນ​ໜຶ່ງ​ໃນ​ການ​ສືບຕໍ່​ສ້າງ ແລະ ບູລະນະ​ລັດ​ປະຊາທິປະໄຕ ປະຊາຊົນ ຕາມ​ຈຸດໝາຍ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ ໃນ​ໄລຍະ​ຜ່ານ​ມາ ພັກ-ລັດ ໄດ້​ເອົາໃຈໃສ່​ຊີ້​ນຳ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຕາມ​ທິດ​ແບ່ງ​ຄວາມ​ຮັບຜິດຊອບ ແບ່ງ​ສິດ ແລະ ຄວາມ​ເປັນ​ເຈົ້າ​ການ​ໃຫ້​ທ້ອງຖິ່ນ​ຫຼາຍ​ຂຶ້ນ ສູນ​ກາງ​ເຮັດ​ໜ້າທີ່​ຄຸ້ມ​ຄອງ​ມະຫາ​ພາກ​ເປັນຕົ້ນ​ຕໍ ໂດຍ​ສະເພາະ ການ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບດ້ານ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ ເຮັດ​ໃຫ້​ໜ້າທີ່ ຂອບ​ເຂດ​ສິດ ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ບໍລິຫານ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ​ແຕ່​ລະ​ຂັ້ນ ຖືກ​ກຳນົດ​ໄວ້​ໃນ​ກົດໝາຍ​ຢ່າງ​ຈະແຈ້ງ ໄດ້​ຮັບ​ການ​ປັບປຸງ​ໃຫ້​ໜັກ​ແໜ້ນ ແລະ ເຂັ້ມແຂງ​ຂຶ້ນ​ຕື່ມ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.