ການລົງພຶດຕິກຳຕົວຈິງແລ່ນຜ່ານທົ່ງຜະລິດໄຟຟ້າແຮງລົມໃຫຍ່ທີ່ສຸດຢູ່ ຫວຽດນາມ

ການລົງພຶດຕິກຳຕົວຈິງແລ່ນຜ່ານທົ່ງຜະລິດໄຟຟ້າແຮງລົມໃຫຍ່ທີ່ສຸດຢູ່ ຫວຽດນາມ

ຍ​ສ​ໝ - ນີ້​ແມ່ນ​ການ​ແຂ່ງ​ຂັນ​ແລ່ນ Coteccons ກ໋ວາງ​ບິ່ງ Marathon 2022, ໂດບ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກໍ່​ສ້າງ Coteccons ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ບິ່ງ ຈັດ​ຕັ້ງຢູ່​ເຂດ​ຟາມ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ B&T (ກ໋​ວາງ​ບິ່ງ) - ຟາມ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ​ໃຫຍ່​ທີ່​ສຸ​ດ ຫວຽດ​ນາມ.

ເຂື່ອນໄຟຟ້ານໍ້າກົງ 3 ຈະ​ເປີດຜະລິດໄຟຟ້າຈໍາໜ່າຍ ​ກາງປີ 2021

ເຂື່ອນໄຟຟ້ານໍ້າກົງ 3 ຈະ​ເປີດຜະລິດໄຟຟ້າຈໍາໜ່າຍ ​ກາງປີ 2021

​ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ສາຍນໍ້າກົງ ເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື ມາ​ຮອດ​ປັດຈຸບັນ ການ​ກໍ່ສ້າງ ໜ້າ​ວຽກ​ໂດຍ​ລວມສໍາເລັດ ແລ້ວ 87,3% ຂອງໜ້າວຽກທັງໝົດ ພາຍຫລັງເລີ່ມລົງມື ກໍ່ສ້າງມາແຕ່ທ້າຍ ປີ 2017 ໂດຍແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເປັນຜູ້ພັດທະນາ ໂຄງການດັ່ງກ່າວ ແລະ ໄດ້ຈ້າງຊ່ຽວຊານ ແລະ ວິຊາການຈາກບໍລິສັດ Poyry ມາເປັນທີ່ປຶກສາໃນການກໍ່ສ້າງ, ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ​ນີ້, ເຊິ່ງກະ​ແສ​ໄຟຟ້າ ທີ່ຜະລິດໄດ້ທັງ​ໝົດ 54 MW (3x18 MW), ຈະສົ່ງ​ຂາຍໃຫ້ ປະ​ເທດຫວຽດນາມ.

ເຫດການ