ນະຄອນດ່າໜັງ ໝູນໃຊ້ມາດຕະການແຍກຫ່າງໃນສັງຄົມ

14:11 | 28/07/2020

ຍສໝ - ວັນທີ 27 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ນໍານະຄອນດ່າໜັງ ໝູນໃຊ້ມາດຕະການແຍກຫ່າງໃນສັງຄົມຕາມຄໍານສັ່ງເລກທີ 19 ອອກວັນທີ 24 ເມສາ 2020 ຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ໃນສະພາບການໃໝ່ຢູ່ລະດັບທ້ອງຖິ່ນມີຄວາມສ່ຽງສູງ.

ນະຄອນດ າໜ ງ ໝ ນໃຊ ມາດຕະການແຍກຫ າງໃນສ ງຄ ມ ນັກ​ສຶກ​ສາ​ລາວ​ກ່​ວາ 400 ຄົນ​ໄດ້​ຮັບ​ການ​ແຍກ​ຕົວ
ນະຄອນດ າໜ ງ ໝ ນໃຊ ມາດຕະການແຍກຫ າງໃນສ ງຄ ມ

ມອບຂອງຂວັນ 250 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ - ລາວ; ຫວຽດນາມ - ກຳປູເຈຍ

ນະຄອນດ າໜ ງ ໝ ນໃຊ ມາດຕະການແຍກຫ າງໃນສ ງຄ ມ

ພາບປະກອບ

ຄະນະຊີ້ນໍາແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໄລ່ຮອດເວລາ 6 ໂມງເຊົ້າ ຫາ 18 ໂມງແລງຂອງວັນທີ 27 ກໍລະກົດ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 11 ຄົນ ເຊິ່ງມີສ່ວນກ່ຽວຂ້ອງເຖິງໂຮງໝໍດ່າໜັງ, ອັນໄດ້ຍົກຈໍານວນຜູ້ຕິດເຊື້ອໂຄວິດ - 19 ຢູ່ຫວຽດນາມ ຂຶ້ນເຖິງ 431 ກໍລະນີ.ໃນຈໍານວນຜູ້ຕິດເຊື້ອທີ່ພວມປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກແຫ່ງຕ່າງໆນັ້ນ, 5 ຄົນມີຜົນວິໄຈເປັນລົບຄັ້ງທໍາອິດ ກັບເຊື້ອໄວຣັດ SARS–CoV-2 ແລະ 3 ຄົນມີຜົນວິໄຈເປັນລົບແຕ່ 2 ຄັ້ງຂຶ້ນໄປ. ປັດຈຸບັນ, ຍັງມີ 58 ຄົນມີຜົນວິໄຈເປັນບວກກັບເຊື້ອໄວຣັດດັ່ງກ່າວ.

ໃນຕອນເຊົ້າວັນທີ 27 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກ້ັນໂລກລະລາດໂຄວິດ - 19, ກໍໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະປັດຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ຕ້ອງປະຕິບັດ 2 ເປົ້າໝາຍ: ດັບມອດໂລກລະບາດ ແລະ ຮັກສາສະຖຽນລະພາບໃນສັງຄົມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊີ້ນຳ, ໜູນຊ່ວຍນະຄອນດ່ານັ້ງ, ໂດຍສະເພາະແມ່ນຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຊອກຫາຮ່ອງຮອຍການຕິດເຊື້ອໂຄວິດ-19 ໃນວົງກວ້າງຢູ່ນະຄອນດ່ານັ້ງ, ໂດຍສະເພາະແມ່ນບັນດາກໍລະນີມີຄວາມສ່ຽງຕິດແປດ, ນັບທັງນັກທ່ອງທ່ຽວ. ກະຊວງສາທາລະນະສຸກ ຊີ້ນຳການໜູນຊ່ວຍນະຄອນ ດ່ານັ້ງ ເພີ່ມທະວີກຳລັງຄວາມສາມາດໃນການວິໄຈ, ປິ່ນປົວ; ສືບສວນ, ຕິດຕາມກວດກາໂລກລະບາດ, ໂດຍສະເພາະແມ່ນບັນດາເປົ້າໝາຍ, ເຂດທີ່ມີຄວາມສ່ຽງສູງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ນໍານະຄອນດ່າໜັງ ໝູນໃຊ້ມາດຕະການແຍກຫ່າງໃນສັງຄົມຕາມຄໍານສັ່ງເລກທີ 19 ອອກວັນທີ 24 ເມສາ 2020 ຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ໃນສະພາບການໃໝ່ຢູ່ລະດັບທ້ອງຖິ່ນມີຄວາມສ່ຽງສູງ. ມາດຕະການດັ່ງກ່າວ ຈະເລີ່ມປະຕິບັດແຕ່ເວລາ 00 ໂມງ 00 ນາທີ ຂອງວັນທີ 28 ກໍລະກົດເປັນຕົ້ນໄປ ແລະແກ່ຍາວຢ່າງໜ້ອຍ 14 ວັນ, ລວມທັງການໃສ່ຜ້າອັດປາກ - ອັດດັງຢູ່ສະຖານທີ່ສາທາລະນະ ແລະ ພາຫະນະສາທາລະນະ.

ນະຄອນດ າໜ ງ ໝ ນໃຊ ມາດຕະການແຍກຫ າງໃນສ ງຄ ມ ລັດຖະມົນຕີການຕ່າງປະເທດລາວ ຖືວ່າ ຫວຽດນາມໄດ້ມີການປະກອບສ່ວນສໍາຄັນຫຼາຍຢ່າງໃນຖານະຕໍາແໜ່ງເປັນປະທານ ກໍ່ຄືໃນຖານະຕໍາແໜ່ງເປັນສະມາຊິກຂອງອາຊຽນ

ຍສໝ - "ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນບໍ່ພຽງແຕ່ໃນການນໍາພາອາຊຽນ ເທົ່ານັ້ນຫາກຍັງສະແດງອອກໃຫ້ເຫັນຄວາມສາມາດຂອງຕົນໃນການແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນໂລກ ແລະໃນພາກພື້ນອີກດ້ວຍ. ນີ້ແມ່ນຫຼັກຖານພະຍານທີ່ຈະແຈ້ງກ່ຽວກັບບົດບາດທີ່ພົ້ນເດັ່ນຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020".

ນະຄອນດ າໜ ງ ໝ ນໃຊ ມາດຕະການແຍກຫ າງໃນສ ງຄ ມ ຊຸກຍູ້ຮ່ວມມືລະຫວ່າງບາງທ້ອງຖິ່ນຂອງຫວຽດນາມ ກັບບັນດາແຂວງພາກເໜືອຂອງລາວ

ຍສໝ - ເພີ່ມທະວີການຮ່ວມມືລະຫວ່າງບັນດາແຂວງຂອງຫວຽດນາມ ແລະ ບັນດາແຂວງພາກເໜືອຂອງລາວ, ພິເສດແມ່ນບັນແຂວງແຮກສ່ຽວກັບແຂວງຜົ້ງສາລີ ເພື່ອແນໃສ່ຊ່ວຍແຂວງກໍ່ສ້າງພື້ນຖານໂຄງລ່າງ ແລະພັດທະນາເສດຖະກິດ, ສັງຄົມ, ສົ່ງເສີມບັນດາວິສາຫະກິດຂອງຫວຽດນາມ ໄປລົງທຶນຢູ່ແຂວງຜົ້ງສາລີ.

ນະຄອນດ າໜ ງ ໝ ນໃຊ ມາດຕະການແຍກຫ າງໃນສ ງຄ ມ ການແຂ່ງຂັນບານເຕະມິດຕະພາບສາກົນ - ຮັດແໜ້ນຄວາມສາມັກຄີລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າຕ່າງປະເທດປະຈໍາຫວຽດນາມ

ຍສໝ - ໃນຕອນບ່າຍວັນທີ 24/7, ທີ່ສະໜາມກິລາໂຮງຮຽນຕຳຫຼວດປະຊາຊົນ, ກະຊວງຕຳຫຼວດໄດ້ຈັດການແຂ່ງຂັນບານເຕະມິດຕະພາບສາກົນ ລະຫວ່າງ 4 ທີມຈາກສະຖານທູດອົດສະຕາລີ ປະຈໍາຫວຽດນາມ - ສະຖານທູດອັງກິດ ແລະ ໄອແລນເໜືອ ປະຈໍາຫວຽດນາມ, ສະຖານທູດລາວປະຈໍາຫວຽດນາມ, ສະຖານທູດສະຫະລັດອາເມລິກາ ປະຈໍາຫວຽດນາມ ແລະ ກົມການພົວພັນການຕ່າງປະເທດ ຜູ້ຕາງໜ້າກະຊວງຕຳຫຼວດ ສສ.ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.