ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ແລະ ພາກ​ພື້ນ

13:38 | 15/10/2021

ຍ​ສ​ໝ - ທ່ານ Houlin Zhao ເລ​ຂາ​ທິ​ການ​ ITU ໄດ້​ຢັ້ງ​ຢືນ​ຄວາມ​ຈຳ​ເປັນ​ຕ້ອງ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ ເພື່ອ​ເປີດກວ້າງ​ບັນ​ດ​າຜົນ​ປະ​ໂຫຍດ​ດີ​ຈີ​ຕອນໃນ​ທົ່ວ​ໂລກ. ທ່ານ​ຮຽກ​ຮ້ອງ​ໃຫ້​ລ​ັດ​ຖະ​ບານ ແລະ ຂະ​ແໜງ​ອຸດ​ສາ​ຫະ​ກຳ ໃນ​ທຸ​ກ​ແຖບ​ຖິ່ນ ຈົ່ງ​ຮັບ​ປະ​ກັນ​ການ​ເຊື່ອມ​ຕໍ່​ໃຫ້​ແກ່ປະ​ຊາ​ຊົນ​ປະ​ມານ 3,7 ຕື້​ຄົນ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເຊື່ອມ​ຕໍ່. ທ່ານ​ເນັ້ນ​ໜັ້ກ​ວ່າ ຈິດ​ໃຈ​ຮ່ວມ​ມືຫຼາຍ​ຝ່າຍ ແມ່ນ​ຈຸດ​ສຸມ​ຂອງ​ທຸກ​ເຫດ​ການ, ການ​ເຄື່ອນ​ໄຫວ ແລະ ຂັ້ນ​ຕອນ​ຂອງ ITU.

ຫັນ​ຂໍ​້​ມູນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຫວຽດ​ນາມ​ເປັນ​ດີ​ຈີ​ຕອນ ຫັນ​ຂໍ​້​ມູນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຫວຽດ​ນາມ​ເປັນ​ດີ​ຈີ​ຕອນ
UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ UNICEF ຜັນ​ຂະ​ຫຍາຍ​ໂຄງ​ການ​ຊຸກ​ຍູ້​ການ​ບຳ​ລຸງ​ຄວາມ​ຮູ້ ແລະ ທັກ​ສະ​ເຕັກ​ນິກ​ດີ​ຈີ​ຕອນໃຫ່​ແກ່​ເດັກ ຫວຽດ​ນາມ
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ແລະ ພາກ​ພື້ນ
ພິ​ທີ​ໄຂງານ​ວາງ​ສະ​ແດງ ໂລກ​ດີ​ຈີ​ຕອນ (ພາບ: TTXVN)

ຕາ​ມ​​ຖະ​ແຫຼງ​ການ​ສື່ມວນ​ຊົນ ໃນ​ວັນ​ທີ 12 ຕຸ​ລາ ຂອ ສະ​ຫະ​ພັນໂທ​ລະ​ຄົມ​ມະ​ນາ​ຄົມສາ​ກົນ (ITU) ແລ້ວ, ໃນ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ​ຮ່ວມ​ຂອງ ITU Digital World 2021, ຫວຽດ​ນາມ ໄດ້​ສ້າງ​ຂີດ​ໝາຍ 50 ປີ​ແຫ່ງ​ງານ​ວາງ​ສ​ະ​ແດງ​ໂທ​ລະ​ຄົມ​ມະ​ນາ​ຄົມໂລກ (ITU Digital World) ແລະ ມຸ່ງ​ໄປ​ເຖິງ​ຄວາມ​ວັດ​ທະ​ນາ​ຖາ​ວອນຢ່າງ​ຮອບ​ດ້ານ​ໂດຍ​ອີງ​ໃສ່​ເຕັກ​ໂນ​ໂລ​ຢີ. ເຫດ​ການນີ້ ໄດ້​ປ່ຽນ​ຊື່​ຢ່າງ​ເປັນ​ທາງ​ການ ກາຍ​ເປັນ ງານ​ວາງ​ສະ​ແດງ ໂລກດີ​ຈີ​ຕອນ (ITU Digital World) ນັບ​ແຕ່​ປີ 2020 ຕາມ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ.

ທ່ານ Houlin Zhao ເລ​ຂາ​ທິ​ການ​ ITU ໄດ້​ຢັ້ງ​ຢືນ​ຄວາມ​ຈຳ​ເປັນ​ຕ້ອງ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ ເພື່ອ​ເປີດກວ້າງ​ບັນ​ດ​າຜົນ​ປະ​ໂຫຍດ​ດີ​ຈີ​ຕອນໃນ​ທົ່ວ​ໂລກ. ທ່ານ​ຮຽກ​ຮ້ອງ​ໃຫ້​ລ​ັດ​ຖະ​ບານ ແລະ ຂະ​ແໜງ​ອຸດ​ສາ​ຫະ​ກຳ ໃນ​ທຸ​ກ​ແຖບ​ຖິ່ນ ຈົ່ງ​ຮັບ​ປະ​ກັນ​ການ​ເຊື່ອມ​ຕໍ່​ໃຫ້​ແກ່ປະ​ຊາ​ຊົນ​ປະ​ມານ 3,7 ຕື້​ຄົນ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເຊື່ອມ​ຕໍ່. ທ່ານ​ເນັ້ນ​ໜັ້ກ​ວ່າ ຈິດ​ໃຈ​ຮ່ວມ​ມືຫຼາຍ​ຝ່າຍ ແມ່ນ​ຈຸດ​ສຸມ​ຂອງ​ທຸກ​ເຫດ​ການ, ການ​ເຄື່ອນ​ໄຫວ ແລະ ຂັ້ນ​ຕອນ​ຂອງ ITU.

ຕາມ​ທ່ານເລຂາ​ທິ​ການ​ ITU ແລ້ວ, ໃນ 50 ປີ​ຜ່ານ​ມາ, ບັນ​ດາ​ເຫດ​ການ​ຂອງ ITU Telecom ໄດ້​ໜູ​ນ​ຊ່ວຍ​ການ​ປ່ຽນ​ແປງ​ໃໝ່​ແບບ​ມະ​ຫັດ​ສະ​ຈັນ, ເປີດ​ປະ​ຕູ​ໃຫ້​ແກ່​ຂະ​ແໜງ​ອຸດ​ສາ​ຫະ​ກຳທີ່​ໄດ້​ຮັບ​ຖື​ວ່າ ແມ່ນ​ສູນ​ກັບ​ບັນ​ດາ​ຄວາມ​ກ້າວ​ໜ້າ​ປ່ຽນ​ແປງ​ຊີ​ວິດ​ປະ​ຈຳ​ວັນໃນ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ສ​ື່​ສານ (ICT), ຈາ​ກການ​ກຳ​ເນີດ​ຂອງອິນ​ເຕີ​ເນັດ ຕະຫຼອດ​ຮອດ​ການ​ລຸກ​ຮື້​ຂຶ້ນ​ຢ່າງ​ແຮງຂອງລະ​ບົບ​ບໍ່​ມີ​ສາຍ ແລະ ບັນ​ດາ​ເຕັກ​ໂນ​ໂລ​ຢີ​ໃໝ່​ຄື 5G, ບັນ​ຍາ​ປະ​ດິດ ແລະ ສິ່ງ​ຕ່າງໆ.

ແຜນ​ການ​ຫັນ​ເປັນ​ດີ​ຕີ​ຕອນ​ແຫ່ງ​ຊາດຂອງ ຫວຽດ​ນາມ ເພື່ອ​ແນ​ໃສ່​ເປົ້າ​ໝາຍ​ຂຸດ​ຄົ້ນ​ຈິດ​ໃຈ​ດຳ​ເນີນ​ທຸ​ລະ​ກິດເອ​ກະ​ຊົນ​ພາຍ​ໃນ​ປະ​ເທດ ໄປ​ຄຽງ​ຄູ່​ກັບ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກຢ່າງ​ມີ​ປະ​ສິດ​ທິ​ຜົນ. Hosting Telecom ໄປ​ຄຽງ​ຄູ່​ກັບ​ຄວາມ​ຫວັງ​ຂອງ​ປະ​ເທດ ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນໂດຍ​ໄວ ແລະ ຮອບ​ດ້ານ, ອາດ​ຈະ​ນຳ​ບັນ​ດາ​ການ​ຄັດ​ເລືອກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ໃຫ້​ແກ່ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ.

ນັບ​ແຕ່ນີ້ຮອດ​ເດືອນ​ທັນ​ວາ ຈະ​ມາ​ເຖິງ, ITU ຈະ​ເຊີນ​ບັນ​ດາ​ການ​ນຳ​ພາກ​ລັດ ແລະ ເອ​ກະ​ຊົນ ມາ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ຄວາມຕັ້ງຫວັງ​ໃນ​ບັນ​ດາ​ວາ​ລະ​ປະ​ຊຸມ​ທາງ​ໄກຂອງ​ເຫດ​ການ​ນີ້ໃນ​ລະ​ບົບ​ເຫດ​ການ ITU Telecom World 50 ປີ, ITU Digital World 2021.

ກອງ​ປະ​ຊຸມ​ທາງ​ໄກ​ຂັ້ນ​ລັດ​ຖະ​ມົນ​ຕີ ແລະ ພິ​ທີ​ໄຂ ITU Digital World ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ຫວຽດ​ນາມ ສົມ​ທົບ​ກັບ ITU ຈັ​ດ​ຕັ້ງ​ນັບ​ແຕ່​ວັນ​ທີ 12 ຫາ 14 ຕຸ​ລາ. ນີ້​ແມ່ນ​ເຫດ​ການ​ໃຫຍ່​ທີ່​ສຸດ​ໃນ​ຂົງ​ເຂດ ITU ໂດຍ ITU ໄດ້ຈັດ​ຕັ້ງ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ, ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ດີ​ຈີ​ຕອນ ດ້ວຍ​ຜູ້​ແທນ ປະ​ມານ 5000 ຄົນ ທີ່​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ແບບ​ທາງ​ໄກ, ລວມ​ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ, ຜູ້​ນຳ​ໜ້າ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ, ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ການ​ນຳ ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບັນ​ດາ​ສະ​ມາ​ຄົມ​ສະ​ເພາະ​ກິດ​ທີ່​ມາ​ຈາກ 158 ປະ​ເທດ ໃນ​ທົ່ວ​ໂລກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.