ຫັນ​ຂໍ​້​ມູນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຫວຽດ​ນາມ​ເປັນ​ດີ​ຈີ​ຕອນ

06:00 | 27/06/2021

ຍ​ສ​ໝ - ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ນອກ​ຈາກ​ບັນ​ດາ​​ໂປແກຼມພື້ນ​ຖານ​ຄື VHD, Ncovi, Bluezone,... ຈະ​ມີ​ອີກ​ບາງວິ​ທີ​ການ​ແກ້​ໄຂ​ໃໝ່​ທີ່​ຈ​ະໄດ້​ນຳ​ເຂົ້າ​ໃຊ້​ນັ້ນ​ແມ່ນ ລະ​ບົບ​ຄຸ້ມ​ຄອງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ແລະ ໃບ​ຢັ້ງ​ຢືນ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເອ​ເລັກ​ໂຕ​ນິກ. ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ພາຍຫຼັງ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ຈະ​ໄດ້​ຮັບ​ການ​ຄຸ້ມ​ຄອງໃນ​ລະ​ບົບ ແລະ ນຳ​ເຂົ້າ​ສ​ຳ​ເນົາ​ເອ​ກະ​ສານ​ສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກ.

ກະ​ຊວງ​ການ​ເງິນ​ຮັບ​​ເງິນ​ສະ​ໜັບ​ສະ​ໜູນ​ກອ​ງ​ທຶນວັ​ກ​ຊິນ​ກັນ​ໂຄວິດ - 19 ດ້ວຍ​ຈຳ​ນວນກ່​ວາ 100 ຕື້​ດົ່ງ ກະ​ຊວງ​ການ​ເງິນ​ຮັບ​​ເງິນ​ສະ​ໜັບ​ສະ​ໜູນ​ກອ​ງ​ທຶນວັ​ກ​ຊິນ​ກັນ​ໂຄວິດ - 19 ດ້ວຍ​ຈຳ​ນວນກ່​ວາ 100 ຕື້​ດົ່ງ
ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ
ຫັນ​ຂໍ​້​ມູນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຫວຽດ​ນາມ​ເປັນ​ດີ​ຈີ​ຕອນ
ພາບ​ປະ​ກອບ: Vietnam+

ດ້ວຍ​ການ​ຜັນ​ຂະ​ຫຍາຍ​ເປິດ​ກ້​ວາງການ​ສັກ​ວັກ​ຊິນກັນ​ໂຄວິດ - 19 ນັບ​ລ້ານ​ໂດ​ສ ໃຫ້​ແກ່ ພົນ​ລະ​ເມືອງ ຫວຽດ​ນາມ ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ສະ​ໜອງ​ໃບ​ຢັ້ງ​ຢືນ​ສັກ​ວັກ​ຊິນ​ກັນໂຄວິດ - 19 ເອ​ເລັກ​ໂຕ​ນິກ​ຈະ​ມີ​ຄວາມ​ໝາຍຫຼາຍ​ຢ່າງ.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ນອກ​ຈາກ​ບັນ​ດາ​​ໂປແກຼມພື້ນ​ຖານ​ຄື VHD, Ncovi, Bluezone,... ຈະ​ມີ​ອີກ​ບາງວິ​ທີ​ການ​ແກ້​ໄຂ​ໃໝ່​ທີ່​ຈ​ະໄດ້​ນຳ​ເຂົ້າ​ໃຊ້​ນັ້ນ​ແມ່ນ ລະ​ບົບ​ຄຸ້ມ​ຄອງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ແລະ ໃບ​ຢັ້ງ​ຢືນ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເອ​ເລັກ​ໂຕ​ນິກ. ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ພາຍຫຼັງ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ຈະ​ໄດ້​ຮັບ​ການ​ຄຸ້ມ​ຄອງໃນ​ລະ​ບົບ ແລະ ນຳ​ເຂົ້າ​ສ​ຳ​ເນົາ​ເອ​ກະ​ສານ​ສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກ.

​ໂດຍ​ເນ​ັ້ນ​ໜັກ​ເຖິງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ, ຜັນ​ຂະ​ຫຍາຍ​ບັນ​ດາ​ພື້ນ​ຖານ ແລະ ໂປ​ແກຼມ​ເຕັກ​ໂນ​ໂລ​ຢີ ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ ພ້ອມ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ໄດ້​ຊີ້​ນຳ Viettel ຜັນ​ຂະ​ຫຍາຍ​ພື້ນ​ຖານ​ຄຸ້ມ​ຄອງ​ການ​ສັກ​ວັກ​ຊິນ ແລະ ໂປ​ແກຼມ​ປຶ​້ມສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກ.

ປຶ້ມສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກ​ໄດ້​ຊ​່ວຍ​​ປະ​ຊາ​ຊົນໃນ​ກ​ານ​ຈົດ​ທະ​ບຽນ​ການ​ສັກ​ວັກ​ຊິນ, ແຈ້ງ​ອາ​ການ​ສຸ​ຂະ​ພາບ​ທາງ​ອອນ​ລາຍ​ໃນ​ເວັ​ບ​ໄຊ ຫຼື smartphone ແລະ ໄດ້​ຮັບ​ຂໍ້​ມູນ​ກ່ຽວ​ກັບ​ສະ​ຖານ​ທີ່, ວັນ​ເວ​ລາ​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ສັກ​ວັກ​ຊິນ. ສິ່ງນີ້​ຊ່ວຍ​​ປະ​ຢັດ​ເວ​ລາ​ໃຫ້​ແກ່​ຜູ້​ມາສັກ​ວັກ​ຊິນ, ຈຳ​ກັດ​ການ​ເຕົ້າ​ໂຮມຫຼາຍ​ຄົນ​ຢູ່​ສະ​ຖານ​ທີ່​ສັກ​ວັກ​ຊິນໃນ​ຈຸດ​ເວ​ລາ​ດຽວ​ກັນ, ຮັບ​ປ​ະ​ກັນ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19. ປະ​ຊາ​ຊົນ​ແຕ່​ລະ​ຄົນ​ຈະ​ໄດ້​ສະ​ໜອງ​ລະ​ຫັດ QR ເມື່ອ​ມາ​ສະ​ຖານ​ທີ່​ສັກ​ວັກ​ຊິນພຽງ​ແຕ່ຕ້ອງ scan QR ​ກໍ່ຈະ​ໄດ​້​ຮັບ​ການ​ສັກ​ວັກ​ຊິນ.

ຜ່ານ​ໂປ​ແກຼມນີ້, ຜູ້​ໄປ​ສັກ​ວັກ​ຊິນ​ຈະ​ໄດ້​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19. ຂໍ້​ມູນ​ກວດ​ສຸ​ຂະ​ພາບ​ກໍ່​ຈະ​ໄດ້​ອັບ​ເດດ​ໃນ​ປຶ້ມ​ສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ປຽບ​ທຽບ​ບັນ​ດາ​ອາ​ຫານ​ພາຍຫຼັງ​ການ​ສັກ​ວັກ​ຊິນ. ກໍ​ລະ​ນີ​ມີ​ອາ​ການ​ຜິດ​ປົກ​ກະ​ຕິ, ຜູ້​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ສາ​ມາດ​ສ່ອງ​ແສງ​ຜ່ານໂປ​ແກຼມ​ເພື່ອພະ​ນັກ​ງານ​ການ​ແພດ​ຢູ່​ບັນ​ດາ​ຮາກ​ຖານ​ສັກ​ວັກ​ຊິນ​ຕິດ​ຕໍ​່ພົວ​ພັນ, ໃຫ້​ຄຳ​ປຶກ​ສາ, ແນ​ະ​ນຳ​ການ​ໄປ​ກວດ ແລະ ປິ່ນ​ປົວ​ຢ່າງ​ທັນ​ການ.

ພາຍຫຼັງ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ແລ້ວ, ປະ​ຊາ​ຊົນ​ແຕ່​ລະ​ຄົນ​ຈະ​ມີ ລະ​ຫັດ QR, ລະ​ຫັດ​ທີ່ໄດ້ຮັບ​ການບັນ​ທຶກ​ໃນປຶ້ມ​ສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກ​ ແມ່ນ​ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊິນ​ໃນ​ປັດ​ຈຸ​ບັນ​ ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ຫວຽດ​ນາມ ພິມ​ອອກ​ໃຫ້​ແກ່​ປະ​ຊາ​ຊົນ​ພາ​ຍຫຼັງ​ການ​ສັກ​ວັກ​ຊິນ. ລະ​ຫັດ QR ຈະ​ໄດ້​ຮັບ​ການບັນ​ທຶກ​ໄວ້​​ໃນ​ໂປ​ແກຼມ​ປຶ້ມ​ສຸ​ຂະ​ພາບ​ເອ​ເລັກ​ໂຕ​ນິກ. ເລື່ອງ​ຫັນ​ເປັນ​ດີ​ຈີ​ຕອນ ຂໍ້​ມູນ​ການ​ສັກ​ວັກ​ຊິນ​ຂ​ອງ​ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ຫວັງ​ວ່າ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບາດ​ກ້າວ​ສຳ​ຄັນໃນ​ການ​ຍູ້​ໄວ​ວຽກ​ງານ​ປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ.

ກະ​ຊວງ​ການ​ເງິນ​ຮັບ​​ເງິນ​ສະ​ໜັບ​ສະ​ໜູນ​ກອ​ງ​ທຶນວັ​ກ​ຊິນ​ກັນ​ໂຄວິດ - 19 ດ້ວຍ​ຈຳ​ນວນກ່​ວາ 100 ຕື້​ດົ່ງ ກະ​ຊວງ​ການ​ເງິນ​ຮັບ​​ເງິນ​ສະ​ໜັບ​ສະ​ໜູນ​ກອ​ງ​ທຶນວັ​ກ​ຊິນ​ກັນ​ໂຄວິດ - 19 ດ້ວຍ​ຈຳ​ນວນກ່​ວາ 100 ຕື້​ດົ່ງ

ທີ່ພິທີຮັບ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈຂອງບັນດານັກອຸປະຖຳ, ທ່ານກໍ່ຕີລາຄາວ່າ ນີ້ແມ່ນແຫຼ່ງກຳລັງ ທີ່ເພີ່ມກຳລັງໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອປະຕິບັດເປົ້າໝາຍສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນໂດຍໄວ.

ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ

ຍສໝ - ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ.

ສຳ​ເລັດ​ການສັກ​ວັກ​ຊິນ​ກັນ 1000 ເຂັມ​ທຳ​ອິດໃນ​ການ​ທົດ​ລອງ​ສັກ​ວັກ​ຊິນກັນ​ໂຄວິດ-19 Nano Covax ໄລ​ຍະ​ທີ 3 ສຳ​ເລັດ​ການສັກ​ວັກ​ຊິນ​ກັນ 1000 ເຂັມ​ທຳ​ອິດໃນ​ການ​ທົດ​ລອງ​ສັກ​ວັກ​ຊິນກັນ​ໂຄວິດ-19 Nano Covax ໄລ​ຍະ​ທີ 3

ວັນທີ 22 ມິຖຸນາ, ວິທະຍາຄານການແພດ, ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ ບັນດາກົມກອງຄົ້ນຄວ້າ ໄດ້ສຳເລັດການທົດລອງສັກວັກຊິນກັນໂຄວິດ-19 ຈຳນວນ 1000 ເຂັມທຳອິດຂອງວັກຊິນກັນໂຄວິດ-19 Nano Covax.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.