ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ອາ​ຊຽນ ຈະ​ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ແກ່ນ ເພື່ອ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19

16:30 | 02/10/2021

ຍ​ສ​ໝ - ດ້​ວຍ​ຈິດ​ໃຈ “ພວກ​ເຮົາ​ມີ​ຄວາມ​ເອົາ​ໃຈ​ໃສ່, ພວກ​ເຮົາ​ກະ​ກຽມ, ພວກ​ເຮົາ​ວັດ​ທະ​ນາ​ຖາ​ວອນ”, ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ອາຊຽນ ຈະ​ສືບ​ຕໍ່​ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ແກ່ນ ເພື່ອ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ອະ​ນາ​ຄົດ​ໄວໆ​ນີ້.

ຫວຽດ​ນາມ ປະ​ຕິ​ບັດ​ບົດ​ບາດ​ປະ​ທານ AMEM 38 ໄດ້​ເປັນ​ຢ່າງ​ດີ​ ຫວຽດ​ນາມ ປະ​ຕິ​ບັດ​ບົດ​ບາດ​ປະ​ທານ AMEM 38 ໄດ້​ເປັນ​ຢ່າງ​ດີ​
ສົ່ງ​ເສີມ​ວິ​ສາ​ຫະ​ກິດ ອາ​ຊຽນ ແລະ ຈີນ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ສົ່ງ​ເສີມ​ວິ​ສາ​ຫະ​ກິດ ອາ​ຊຽນ ແລະ ຈີນ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ
ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ອາ​ຊຽນ ຈະ​ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ແກ່ນ ເພື່ອ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ດ່າວງອກ​ຢຸງ (ພາບ: tuoitre.vn)

ນັ້ນ​ແມ່ນ​ສານ ທີ່​​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ດ່າວງອກ​ຢຸງ ໄດ້ເນັ້ນ​ໜັກ​ຢູ່ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 26 ທີ່​ໄດ້​ດຳ​ເນີນ​ຕາມ​ຮູບ​ແບບ​ທາງ​ໄກ ໃນ​ຕອນ​ເຊົ້າ​ວັນ​ທີ 29 ກັນ​ຍາ.

ກອງ​ປະ​ຊຸມ​ແມ່ນ​ເຫດ​ການ​ສຳ​ຄັນ​ທີ່​ສຸດ​ຂອງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ​ ໃນ​ປີເປັນ​ປະ​ທານ​ອາ​ຊຽນ 2021, ເພື່ອ​ແນ​ໃສ່​ພິ​ຈາ​ລະ​ນາ ແລະ ຮັບ​ຮ​ອງ​ເອົາ​ບັນ​ດາ​ເອ​ກະ​ສານ, ຖະ​ແຫຼງ​ການ​ຂອງ​ປະ​ຊາ​ຄົມ​ເພື່ອ​ຍື່ນ​ສະ​ເໜີ​ກອ​ງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 38 ທີ່​ໄດ້​ດຳ​ເນີນ​ໃນ​ເດືອນ​ຕຸ​ລາ, ພ້ອມ​ທັງ​ແບ່ງ​ປັນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ຈຳ​ເປັນ​ຕ້ອງ​ເອົາ​ໃຈ​ໃສ່, ບັນ​ດາ​ຜົນ​ງານ​ຂອງ​ປ​ະ​ຊາ​ຄົມ, ການ​ກຳ​ນົດ​ທິ​ດ​ພັດ​ທະ​ນາ​ຂອງ ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ແນ​ໃສ່​ຫັນ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊ​ຽນ ຮອດ​ປີ 2025 ໃຫ້ປະ​ກົດ​ຜົນ​ເປັນ​ຈິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ດ່າວງອກ​ຢຸງ ເຊື່ອ​ໝັ້ນ​ວ່າ: ເຖິງວ່າ​, ປັດຈຸບັນ, ແຕ່ລະປະເທດອາຽນ ພວມປະເຊີນໜ້າກັບຄວາຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ແຕ່ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຈິດໃຈພວກເຮົາມີຄວາມເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ”, ອາຊຽນ ຈະສືບຕໍ່ກ້າວຂຶ້ນຢ່າງໝັ້ນແກ່ນ ເພື່ອຜ່ານຜ່າໂລກລະບາດໂຄວິດ - 19 ໃນອະນາຄົດໄວໆນີ້.

ສິ້ນ​ສຸດກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ບັນ​ດາ​ທ່ານ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ ແລະ ເຫັນ​ດີ​ຮັບ​ຮອງ​ເອົາຫຼັກ​ການ​ສຳ​ລັບ​ເອ​ກະ​ສານ 27 ສະ​ບັບ, ຖະ​ແຫຼງ​ການ​ເພື່ອ​ຍື່ນ​ສະ​ເໜີຕໍ່​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 38.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.