ກອງປະຊຸມໂຄງການສ້າງຍຸດທະສາດ ສົ່ງເສີມວຽກເຮັດງານທຳໃນຊົນນະບົດ

00:54 | 15/05/2019

ກອງປະຊຸມຄະນະຊີ້ນຳໂຄງການສ້າງຍຸດທະສາດແຫ່ງຊາດສົ່ງເສີມການມີວຽກເຮັດງານທຳຊົນນະບົດໃນ ສປປລາວ ເພື່ອສ້າງໂອກາດການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນຊົນນະບົດໄດ້ຈັດຂຶ້ນໃນວັນທີ 21 ມີນານີ້ ທີ່ໂຮງແຮມລາວພລາຊາ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໂຄງການສ້າງຍຸດທະສາດ ສົ່ງເສີມວຽກເຮັດງານທຳໃນຊົນນະບົດ

ກອງປະຊຸມໂຄງການສ້າງຍຸດທະສາດ ສົ່ງເສີມວຽກເຮັດງານທຳໃນຊົນນະບົດ

ທ່ານ ນາງ ໃບຄຳ ຂັດຕິຍະ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ:ໂຄງການດັ່ງກ່າວ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳໃນອາຊຽນ, ຊຶ່ງອົງການແຮງງານສາກົນ ໄດ້ມີບົດບາດສຳຄັນໃນການກຳນົດ ແລະ ວາງແຜນຍຸດທະສາດດັ່ງກ່າວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນງານການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ໃນ ສປປ ລາວໄລຍະ 2017-2021 ໃນບຸລິມະສິດທີ 1. ແມ່ນສົ່ງເສີມການມີວຽກເຮັດງານທຳ ແລະ ພັດທະນາສີມືແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການ ຂອງຕະຫຼາດແຮງງານ, ຊຶ່ງໂຄງການສ້າງຍຸດທະສາດແຫ່ງຊາດ ສົ່ງເສີມການມີວຽກເຮັດງານທຳໃນຊົນ ນະບົດຂອງ ສປປ ລາວ ເພື່ອສ້າງໂອກາດການມີວຽກເຮັດທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນຊົນນະບົດ ກໍແມ່ນໂຄງການ ທີ່ອົງການແຮງງານສາກົນ, ອົງການເພື່ອພັດທະນາ ແລະ ຮ່ວມມືສະວິດເຊີແລນໄດ້ໃຫ້ການສະໜັບສະໜູນ ໂດຍສືບຕໍ່ຈັດຕັ້ງປະຕິບັດກິດຈະກຳໂຄງການທົດລອງສົ່ງເສີມການສ້າງລາຍໄດ້ ແລະ ການມີວຽກເຮັດງານທຳຢູ່ຊົນນະບົດ ເພື່ອຫຼຸດຜ່ອນຄວາມທຸກຍາກຢູ່ແຂວງ ເຊກອງ ທີ່ປະຕິບັດແຕ່ປີ 2011-2016 ແລະ ສຳລັບໂຄງການນີ້ ແມ່ນໄດ້ຂະຫຍາຍມາຈັດຕັ້ງປະຕິບັດເພີ່ມ ຢູ່ແຂວງສະຫວັນນະເຂດ ແຕ່ເດືອນ ພຶດສະພາ 2017 ແລະ ສິ້ນສຸດໃນເດືອນເມສາ 2020, ໂຄງການນີ້ ຈະສຸມໃສ່ຈັດຕັ້ງປະຕິບັດໃຫ້ບັນລຸ 3 ຄາດໝາຍດັ່ງນີ້: 1. ປະຊາຊົນໃນຊົນນະບົດຢູ່ແຂວງເຊກອງ ແລະ ແຂວງ ສະຫວັນນະເຂດ ມີໂອກາດໃນການຈ້າງງານທີ່ມີຄຸນຄ່າເປັນທຳ ແລະ ມີລາຍໄດ້ເພີ່ມຂຶ້ນຈາກການຈັດຕັ້ງປະຕິບັດວິທີການສະໜັບສະໜູນແບບປະສົມປະສານ. 2.ແຜນຍຸດທະສາດແຫ່ງຊາດເພື່ອສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດໄດ້ຮັບການພັດທະນາ ແລະ ຮອງຮັບ, ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຖະແຫຼງການອາຊຽນ ວ່າດ້ວຍການສົ່ງເສີມ ການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳ. (ການຫັນປ່ຽນຈາກການຈ້າງງານນອກລະບົບ ສູ່ການຈ້າງງານໃນລະບົບ. 3. ເພີ່ມທະວີການສ້າງຖານຄວາມຮັບຮູ້ ແລະ ແລກປ່ຽນຄວາມຮູ້ ເພື່ອຊຸກຍູ້ການສ້າງວຽກເຮັດງານທຳໃນຊົນນະບົດຂອງ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.