ສະພາ ສະຫຼຸບການກໍ່ສ້າງຮາກຖານພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

00:54 | 15/05/2019

ຄະນະພັກສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານການກໍ່ສ້າງຮາກຖານພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2018 ແລະ ທິດ ທາງແຜນການເຄື່ອນໄຫວປະ ຈຳປີ 2019 ແລະ ພິທີປາຖະກະ ຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (22/3/1955-22/3/2019), ໃນວັນທີ 25 ມີນານີ້ ທີ່ສະພາແຫ່ງຊາດ.

ສະພາ ສະຫຼຸບການກໍ່ສ້າງຮາກຖານພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

ສະພາ ສະຫຼຸບການກໍ່ສ້າງຮາກຖານພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານພັກສະພາແຫ່ງຊາດ, ມີພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະ ຊຸມແມ່ນ ຮັບຟັງບົດສະຫຼຸບການກໍ່ສ້າງຮາກຖານພັກໃນໄລຍະທີ່ຜ່ານມາ ພ້ອມທັງຜ່ານທິດທາງປີ 2019; ເພື່ອເປັນການສຶກສາອົບຮົມ, ໂຄສະນາເຜີຍແຜ່, ປຸກລະດົມໃຫ້ສະມາຊິກພັກ ພະນັກງານເຫັນໄດ້ເຖິງມູນ ເຊື້ອການເຕີບໃຫຍ່ຂະຫຍາຍ ຕົວ, ຜົນງານການຊີ້ນຳ-ນຳພາຂອງພັກ, ລະນຶກເຖິງຄຸນ ງາມຄວາມດີຂອງນັກຮົບປະ ຕິວັດ, ວິລະຊົນຜູ້ທີ່ເສຍສະຫຼະຊີວິດເລືອດເນື້ອ ເພື່ອຊາດ ແລະ ປະຊາຊົນ ໃນສະໄໝຕໍ່ສູ້ ກູ້ຊາດ.

ໃນກອງປະຊຸມ ສະຫາຍ ສົມພູ ດວງສະຫວັນ ຄະນະປະຈຳພັກ ເລຂາໜ່ວຍພັກຮາກຖານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ ໄດ້ຂຶ້ນສະເໜີບົດສະຫຼຸບ, ຊຶ່ງທ່ານ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງກົມການເມືອງສູນກາງພັກ ກ່ຽວກັບ ການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊຶ່ງໄດ້ກໍານົດແຜນການ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຊຸກຍູ້ບັນດາຮາກຖານພັກ ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຢ່າງຕໍ່ເນື່ອງ, ສະແດງອອກດ້ານການກໍ່ສ້າງ-ປັບປຸງພັກ, ໄດ້ປະຕິບັດແບບແຜນນຳພາ ຕາມຫຼັກການລວມສູນປະຊາທິປະໄຕຂອງພັກຢ່າງເຂັ້ມງວດ, ມີການແບ່ງງານ ແບ່ງຄວາມຮັບຜິດຊອບ, ຕົກລົງບັນຫາສຳຄັນຕ່າງໆເປັນໝູ່ຄະນະ ໂດຍສະເພາະວຽກງານຂະຫຍາຍພັກ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ. ປັດຈຸບັນທົ່ວອົງຄະນະພັກສະພາແຫ່ງຊາດ ມີສະມາຊິກພັກທັງໝົດ 232 ສະຫາຍ, ຍິງ 79 ສະຫາຍ, ກວມ 53,57%ຂອງຈຳນວນພະນັກງານ-ລັດຖະກອນທັງໝົດ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.