ລາວ-ຈີນ ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

00:54 | 15/05/2019

ວັນ​ທີ 24 ມີ­ນາ 2019 ທີ່​ນະ­ຄອນ­ຫຼວງ​ພະ​ບາງ ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ຕ້ອນ­ຮັບ ແລະ ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ ຄົ້ງ ສວນ​ໂຢ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສປ ຈີນ ພ້ອມ​ດ້ວຍ​ຄະ­ນະ ທີ່​ເດີນ­ທາງ​ມາ​ຢ້ຽມ­ຢາມ​ເຮັດ​ວຽກ​ຢູ່​ລາວ ໃນ​ວັນ​ທີ 23-25 ມີ­ນາ ນີ້.

ລາວ-ຈີນ ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ລາວ-ຈີນ ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ຕ້ອນ­ຮັບ ແລະ ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ ຄົ້ງ ສວນ​ໂຢ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສປ ຈີນ ພ້ອມ​ດ້ວຍ​ຄະ­ນະ ທີ່​ເດີນ­ທາງ​ມາ​ຢ້ຽມ­ຢາມ​ເຮັດ​ວຽກ​ຢູ່​ລາວ ໃນ​ວັນ​ທີ 23-25 ມີ­ນາ ນີ້ ເພື່ອ​ຜັນ​ຂະ­ຫຍາຍ​ຜົນ​ການ​ພົບ​ປະ​ລະ­ຫວ່າງ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງປະເທດ ແລະ ທ່ານ ຫວັງ​ອີ ທີ່​ປຶກ­ສາ​ແຫ່ງ​ລັດ ແລະ ລັດ­ຖະ­ມົນ­ຕີ​ກະຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສປ ຈີນ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ໃນ​ເດືອນ ທັນ­ວາ 2018 ທີ່​ຜ່ານ​ມາ. ການ​ພົບ​ປະ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ພົວ­ພັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ­ດ້ານ​ໝັ້ນ­ຄົງ​ຍາວ​ນານ​ລະ­ຫວ່າງ​ລາວ-ຈີນ ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະ­ຫຍາຍ​ຢ່າງ​ຕໍ່​ເນື່ອງ​ດ້ວຍ​ຄຸນ​ນະ​ພາບ​ອັນ​ໃໝ່​ທັງ​ທາງ​ກວ້າງ ແລະ ທາງ​ເລິກ ກໍ​ຄື​ການ​ພົວ­ພັນ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ ສອງ​ລັດ ແລະ ສອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ໃນ​ໄລ­ຍະ​ເວ­ລາ​ຜ່ານ​ມາ ເຊິ່ງ​ສະແດງ​ອອກ​ໃນ​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ເຊິ່ງ​ກັນ ແລະ ກັນ ຂອງ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ­ເທດ​ຢ່າງ​ເປັນ​ປົກ­ກະ­ຕິ ການ​ຮ່ວມ​ມື​ຂອບ​ພາກ​ພື້ນ ແລະ ອະ­ນຸ​ພາກ​ພື້ນ ເປັນ­ຕົ້ນ ແມ່ນ​ການ​ຮ່ວມ​ມື​ຂອບ​ອາ​ຊຽນ-ຈີນ ແລະ ການ​ຮ່ວມ​ມື​ຂອບ​ແມ່ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ​ທີ່​ຝ່າຍ​ຈີນ​ໃຫ້​ບຸ­ລິ­ມະ­ສິດ 17 ໂຄງ­ການ​ແກ່​ລາວ​ໃນ​ປີ 2017 ຈຳ­ນວນ 13 ມູນ​ຄ່າ​ຫຼາຍ​ກວ່າ 3,4 ລ້ານ​ໂດ​ລາ​ສະ­ຫະ­ລັດ ແລະ ປີ 2018 ຈຳ­ນວນ 21 ໂຄງການ ລວມ​ມູນ​ຄ່າ 5 ລ້ານ​ກວ່າ​ໂດ​ລາ.

ສອງ​ຝ່າຍ​ໄດ້​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ກະ­ກຽມ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ເວ­ ທີ​ ປຶກ­ສາ​ຫາ­ລື​ລະດັບ​ສູງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ​ຄັ້ງ​ ທີ 2 ຕາມ​ການ​ເຊື້ອ​ເຊີນ ແລະ ສືບ­ຕໍ່​ການ​ຢ້ຽມ­ຢາມ​ພາຍ​ໃນ​ຂອງ​ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ເລຂາທິການ​ໃຫຍ່ປະທານ​ປະ­ເທດ ເຊິ່ງ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມ­ສາ 2019 ທີ່​ນະ­ຄອນຫຼວງ ປັກ​ກິ່ງ ການ​ກະ­ກຽມ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໂປ​ອາວ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດ­ຖະ­ມົນ­ຕີ​ໃນ​ທ້າຍ​ເດືອນ​ມີ­ນາ​ນີ້. ສອງ​ຝ່າຍ​ຍັງ​ໄດ້​ປືກ​ສາ​ຫາ​ຫລື ແລະ ແຈ້ງ​ໃຫ້​ກັນ​ຊາບ​ໃນ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ບັນ­ດາ​ຂໍ້​ຕົກ­ລົງ​ຂອງ​ສອງ​ສະຫາຍ​ການ​ນຳ​ສອງ​ປະ­ເທດ​ຢ່າງ​ຕັ້ງ­ໜ້າ ແລະ ເຫັນ​ວ່າ​ມີ​ຫຼາຍ​ອັນ​ມີ​ຄວາມ​ຄືບ​ໜ້າ ເປັນ­ຕົ້ນ: ໂຄງ­ການ​ກໍ່­ສ້າງ​ເສັ້ນທາງ​ລົດ­ໄຟ ລາວ - ຈີນ ໂຄງ­ການ​ກໍ່­ສ້າງ​ໂຮງ­ຮຽນ​ເຕັກ­ນິກ​ທາງ​ລົດ­ໄຟ ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ທຶນ​ຊ່ວຍ­ເຫຼືອ​ມູນ​ຄ່າ 4 ຕື້​ຢວນ ການ​ຈັດ​ລຽງ​ໂຄງ­ການ​ບຸ­ລິ­ມະ­ສິດ 8 ໂຄງການ​ໃຫຍ່​ໃນ​ໄລ­ຍະ 3 ປີ​ຕໍ່­ໜ້າ (2018-2020) ສອງ​ຝ່າຍ​ຍັງ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ຮ່ວມ​ມື ການ​ປະ­ສານ​ສົມ­ທົບ ແລະ ການ​ສະ­ໜັບ­ສະ­ໜູນ​ເຊິ່ງ​ກັນ ແລະ ກັນ ລະ­ຫວ່າງ​ສອງ​ກະ­ຊວງ​ການ​ຕ່າງປະເທດ ລາວ-ຈີນ ໂດຍ​ສະເພາະ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ສັນຍາ​ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ໃນ​ສະ­ພາບ​ການ​ໃໝ່​ລະ­ຫວ່າງ​ສອງ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ລາວ ແລະ ຈີນ​ທີ່​ໄດ້​ລົງ​ນາມ​ໃນ​ປີ 2017 ການ​ແລກ­ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ບັນ­ຫາ​ພາກ​ພື້ນ ແລະ ສາ­ກົນ​ທີ່​ມີ​ຄວາມ​ສົນ­ໃຈ​ຮ່ວມ​ກັນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.