'ເຊີນກິນເຂົ້າຫວຽດນາມ' - ງານໂຄສະນາຜະລິດຕະພັນກະເສດຂອງຫວຽດນາມຢູ່ອົດສະຕາລີ

16:16 | 23/09/2021

ຍສໝ - ຫວ່າງແລ້ວນີ້, ລາຍການໂຄສະນາຜະລິດຕະພັນກະເສດຂອງຫວຽດນາມ ໃຫ້ແກ່ຜູ້ບໍລິໂພກອົດສະຕາລີ ໄດ້ດໍາເນີນຢູ່ນະຄອນຊິດນີ, ລັດ New South Wales ດ້ວຍຫົວຂໍ້ຕົ້ນຕໍແມ່ນ 'ເຊີນກິນເຂົ້າຫວຽດນາມ'.

ທຸລຽນ Ri6 ຂອງຫວຽດນາມ ຄອງຄວາມເປັນເຈົ້າຕະຫຼາດອົດສະຕາລີ ທຸລຽນ Ri6 ຂອງຫວຽດນາມ ຄອງຄວາມເປັນເຈົ້າຕະຫຼາດອົດສະຕາລີ
ວັກຊິນກັນພະຍາດ​ໂຄວິດ - 19 ງວດທຳອິດຈາກອົດສະຕາລີ ໄດ້ສົ່ງມາຮອດ ຫວຽດນາມ ວັກຊິນກັນພະຍາດ​ໂຄວິດ - 19 ງວດທຳອິດຈາກອົດສະຕາລີ ໄດ້ສົ່ງມາຮອດ ຫວຽດນາມ

ລາຍການດັ່ງກ່າວໄດ້ຈັດຕັ້ງໃນຮູບແບບຂອງຮ້ານວາງສະແດງແນະນຳ ແລະ ເຊື້ອເຊີນໃຫ້ມາທົດລອງຊິມຜະລິດຕະພັນກະເສດ, ສ້າງຕັ້ງຂຶ້ນພາຍໃນຂອບຂອງງານຕະຫຼາດນັດຜະລິດຕະພັນກະເສດ ໃນທ້າຍອາທິດ - ຮູບແບບການຊື້ເຄື່ອງທີ່ເປັນທີ່ນິຍົມຂອງປະຊາຊົນ ປະເທດອົດສະຕາລີ.

ທ່ານ ຫງວຽນຝູຫ່ວາ ຫົວໜ້າຫ້ອງການການຄ້າຫວຽດນາມ ປະຈຳອົດສະຕາລີ ໃຫ້ຮູ້ວ່າ: ພາຍຫຼັງງານເຊື້ອເຊີນທົດລອງຊິມເຂົ້າສານຫວຽດນາມຢູ່ Melbourne ຫວ່າງແລ້ວນີ້ ດ້ວຍຊື່ທີ່ວ່າ “ຫວຽດນາມ, ເຂດດິນແດນຂອງເຂົ້າສານທີ່ດີທີ່ສຸດໃນໂລກ”, ເຫດການຄັ້ງນີ້ແມ່ນເນັ້ນໃສ່ກິດຈະກຳຕົ້ນຕໍ "ເຊີນກິນເຂົ້າຫວຽດນາມ", ຄຽງຄູ່ກັບການໂຄສະນາໝາກຖົ່ວລຽນ, ໝາກລຳໄຍ, ໝາກມັງກອນ ແລະ ກາເຟ.

'ເຊີນກິນເຂົ້າຫວຽດນາມ' - ງານໂຄສະນາຜະລິດຕະພັນກະເສດຂອງຫວຽດນາມຢູ່ອົດສະຕາລີ
'ເຊີນກິນເຂົ້າຫວຽດນາມ' - ງານໂຄສະນາຜະລິດຕະພັນກະເສດຂອງຫວຽດນາມຢູ່ອົດສະຕາລີ. (ພາບ: baoquocte)

ສະຖານທີ່ຈັດຕັ້ງ ໂດຍຫ້ອງການການຄ້າ ໄດ້ເລືອກແມ່ນ Rozelle, ເປັນໜຶ່ງໃນ 10 ຕະຫຼາດທ້າຍອາທິດທີ່ມີຊື່ສຽງທີ່ສຸດຂອງຊິດນີ, ມີທິດທາງເພື່ອສົ່ງເສີມກິດຈະກຳທາງວັດທະນະທຳ ຂອງຊຸມຊົນອົດສະຕຣາລີຢ່າງເລິກເຊິ່ງ, ແລະໃນເວລາດຽວກັນ ກໍ່ມຸ່ງໄປສູ່ຜູ້ບໍລິໂພກອາຍຸນ້ອຍ, ເພື່ອສ້າງເປົ້າໝາຍການບໍລິໂພກທີ່ຍືນຍົງ ສຳລັບຜະລິດຕະພັນຂອງຫວຽດນາມ.

ປະຊາຊົນທ້ອງຖິ່ນຫຼາຍຄົນ ໄດ້ໄປຢ້ຽມຢາມຮ້ານແນະນຳຜະລິດຕະພັນກະເສດຂອງຫວຽດນາມ. ທ່ານນາງ Janet Spencer, ຜູ້ທີ່ອາໃສຢູ່ໃນເຂດ Leichhardt ຂອງ Sydney ກ່າວວ່າ ຮູ້​ສຶກມັກຫຼາຍ ທີ່ໄດ້ກິນໝາກລຳໄຍສົດຂອງຫວຽດນາມ. ຕາມທ່ານນາງ Spencer, ໝາກລຳໄຍຂອງຫວຽດນາມ ມີລົດຊາດຫວານ, ນວນໜາ ແລະ ສຸກຕື່ງດີ.

ທ່ານ David Moore, ຜູ້ທີ່ອາໃສຢູ່ໃນເຂດ Drummoyne ຂອງຊິດນີ, ໄດ້ເວົ້າຢ່າງມີຄວາມສຸກ ກ່ຽວກັບການເດີນທາງໄປຫວຽດນາມຂອງລາວ ເມື່ອສອງປີກ່ອນ. ທ່ານ David Moore ກ່າວວ່າ ໜຶ່ງໃນຄວາມປະທັບໃຈທີ່ສຸດຂອງການເດີນທາງ ແມ່ນຄາບອາຫານທີ່ມີເມັດເຂົ້າພາຍໃນປະເທດ ທີ່ອ່ອນ, ແຊບ.

ທ່ານ Moore ໄດ້ແບ່ງປັນວ່າ ມີເຂົ້າສານຫຼາຍຊະນິດທີ່ຂາຍຢູ່ຕະຫຼາດອົດສະຕາລີ, ແຕ່ມັນບໍ່ງ່າຍທີ່ຈະຊອກໄດ້ເຂົ້າຫວຽດນາມ ທີ່ເໝາະສົມທີ່ມີກິ່ນຫອມ, ແຊບ ແລະ ມີຄຸນນະພາບດີ.

ທ່ານ Moore ຫວັງວ່າ ໃນອະນາຄົດອັນໃກ້ນີ້ ເຂົ້າສານຫວຽດນາມທີ່ມີຄຸນນະພາບສູງ ຈະຖືກສົ່ງອອກໄປຕະຫຼາດອົດສະຕຣາລີຫຼາຍຂຶ້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.