ອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດທົບທວນຄືນວຽກງານ 2018

00:54 | 15/05/2019

ກອງປະຊຸມທົບທວນ ແລະ ປຶກສາຫາລືກ່ຽວກັບການປະສານງານລະຫວ່າງອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດ ປະຈຳປີ 2018 ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ມີນານີ້ ທີ່ ອົງການກວດກາລັດຖະບານ.

ອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດທົບທວນຄືນວຽກງານ 2018

ທ່ານ ບຸນທອງ ຈິດມະນີ

ກອງປະຊຸມທົບທວນ ແລະ ປຶກສາຫາລືກ່ຽວກັບການປະສານງານລະຫວ່າງອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດ ປະຈຳປີ 2018 ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ມີນານີ້ ທີ່ອົງການກວດກາລັດຖະບານ ໂດຍການເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຊຶ່ງ ມີທ່ານ ນາງ ວຽງທອງ ສີພັນດອນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ.

ໃນກອງປະຊຸມ, ທ່ານ ສີໃນ ມຽງລາວັນ ຮອງປະທານອົງການກວດກາລັດຖະບານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດບົດບັນທຶກການປະສານງານລະຫວ່າງສອງອົງ ການ ປະຈຳປີ 2018 ແລະ ເຜີຍແຜ່ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງການເຄື່ອນໄຫວວຽກງານກວດສອບປະຈຳປີ 2018 ແລະ ບົດລາຍງານຂອງອົງການກວດກາລັດຖະບານກ່ຽວກັບຜົນຂອງການກວດກາຕາມຜົນຂອງການກວດສອບ ຊຶ່ງໄດ້ຍົກໃຫ້ເຫັນວ່າ ການຈັດຕັ້ງປະຕິບັດໂຄງການຈຳນວນໜຶ່ງບໍ່ຖືກຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການເຊັ່ນ ບໍ່ມີການສຳຫຼວດ-ອອກແບບ ແລະ ບໍ່ໄດ້ຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ ຫຼື ມີການຮັບຮອງກໍຮັບຮອງແບບຮູບການ, ແບບຂາດຄວາມຮັບຜິດຊອບ, ບໍ່ມີການປະເມີນ, ບໍ່ປະມູນ, ການສະຫຼຸບບໍລິມາດວຽກບໍ່ຖືກກັບຕົວຈິງ, ການຊຳລະຊ້ຳຊ້ອນ ແລະ ບັນຫາອື່ນໆ ເຮັດໃຫ້ກາຍເປັນໜີ້ສິນສາທາລະນະຢ່າງຫຼວງຫຼາຍ.

ອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດທົບທວນຄືນວຽກງານ 2018

ບັນຍາກາດກອງປະຊຸມ

ໃນໄລຍະຜ່ານມາ ລັດຖະບານ, ກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນໄດ້ສຸມໃສ່ການລົງທຶນກໍ່ສ້າງພື້ນຖານໂຄງລ່າງໃນດ້ານຕ່າງໆ ເປັນຈຳນວນຫຼວງຫຼາຍແມ່ນບໍ່ໄດ້ເລືອກເຟັ້ນຈັດລະດັບໂຄງການໃດມີຄວາມຈຳເປັນ, ໂຄງການໃດເປັນບຸລິ ມະສິດເຮັດກ່ອນເຮັດຫຼັງ ແລະ ບໍ່ໄດ້ໄລ່ລຽງ ແລະ ຄົ້ນຄ້ວາ ແຫຼ່ງງົບປະມານທີ່ຈະຊຳລະຈຶ່ງເປັນສາເຫດເຮັດໃຫ້ໂຄງ ການຕ່າງໆທີ່ໄດ້ລົງທຶນໄປແລ້ວກາຍເປັນໜີ້ສີນຄຸມເຄືອແກ່ຍາວແກ້ໄຂບໍ່ຕົກ, ຄວາມຮັບຜິດຊອບໃນການປະຕິບັດພາລະບົດບາດ, ສິດໜ້າທີ່ ຕາມກົດໝາຍກຳນົດໄວ້ຂອງເຈົ້າຂອງໂຄງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດທີ່ປຶກສາ, ວິຊາການປະຈຳພາກສະໜາມ, ບໍລິສັດຮັບເໝົາລວມເຖິງຄະນະກຳມະການກວດກາຢັ້ງຢືນການປະຕິບັດວຽກສຳເລັດຍັງບໍ່ສູງຫຼາຍໂຄງການບໍ່ໂປ່ງໃສສະແດງອອກຄືບໍ່ມີການປະເມີນ, ບໍ່ມີການປະມູນ, ການກໍ່ສ້າງບໍ່ເຮັດຕາມອອກແບບມີການປ່ຽນແປງແບບ (ບໍລິມາດວຽກເພີ່ມຂຶ້ນ ຫຼື ຫຼຸດລົງ) ການຢັ້ງຢືນບໍລິມາດວຽກສຳເລັດ 100% ແຕ່ຕົວຈິງຍັງບໍ່ທັນໄດ້ສຳເລັດ 100% ແລະ ມີຫຼາຍໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ, ຄຸນນະພາບຂອງໂຄງການບໍ່ໄດ້ຕາມການອອກແບບ, ເປ່ເພກ່ອນກຳນົດເວລາທີ່ກຳນົດໄວ້ ເຮັດໃຫ້ລັດເສຍຫາຍງົບປະມານຢ່າງຫຼວງຫຼາຍ ຊຶ່ງບັນຫາທັງໝົດແມ່ນຍ້ອນພະນັກງານ, ເຈົ້າຂອງໂຄງການ ແລະ ຂະແໜງການທີ່ກ່ຽວຂ້ອງ ແລະ ບໍລິສັດທີ່ປຶກສາມີການສົມຮູ້ຮ່ວມຄິດນຳກັນ ຊຶ່ງເຮັດສອງໜ້າທີ່ຄື:

ດ້ານໜຶ່ງແມ່ນປະຕິບັດໜ້າທີ່ໃຫ້ລັດແຕ່ອີກດ້ານໜຶ່ງ ແມ່ນເຮັດໜ້າທີ່ໃຫ້ບໍລິສັດ ສະແດງອອກໃນການປົກປ້ອງຜົນປະໂຫຍດໃຫ້ບໍລິສັດ ແລະ ບໍ່ລາຍງານຄວາມຈິງໃຫ້ຂັ້ນເທິງຂອງຕົນ, ການອອກນິຕິກຳຂອງຂະແໜງການກ່ຽວຂ້ອງມີບາງນິຕິກຳບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ມີແລ້ວ, ການປະສານສົມທົບລະຫວ່າງກະຊວງແຜນການແລະ ການລົງທຶນກັບພະແນກ ແຜນການ ແລະ ການລົງທຶນແຂວງ ແລະ ເຈົ້າຂອງໂຄງການກ່ຽວກັບການສະຫຼຸບໂຕເລກ, ການຊຳລະມູນຄ່າໂຄງການຍັງບໍ່ຖືກກັບການຊຳລະຕົວຈິງ, ສຳລັບທິດທາງແຜນການປະສານງານໃນຕໍ່ໜ້າອົງການກວດກາລັດຖະບານຈະສືບຕໍ່ກວດກາຕາມຜົນຂອງການກວດສອບທີ່ຍັງຄ້າງຄາໃນສົກປີ 2013- 2014, 2014-2015 ແລະ 2015-2016 ຕາມທີ່ອົງການກວດສອບສັງລວມສົ່ງໃຫ້, ສືບຕໍ່ປະຕິບັດຕາມພາລະບົດບາດ, ສິດໜ້າທີ່ຂອງແຕ່ລະອົງການ ທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະຕາມບົດບັນທຶກການປະສານງານລະຫວ່າງສອງອົງການໃຫ້ດີກວ່າເກົ່າ, ອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດຊີ້ນຳຂະແໜງສາຍຕັ້ງຂອງຕົນ ເພື່ອຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການປະສານງານ ແລະ ພ້ອມກັນປະຕິບັດຕາມເນື້ອໃນບົດບັນທຶກການປະສານງານຄືກັນກັບຢູ່ຂັ້ນສູນກາງ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.