ຂະແໜງທ່ອງທ່ຽວແຂວງ ບ່າເຣ້ຍ ວູງເຕົ່າ - ຟື້ນຟູສະພາບປົກກະຕິໃໝ່ພາຍຫຼັງໂລກລະບາດ

16:30 | 03/10/2021

ໜຶ່ງໃນບັນດາມາດຕະການນັ້ນແມ່ນອະນຸຍາດໃຫ້ເຮັດທົດລອງຮູບແບບການທ່ອງທ່ຽວສຳລັບສະຖານທີ່ ທ່ອງທ່ຽວ 4 ແຫ່ງໃນບໍລິເວນແຂວງທີ່ມີເງື່ອນໄຂຄົບຖ້ວນໃນສະພາບການໃໝ່.

ເຂດຮ່ອງຮອຍປະຫວັດສາດຫຼາຍແຫ່ງຢູ່ເຫວ້ຈະເປີດຕ້ອນຮັບແຂກທ່ອງທ່ຽວຄືນໃໝ່ນັບແຕ່ວັນທີ 1 ຕຸລາ ເຂດຮ່ອງຮອຍປະຫວັດສາດຫຼາຍແຫ່ງຢູ່ເຫວ້ຈະເປີດຕ້ອນຮັບແຂກທ່ອງທ່ຽວຄືນໃໝ່ນັບແຕ່ວັນທີ 1 ຕຸລາ
ບິ່ງຖ້ວນກຽມຕ້ອນຮັບນັກທ່ອງທ່ຽວເມື່ອໂລກລະບາດ ໄດ້ຮັບການຄວບຄຸມ ບິ່ງຖ້ວນກຽມຕ້ອນຮັບນັກທ່ອງທ່ຽວເມື່ອໂລກລະບາດ ໄດ້ຮັບການຄວບຄຸມ
ພາບປະກອບ
ພາບປະກອບ

ຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ ວູງເຕົ່າ ພວມຜັນຂະຫຍາຍບັນດາມາດຕະການເພື່ອຟື້ນຟູການທ່ອງທ່ຽວ, ເຊິ່ງແມ່ນໜຶ່ງໃນບັນດາຂົງເຂດເສດຖະກິດປາຍແຫຼມຂອງແຂວງ ທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19. ໜຶ່ງໃນບັນດາມາດຕະການນັ້ນແມ່ນອະນຸຍາດໃຫ້ເຮັດທົດລອງຮູບແບບການທ່ອງທ່ຽວສຳລັບສະຖານທີ່ ທ່ອງທ່ຽວ 4 ແຫ່ງໃນບໍລິເວນແຂວງທີ່ມີເງື່ອນໄຂຄົບຖ້ວນໃນສະພາບການໃໝ່. ນີ້ແມ່ນວິທີເຊິ່ງແຂວງ ບ່າເຣ້ຍ ວູງເຕົ່າ ເຊື່ອມຕົວເຂົ້າທ່າອ່ຽງຮັບມືຢ່າງປອດໄພ ກັບໂລກລະບາດ ເພື່ອພັດທະນາ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນຈຳນວນສະຖານທີ່ທ່ອງທ່ຽວ 4 ແຫ່ງທີ່ທົດລອງຮູບແບບການທ່ອງທ່ຽວນັ້ນ, ມີສະຖານທີ່ 3 ແຫ່ງແມ່ນຢູ່ເມືອງ ຊວຽນມົກ- ເປັນໜຶ່ງໃນຈຳນວນ 3 ເຂດຂຽວທີ່ຂຶ້ນກັບແຂວງ ບ່າເຣ້ຍ ວູງເຕົ່າ.

ເຂດຜັກຜ່ອນບຳລຸງສຸຂະພາບບໍ່ນ້ຳອຸ່ນທຳມະຊາດ Minera Hotspring ບິ່ງເຈົາ, ມີຈຸດປ່ອຍນ້ຳອຸ່ນ 70 ຈຸດ. ໃນຕະຫຼອດໄລຍະຜ່ານມາ, ບັນດາສະຖານທີ່ທ່ອງທ່ຽວດັ່ງກ່າວ ຟ້າວປັບປຸງ, ສ້ອມແປງ, ເພື່ອກຽມພ້ອມຮັບຕ້ອນ ແລະ ຮັບໃຊ້ນັກທ່ອງທ່ຽວທີ່ຈະກັບມາທ່ຽວໃຫ້ເປັນຢ່າງດີ. ທ່ານ ຟ້າມແອັງຄາ, ຫົວໜ້າຄະນະຄຸ້ມຄອງເຂດບໍ່ນ້ຳອຸ່ນ ບິ່ງເຈົາ ຢືນຢັນວ່າ ວິສາຫະກິດໄດ້ກະກຽມພື້ນຖານວັດຖຸຢ່າງຄົບຖ້ວນໃຫ້ແກ່ການເຄື່ອນໄຫວຄືນໃໝ່, ພິເສດແມ່ນປະຕິບັດຂໍ້ກຳນົດ "5 ຂໍ້" ຂອງການປ້ອງກັນ ຕ້ານໂລກລະບາດ ເຂົ້າໃນການຮັບໃຊ້ຢ່າງຮັດກຸມ.

“ກ່ຽວກັບດ້ານບຸກຄະລາກອນ, ເງື່ອນໄຂເພື່ອເຂົ້າຮ່ວມການຮັບໃຊ້ນັ້ນ ພາລະກອນຮັບໃຊ້ທຸກຄົນຂອງພວກຂ້າພະເຈົ້າໄດ້ສັກວັກຊິນຄົບໝົດແລ້ວ. ໃນນັ້ນ, ກວ່າ 70% ໄດ້ສັກເຂັມທີ 2 ແລ້ວ. ດ້ວຍຈຳນວນພາລະກອນຮັບໃຊ້ໂດຍກົງຄືແນວນັ້ນ, ພວກຂ້າພະເຈົ້າສາມາດຕອບສະໜອງຕາມຄວາມຕ້ອງການເພື່ອເຂົ້າຮ່ວມລາຍການທ່ອງທ່ຽວທີ່ໄດ້ວາງອອກ”.

ໂດຍແມ່ນໜຶ່ງໃນຈຳນວນສະຖານທີ່ທ່ອງທ່ຽວ 4 ແຫ່ງໄດ້ຄັດເລືອກໃຫ້ທົດລອງຮູບແບບການທ່ອງທ່ຽວ. The Grand Ho Tram Strip ແມ່ນເຂດທ່ອງທ່ຽວປະສົມ ມີເນື້ອທີ່ກວ້າງກວ່າ 100 ເຮັກຕາ ດ້ວຍຫຼາຍຮູບແບບຜັກຜ່ອນບຳລຸງສຸຂະພາບລະດັບສູງ, ມີຫາດຊາຍທະເລຍາວນັບຫຼາຍກິໂລແມັດ, ມີການບໍລິການບັນເທີງຫຼາຍຢ່າງ, ລະບົບຮ້ານອາຫານມີຫຼາກຫຼາຍຮູບແບບ. ເພື່ອຜັນຂະຫຍາຍລາຍການທ່ອງທ່ຽວ, ໃນຫຼາຍອາທິດຜ່ານມາ, ສະຖານທີ່ທ່ອງທ່ຽວດັ່ງກ່າວໄດ້ກະກຽມແຜນການປ້ອງກັນ ຕ້ານໂລກລະບາດ, ກຽມພ້ອມດ້ານພື້ນຖານວັດຖຸ, ແຫຼ່ງຊັບພະຍາກອນມະນຸດຢ່າງຄົບຖ້ວນ. ທ່ານ ຢາງເຈື່ອງທູ, ຮອງຫົວໜ້າຮັບຜິດຊອບຄວາມສະຫງົບ ແລະ ສຸກເສີນເຂດທ່ອງທ່ຽວ The Grand Ho Tram Strip, ໃຫ້ຮູ້ວ່າ:

“ກ່ຽວກັບວິສາຫະກິດ, ພວກຂ້າພະເຈົ້າກໍ່ໃຫ້ຄຳໝັ້ນສັນຍາປະຕິບັດວຽກງານ 3 ຢູ່ກັບທີ່. ໃນປະຈຸບັນພາລະກອນທັງໝົດເກືອບ 500 ຄົນ ລ້ວນແຕ່ປະຕິບັດການແຍກຕົວຢູ່ບໍລິສັດໄດ້ 3 ເດືອນປາຍແລ້ວ. ກ່ຽວກັບການສັກວັກຊິນກໍ່ໄດ້ສັກເຂັມທີ 1 ໝົດແລ້ວ ແລະ ພວມກະກຽມສັກເຂັມທີ 2 ໃນໄລຍະຈະມາເຖິງ. ວຽກງານອະນາໄມ, ຂ້າເຊື້ອ, ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດກໍ່ປະຕິບັດຕາມແຜນຂອງແຂວງ ບ່າເຣ້ຍ ວູງເຕົ່າ ທີ່ໄດ້ມອບໃຫ້ບັນດາວິສາຫະກິດ, ປະຈຸບັນໄດ້ປະຕິບັດຖືກຕາມຄຳໝັ້ນສັນຍາເຊິ່ງທາງແຂວງໄດ້ວາງອອກ ເປັນຢ່າງດີ”.

ຕາມຕົວເລກຂອງແຂວງ ບ່າເຣ້ຍ ວູງເຕົ່າ ແລ້ວ, ໃນໄລຍະ 5 ເດືອນຕົ້ນປີ 2021, ບັນດາເຂດ, ສະຖານທີ່ທ່ອງທ່ຽວໃນທົ່ວແຂວງໄດ້ຕ້ອນຮັບ ແລະ ຮັບໃຊ້ນັກທ່ອງທ່ຽວເກືອບ 2 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 67% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງວ່າໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ໃນປີ 2020 ກໍຕາມ, ແຕ່ຂະແໜງທ່ອງທ່ຽວແຂວງ ບ່າເຣ້ຍ ວູງເຕົ່າ ຍັງມີມາດຕະການຟື້ນຟູ ແລະ ພັດທະນາໂດຍໄວ.

ພ້ອມກັນນັ້ນ, ເລື່ອງຜັນຂະຫຍາຍການເພີ່ມທະວີໂຄສະນາພາບພົດແຂວງ ບ່າເຣ້ຍ ວູງເຕົ່າ ທີ່ໃກ້ຊິດສະໜິດສະໜົມ, ດຶງດູດໃຈໃນສາຍຕາຂອງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ, ທາງແຂວງສືບຕໍ່ປະຕິບັດລາຍການກະຕຸ້ນການທ່ອງທ່ຽວ; ຜັນຂະຫຍາຍໂປຼແກຼມ “ທ່ອງທ່ຽວຫວຽດນາມ ປອດໄພ” ເພື່ອແນໃສ່ປະກອບສ່ວນຍົກສູງລະດັບຄວາມປອດໄພເຂດ, ຮັບປະກັນການກະກຽມຟື້ນຟູການທ່ອງທ່ຽວຂອງແຂວງ ບ່າເຣ້ຍ ວູງເຕົ່າ ໃຫ້ເປັນຢ່າງດີ. ເລື່ອງຍູ້ແຮງການນຳໃຊ້ເຕັກໂນໂລຊີເຂົ້າໃນຂົງເຂດທ່ອງທ່ຽວ ບໍ່ພຽງແຕ່ສະແດງອອກໃຫ້ເຫັນຢູ່ໃນເລື່ອງຫັນຂໍ້ມູນສະຖານທີ່ທ່ອງທ່ຽວເປັນດີຈີຕອນເທົ່ານັ້ນ, ຫາກຍັງສະແດງອອກໃນການເຄື່ອນໄຫວບໍລິຫານ, ຄຸ້ມຄອງຂອງບັນດາວິສາຫະກິດອີກດ້ວຍ. ຈາກນັ້ນ, ເພີ່ມຄວາມດຶງດູດໃຈໃຫ້ແກ່ຜະລິດຕະພັນທ່ອງທ່ຽວ, ການເຂົ້າຮ່ວມທີ່ໃໝ່ອ່ຽມໃຫ້ແກ່ນັກທ່ອງທ່ຽວ ແຕ່ຕ້ອງຮັບປະກັນຄວາມປອດໄພ. ແລະ ໂປຼແກຼມ “ທ່ອງທ່ຽວຫວຽດນາມ ປອດໄພ” ກໍ່ແມ່ນໜຶ່ງໃນບັນດາມາດຕະການປ້ອງກັນ. ທ່ານ ຟ້າມວຽດແທັງ, ປະທານຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ ວູງເຕົ່າ, ຢືນຢັນວ່າ:

“ຕາມຈິດໃຈຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີແລ້ວນັ້ນ ພວກເຮົາບໍ່ສາມາດແກ່ຍາວເວລາປະຕິບັດການແຍກຫ່າງທາງສັງຄົມໄດ້. ຍ້ອນເຫດນັ້ນ, ຕ້ອງຮັບມື, ສ້າງໂຄງປະກອບຄືນໃໝ່ເພື່ອໃຫ້ເໝາະສົມກັບສະພາບປົກກະຕິໃໝ່. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະຈະມາເຖິງ ເມື່ອວັກຊິນມາໃໝ່ ພວກຂ້າພະເຈົ້າຈະຈັດແບ່ງສັກໃຫ້ເປົ້າໝາຍທີ່ຢູ່ສະຖານທີ່ປະຕິບັດທົດລອງລາຍການທ່ອງທ່ຽວດັ່ງກ່າວ, ເພື່ອພາລະກອນເຫຼົ່ານັ້ນໄດ້ເຄື່ອນໄຫວຮັບໃຊ້, ຕອບສະໜອງຄວາມຕ້ອງການຂອງບັນດາຮາກຖານບຳລຸງສຸຂະພາບ”.

ດ້ວຍທັດສະນະມານະພະຍາຍາມຟື້ນຟູສະພາບໃຫ້ເປັນປົກກະຕິໃໝ່ ຫຼັງໂລກລະບາດ, ຂະແໜງທ່ອງທ່ຽວແຂວງ ບ່າເຣ້ຍ ວູງເຕົ່າ ພວມສ້າງ ແລະ ປັບປຸງຂັ້ນຕອນຄົບວົງຈອນ, ຮັບໃຊ້ນັກທ່ອງທ່ຽວໃຫ້ມີຄວາມປອດໄພຢູ່ບັນດາສະຖານທີ່ພັກເຊົາ ຈົນຮອດເວລາສິ້ນສຸດການໄປທ່ຽວ ຜ່ານການທົດລອງລາຍການທ່ອງທ່ຽວ. ນີ້ແມ່ນປະຖົມປັດໃຈເພື່ອໃຫ້ຂະແໜງທ່ອງທ່ຽວແຂວງ ບ່າເຣ້ຍ ວູງເຕົ່າ ຟື້ນຟູ ແລະ ກັບຄືນສູ່ຄວາມຄຶກຄື້ນ ເມື່ອໂລກລະບາດໄດ້ຮັບການຄວບຄຸມ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.