ຂົວຕໍ່ມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະອາເມເນຍ

19:47 | 22/09/2021

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ອາເມເນຍ ນັບມື້ນັບມີບົດບາດສຳຄັນ, ກາຍເປັນຂົວຕໍ່ມິດຕະພາບ, ການຮ່ວມມື, ເຊື່ອມຕໍ່, ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ການລົງທຶນການຄ້າລະຫວ່າງບັນດາວິສາຫະກິດ, ບັນດາກະຊວງ, ຂະແໜງ ແລະ ບັນດາທ້ອງຖິ່ນຂອງສອງປະເທດ…

ການຮ່ວມມືດ້ານການທ່ອງທ່ຽວ ແລະການສຶກສາປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະອາເມເນຍ ການຮ່ວມມືດ້ານການທ່ອງທ່ຽວ ແລະການສຶກສາປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະອາເມເນຍ
ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ຈີນ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ຈີນ

ເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດອາເມເນຍ ຄົບຮອບ 30 ປີ (21 ກັນຍາ 1991 - 21 ກັນຍາ 2021), ທ່ານ ຫງວຽນວັນຖ້ວນ, ອະດີດກຳມະການສູນກາງພັກ, ອະດີດເລຂາຄະນະພັກນະຄອນ ຫາຍຝ່ອງ, ປະທານສະມາຄົມມິດຕະພາບຫວຽດນາມ - ອາເມເນຍ ໄດ້ແບ່ງປັນກ່ຽວກັບບົດບາດ, ບັນດາການປະກອບສ່ວນຂອງສະມາຄົມໃນການຊຸກຍູ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະການຮ່ວມມືລະຫວ່າງປະຊາຊົນສອງຊາດຫວຽດນາມ - ອາເມເນຍ.

ຂົວຕໍ່ມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະອາເມເນຍ
ທ່ານ ຫງວຽນວັນຖ້ວນ, ປະທານສະມາຄົມມິດຕະພາບຫວຽດນາມ - ອາເມເນຍ

ທ່ານ ຫງວຽນວັນຖ້ວນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ພາຍໃຕ້ການຊີ້ນໍາໂດຍກົງຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອາເມເນຍ ໄດ້ດໍາເນີນຫຼາຍກິດຈະກໍາມິດຕະພາບ, ການຮ່ວມມືທີ່ມີປະສິດທິຜົນໃນຫຼາຍຂົງເຂດຕ່າງໆເຊັ່ນ: ການແລກປ່ຽນມິດຕະພາບ, ເປັນຂົວຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ວັດທະນະທໍາ, ການທ່ອງທ່ຽວ... ສະມາຄົມກໍ່ຖືເປັນສໍາຄັນໃນການຮັກສາສາຍພົວພັນອັນສະໜິດຕິດພັນ, ໃກ້ຊິດກັບສະຖານທູດອາເມເນຍ ປະຈໍາຫວຽດນາມ ແລະພັດທະນາການພົວພັນຮ່ວມມືກັບບັນດາອົງການຈັດຕັ້ງຂອງປະເທດເພື່ອນມິດ. ພ້ອມກັນນັ້ນ, ກໍ່ຈັດຕັ້ງບັນດາກິດຈະກໍາແລກປ່ຽນມິດຕະພາບເພື່ອສະເຫຼີມສະຫຼອງບັນດາວັນບຸນສໍາຄັນ, ບັນດາເຫດການການເມືອງທີ່ສໍາຄັນຂອງສອງປະເທດ, ປະກອບສ່ວນສໍາຄັນເຂົ້າໃນການທູດປະຊາຊົນ ເວົ້າລວມ ແລະສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະອາເມເນຍ ເວົ້າສະເພາະ.

ສະມາຄົມມິດຕະພາບຫວຽດນາມ - ອາເມເນຍ ກໍ່ໄດ້ປະຕິບັດບົດບາດເປັນຂົວຕໍ່ທີ່ດີໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການ, ອົງການຈັດຕັ້ງ ແລະປະຊາຊົນຂອງສອງປະເທດ. ສະມາຄົມຍາມໃດກໍ່ຮ່ວມເດີນທາງກັບສະຖານທູດອາເມເນຍ ປະຈຳຫວຽດນາມ ເພື່ອຊຸກຍູ້ບັນດາການເຄື່ອນໄຫວເຊື່ອມຕໍ່ດ້ານເສດຖະກິດ, ວັດທະນະທຳ ແລະການສຶກສາ ເປັນປະຈຳທຸກປີ, ຈັດການຕ້ອນຮັບບັນດາຄະນະວິສາຫະກິດອາເມເນຍມາຫວຽດນາມ ແລະກໍ່ຈັດບັນດາຄະນະຂອງສະມາຄົມ ໄປຢ້ຽມຢາມ ແລະເຮັດວຽກຢູ່ອາເມເນຍ.

ຫຼັງຈາກສັນຍາການຄ້າເສລີຫວຽດນາມ - ສະຫະພັນເສດຖະກິດເອີຣົບ - ເອີຣົບ (EAEU) ມີຜົນບັງຄັບນໍາໃຊ້ເປັນຕົ້ນມາ, ໃນນັ້ນ ສາທາລະນະລັດອາເມເນຍແມ່ນສະມາຊິກຢ່າງເປັນທາງການທີ່ມີຜົນບັງຄັບໃຊ້, ການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະອາເມເນຍໄດ້ມີການພັດທະນາຢ່າງແຮງ, ເລິກເຊິ່ງໃນຫຼາຍຂົງເຂດ. ເພື່ອບັນລຸບັນດາໝາກຜົນດັ່ງກ່າວ ກໍ່ມີການປະກອບສ່ວນອັນສຳຄັນຈາກສະມາຄົມມິດຕະພາບຫວຽດນາມ - ອາເມເນຍໃນການເຊື່ອມຕໍ່, ຍູ້ແຮງບັນດາເຄື່ອນໄຫວການຮ່ວມມື, ການລົງທຶນ ແລະການຄ້າລະຫວ່າງບັນດາວິສາຫະກິດ, ກະຊວງ, ຂະແໜງການ ແລະບັນດາທ້ອງຖິ່ນຂອງສອງປະເທດ. ທ່ານ ຖ້ວນ ເຊື່ອວ່າ ຫວຽດນາມແລະອາເມເນຍ ຍາມໃດກໍ່ມີຄວາມເຂົ້າໃຈ, ແບ່ງປັນຄວາມຫຍຸ້ງຍາກຮ່ວມກັນໃນອະດີດຕະຫຼອດມານັ້ນ ຈະສືບຕໍ່ຮ່ວມກັນສ້າງຕັ້ງ ແລະພັດທະນາສາຍພົວພັນມູນເຊື້ອອັນລໍ້າຄ່ານີ້ໃນປະຈຸບັນ ແລະໃນອະນາຄົດຢ່າງບໍ່ຢຸດຢັ້ງ.

ໄຊພອນ

ເຫດການ
302 Found

Found

The document has moved here.