“ສະຫະພາບເອີຣົບ-ລາວ ສົນທະນາກ່ຽວ​ກັບ ສິດທິ​ມະນຸດ ໃນ ສປປລາວ “ຄັ້ງທີ 9

00:54 | 15/05/2019

ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດພົບປະສົນທະນາດ້ານສິດທິມະນຸດ ແລະ ການປົກຄອງ ຄັ້ງທີ 9 ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 7 ມີນານີ້, ຄະນະຜູ້ແທນລາວ ນໍາໂດຍທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ ​ແລະ ສານ​ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ.

“ສະຫະພາບເອີຣົບ-ລາວ ສົນທະນາກ່ຽວ​ກັບ ສິດທິ​ມະນຸດ ໃນ ສປປລາວ “ຄັ້ງທີ 9

“ສະຫະພາບເອີຣົບ-ລາວ ສົນທະນາກ່ຽວ​ກັບ ສິດທິ​ມະນຸດ ໃນ ສປປລາວ “ຄັ້ງທີ 9.

ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດພົບປະສົນທະນາດ້ານສິດທິມະນຸດ ແລະ ການປົກຄອງ ຄັ້ງທີ 9 ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 7 ມີນານີ້, ຄະນະຜູ້ແທນລາວ ນໍາໂດຍທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ ​ແລະ ສານ​ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ. ຄະ​ນະ​ຜູ້​ແທນສະຫະພາບເອີຣົບ ນໍາໂດຍທ່ານ ເດວິດ ດາລີ ຫົວໜ້າຫ້ອງການຮັບຜິດຊອບພາກພື້ນອາຊີຕາເວັນອອກສຽງໃຕ້ຂອງສໍານັກງານພົວພັນຕ່າງປະເທດສະຫະພາບເອີຣົບ, ​ມີທ່ານ ​ລີ​ໂອ ຟາ​​ເບີ ​ເອກ​ອັກຄະ​ລັດຖະທູດສະຫະພາບ​ເອີ​ຣົບ, ​ເຈົ້າ​ໜ້າ​ທີ່​ທີ່​ມາຈາກ​ສຳນັກງານ​ພົວພັນ​ຕ່າງປະ​ເທດ​ສະຫະພາບ​ເອີຣົບ ທີ່ບຣຸກ​ແຊນ ແລະ ປະເທດສະມາຊິກສະຫະພາບເອີຣົບ ທີ່ນະຄອນຫຼວງ​ວຽງ​ຈັນ ເຂົ້າຮ່ວມນຳ​ດ້ວຍ.

ສອງຝ່າຍໄດ້​ແລກປ່ຽນກັນກ່ຽວ​ກັບຄວາມຄືບໜ້າຂອງວຽກງານສິດທິມະນຸດຢູ່ ສປປ ລາວ ແລະ ຢູ່ສະຫະພາບເອີຣົບ ນັບ​ແຕ່​ກອງ​ປະຊຸມ​ຄັ້ງ​ທີ 8 ​ໃນ​ເດືອນ​ມີນາ 2018 ຜ່ານ​ມາ; ການປົກຄອງດ້ວຍກົດໝາຍ, ​ໃນ​ນັ້ນ​ລວມມີ​ປະ​ມວນ​ກົດໝາຍ​ອາຍາ ​ແລະ ການ​ສຳ​ເລັດ​ຮ່າງ​ກົດໝາຍ​ແພ່ງ​ຂອງ ສປປ ລາວ; ການລຶບ​ລ້າງ​ໂທດ​ປະຫານ​ຊີວິດຢູ່​ເອີຣົບ ​ແລະ ຄວາມ​ຈໍາ​ເປັນ​ໃນ​ການ​ຮັກສາໂທດ​ປະຫານ​ຊີວິດ​ຢູ່​ໃນ ສປປ ລາວ; ສິດທິຂອງພົນລະເມືອງ, ສິດທິ​ທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ; ສິດທິແມ່ຍິງ, ເດັກນ້ອຍ, ຄົນ​ພິການ ​ແລະ ບັນດາຊົນ​ເຜົ່າ; ການຮ່ວມມືໃນເວທີຫຼາຍຝ່າຍ ແລະ ການສູ້​ຊົນຫຼຸດພົ້ນຈາກສະຖານະ​ພາບປະເທດດ້ອຍພັດທະນາຂອງ ສປປ ລາວ ​ແລະ ການ​ຮັກສາ​ສິດທິ​ພິ​ເສດ​ດ້ານ​ການ​ຄ້າ (EBA) ຂອງສະຫະພາບ​ເອີຣົບ; ​ເສລີພາບ​ໃນ​ການສະ​ແດງ​ອອກ, ສື່​ມວນ​ຊົນ; ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມຢູ່​ເອີຣົບ ​ແລະ ຢູ່ ສປປ ລາວ; ຂໍ້ສະ​ເໜີ​ແນະ​ພາຍ​ໃຕ້​ກົນ​ໄກ​ການ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ (UPR) ຮອບ​ວຽນ​ທີ 2 ​ແລະ ການ​ກະກຽມ​ຂອງ ສປປ ລາວ ​ໃນ​ການ​ເຂົ້າ​ຮ່ວມ​ກົນ​ໄກ​ການ​ທົບ​ທວນ​ປະຈຳ​ໄລຍະ (UPR) ຮອບ​ວຽນ​ທີ​ 3 ​ໃນ​ເດືອນ​ມັງກອນ 2020; ການ​ລົງ​ນາມ ​ແລະ ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ສາກົນ​ທີ່​ກ່ຽວຂ້ອງ; ຜົນສໍາ​ເລັດ​ຂອງ​ການ​ສະ​ເໜີບົດ​ລາຍ​ງານ​ພາຍ​ໃຕ້​ສົນທິສັນຍາວ່າ​ດ້ວຍ ສິດທາ​ງດ້ານ​ການ​ເມືອງ ​ແລະ ສິດ​ຂອງ​ພົນລະ​ເມືອງ (ICCPR), ສົນທິສັນຍາວ່າ​ດ້ວຍ ການ​ລຶບ​ລ້າງ​ທຸກ​ຮູບ​ການ​ຈຳ​ແນ​ກຕໍ່​ແມ່ຍິງ (CEDAW), ສົນທິສັນຍາວ່າ​ດ້ວຍສິດທິ​ເດັກ (CRC) ຂອງ ສປປ ລາວ ​ໃນ​ປີ 2018 ຢູ່​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ ທີ່ເຊີ​ແນວ.

ໃນການພົບປະຄັ້ງ​ນີ້, ຝ່າຍສະຫະພາບເອີຣົບ ໄດ້ຕີລາຄາຜົນສໍາເລັດການປະຕິບັດວຽກງານສິດທິມະນຸດ ​ແລະ ການ​ປົກຄອງຂອງ ສປປ ລາວ, ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ລາວ​ໃນ​ການສ້າງ​ລັດ​ທີ່ປົກຄອງດ້ວຍກົດໝາຍ ຮອດປີ 2020. ​ສະຫະພາບ​ເອີຣົບ ຢືນຢັນ​ຄືນຈະສືບຕໍ່ໃຫ້ການຮ່ວມມືແກ່ ສປປ ລາວ ​ໃນ​ວຽກ​ງານ​ດັ່ງກ່າວ​ນີ້ ​ໂດຍ​ຜ່ານ​ບັນດາ​ໂຄງການ​ຊ່ວຍ​ເຫຼືອ​ຂອງ​ຕົນ. ຝ່າຍລາວ ກໍໄດ້ຕີລາຄາການປະຕິບັດວຽກງານສິດທິມະນຸດຢູ່ສະຫະພາບເອີຣົບ, ​ຮຽກຮ້ອງ​ໃຫ້ສະຫະພາບເອີຣົບ ຮັບປະກັນສິດທິມະນຸດ ​ແລະ ການ​ບໍ່​ຈຳ​ແນ​ກໃນການແກ້ໄຂບັນຫາການເຄື່ອນຍ້າຍຄົນ​ເຂົ້າ​ເມືອງ ​ແລະ ບັນຫາ​ອົບ​ພະຍົບ, ພ້ອມ​ທັງ​ຊອກ​ຫາ​ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ເກີດ​ມີ​ບັນຫາ​ດັ່ງກ່າວ ​ເຊິ່ງ​ເປັນ​ສິ່ງ​ທ້າ​ທາຍຫຼາຍຕໍ່​ບັນດາ​ປະ​ເທດ​ເອີຣົບ​ໃນປັດຈຸ​ບັນ. ສອງຝ່າຍໄດ້ສົນທະນາກ່ຽວກັບບາງກໍລະນີບຸກຄົນທີ່ສະຫະພາບເອີຣົບມີຄວາມສົນໃຈຢູ່ ສປປ ລາວ ຊຶ່ງຝ່າຍລາວກໍໄດ້ຊີ້ແຈງອະທິບາຍ ອັນໄດ້ເຮັດໃຫ້ຝ່າຍສະຫະພາບເອີຣົບມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມກ່ຽວກັບນະໂຍບາຍ, ກົດໝາຍ, ມາ​ດຕະການ ແລະ ສະພາບຄວາມເປັນຈິງຢູ່ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: www.laophattananews.com)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.