ງານ​ບຸນຫວຽດ​ນາມຢູ່ Kanagawa: ສະ​ໜິດ​ຕິດ​ພັນ​ການ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ - ຍີ່​ປຸ່ນ

15:56 | 19/10/2021

ຍ​ສ​ໝ - ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ໃນຫຼາຍ​ຂົງ​ເຂດລະ​ຫວ່າງຫວຽດ​ນາມແລະ Kanagawa ຈະ​ມີ​ບັນ​ດາ​ໝາກ​ຜົນ​ອັນ​ດີ​ງາມ​ກ່​ວາ​ອີກ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ສະ​ໜິດ​ຕິດ​ພັນ, ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ສອງ​ຝ່າຍ.

ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ
ອີຕາ​ລີ ປາດ​ຖະ​ໜາຢ​າກຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ ອີຕາ​ລີ ປາດ​ຖະ​ໜາຢ​າກຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ
ງານ​ບຸນຫວຽດ​ນາມຢູ່  Kanagawa: ສະ​ໜິດ​ຕິດ​ພັນ​ການ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ - ຍີ່​ປຸ່ນ
ທ່ານ Kuroiwa Yuji ຜູ້​ວ່າ​ການ​ແຂວງ Kanagawa ແນະ​ນຳ​ກ່ຽວ​ກັບ​ພາບ​ພົດ​ການ​ພົວ​ພັນ​ ລະ​ຫວ່າງ​ສອງ​ປະ​ເທດ ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ຫວູ​ຮົ່ງ​ນາມ (ພາບ: VOV)

ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຜົນ​ກະ​ທົບ​ບໍ່​ແມ່ນ​ໜ້ອຍ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງຫວຽດ​ນາມແລະຍີ່​ປຸ່ນ, ເຫດ​ການ “ງານ​ວາງ​ສະ​ແດງ​ຍິ່​ຫໍ້ຫວຽດ​ນາມ - Kanagawa - ຍີ່​ປຸ່ນ” ໄດ້​ດຶງ​ດູດ​ຄວາມ​ສົນໃຈ​ເປັນ​ພິ​ເສດ​ຂອງຊາວ​ຍີ່​ປຸ່ນ.

ງານ​ວາງ​ສະ​ແດງ​ກັບຍີ່ຫໍ້, ​ບໍ​ລິ​ສັດ​ນັບ​ສິບ​ແຫ່ງໄດ້​ແນະ​ນຳ​ບັນ​ດາ​ຂີດ​ໝາຍ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ Kanagawa ແລະຫວຽດ​ນາມເຊິ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ມະ​ນຸດ... ໄດ້​ເຮັດ​ໃຫ້​ທ່ານ​ຜູ້​ຊົມ​ຮູ້​ສຶກ​ໄດ້ເຖິງ​ການ​ພົວ​ພັນ​ທີ່​ສະ​ໜິດ​ສະໜົມ​ພິ​ເສດລະ​ຫວ່າງຫວຽດ​ນາມແລະບາງ​ແຂວງ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ພັດ​ທະ​ນາທີ່​ສຸດ​ຂອງຍີ່​ປຸ່ນ, ​ມີ​ທີ່​ຕັ້ງ​ໃກ້​ກັບໂຕ​ກຽວ.

ຫຼາຍ​ປີ​ມານີ້, ພາຍ​ລັງ​ງານ​ບຸນຫວຽດ​ນາມຢູ່ຍີ່​ປຸ່ນໄດ້​ຈັດ​ຕັ້ງ​ປະ​ຈຳ​ປີຢູ່ໂຕ​ກຽວ, ງານ​ບຸນຫວຽດ​ນາມປະ​ຈຳ Kanagawa ໄດ້​ກາຍ​ເປັນ​ເຫດ​ການ​ວັດ​ທະ​ນະ​ທຳ​ທີ່​ດຶງ​ດູດ​ໃຈ, ສະ​ແດງໃຫ້ເຫັນ​ຄວາມ​ສະ​ໜິດຕິດພັນລະ​ຫວ່າງຫວຽດ​ນາມແລະບັນ​ດາ​ທ້ອງ​ຖິ່ນຂອງຍີ່​ປຸ່ນ, ໃນ​ນັ້ນ Kanagawa ແມ່ນ ​ແບບຢ່າງ.

ເຖິງ​ຢ່າງ​ໃດ​ກໍ່​ຕາ​ມ​, ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ດັ່ງ​ນັ້ນປີ 2020 ແລະ 2021 ງານ​ບຸນ​ບໍ່​ໄດ້​ຈັດ​ຕັ້ງ. ເພາະ​ສະ​ນັ້ນ, “ງານ​ວາງ​ສະ​ແດງ​ຍີ່​ຫໍ້ຫວຽດ​ນາມ - Kanagawa - ຍີ່​ປຸ່ນ” ເຖິງວ່າ​ມີ​ຂອບຂະ​ໜາດ​ໃຫຍ່, ແຕ່​ນັ້ນ​ກໍ່ແມ່ນ​ການ​ສືບ​ຕໍ່ກ່າວແຈ້ງ​ກ່ຽວ​ກັບ​ການ​ພົວ​ພັນ​ພິ​ເສດລະ​ຫວ່າງ​ສອງ​ຝ່າຍແລະງານ​ບຸນ​ຫວຽດ​ນາມແລະຍີ່​ປຸ່ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມ ປະ​ຈຳ​ ຍີ່​ປຸ່ນຫວູ​ຮົ່ງ​ນາມໃຫ້​ຮູ້​ວ່າສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ຍີ່​ປຸ່ນແລະຫວຽດ​ນາມເຖິງວ່າ​ຍັງ​ມີ​ການ​ຜັນ​ແປຫຼາຍ​ຢ່າງ​ທີ່​ບໍ່​ສາ​ມາດ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ນັ້ນ, ແຕ່​ໄລ​ຍະ​ຈະ​ມາ​ເຖິງການ​ເຄື່ອນ​ໄຫວ​ພົບ​ພົວ​ໃນຫຼາຍ​ຂົງ​ເຂດ​ລະ​ຫວ່າງຫວຽດ​ນາມແລະ Kanagawa ຈະ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ດີ​ກ່​ວາ​ອີກ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນທີ່​ສະ​ໜິດ​ຕິດ​ພັນ, ສະ​ໜິດ​ສະ​ໜົມລະ​ຫວ່າງ​ສອງ​ຝ່າຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.