ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ

00:54 | 14/05/2019

ໃນວັນທີ 8 ກຸມພາ 2019 ທີ່ ຫ້ອງວ່າການປົກຄອງແຂວງວຽງຈັນ, ກົມເສດຖະກິດ ກະຊວງການຕ່າງປະເທດ, ຮ່ວມກັບ ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດຂອງ ສປປ ລາວ”.

ກາລະໂອກາດ ແລະ ສິ່ງທ້າທາຍ ໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດ ຂອງ ສປປ ລາວ

ກອງປະຊຸມວິຊາການ ໃນຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມໂຍງພາກພື້ນແມ່ນ້ຳຂອງເພື່ອອຳນວຍຄວາມສະດວກການພັດທະນາເສດຖະກິດຂອງ ສປປ ລາວ”.

ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆວຽງຈັນ ແລະ ທ່ານ ວິລະສັກ ສົມພົງ ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ພາກທຸລະກິດ, ນັກສຶກສາຈາກວິທະຍາໄລເຕັກນິກ ແຂວງ 80 ກວ່າທ່ານເຂົ້າຮ່ວມ. ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້, ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນລະຫວ່າງພະນັກງານຫລັກແຫລ່ງຂອງສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງພາກລັດ ແລະ ເອກະຊົນ ຕໍ່ກັບຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍໃນວຽກງານການເຊື່ອມຈອດ ແລະ ການເຊື່ອມໂຍງເສດຖະກິດ ຂອງ ສປປ ລາວ ກັບສາກົນ, ໂດຍສະເພາະຢູ່ໃນພາກພື້ນລຸ່ມແມ່ນ້ຳຂອງ.

ໃນໂອກາດດຽວກັນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍໃນຫລາຍຫົວຂໍ້ຍ່ອຍທີ່ສຳຄັນເຊັ່ນ: ໜຶ່ງ. ຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ; ສອງ. ສິ່ງທ້າທາຍຂອງ ສປປ ລາວໃນການຈັດຕັ້ງປະຕິບັດວຽກງານການເຊື່ອມຈອດແມ່ນ້ຳຂອງ-ຍີ່ປຸ່ນ; ສາມ. ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025; ສີ່. ທ່າອ່ຽງການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ; ຫ້າ. ວຽກງານອຳນວນຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໃນປັດຈຸບັນ ແລະ ຫົກ. ການພັດທະນາການທ່ອງທ່ຽວ ຢູ່ ແຂວງວຽງຈັນ. ແນໃສ່ການສ້າງຄວາມເຂົ້າໃຈ ແລະ ພັດທະນາຄວາມຮູ້ໃຫ້ແກ່ພະນັກງານ ກໍ່ຄື ປະຊາຊົນຢູ່ທ້ອງຖິ່ນແຂວງວຽງຈັນ, ພ້ອມທັງໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຟົດຟື້ນ, ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສະເພາະຜົນປະໂຫຍດ, ກາລະໂອກາດ ແລະ ສິ່ງທ້າທາຍໃນການເຊື່ອມຈອດພາກພື້ນແມ່ນ້ຳຂອງເພື່ອອຳນວຍຄວາມສະດວກໃນການພັດທະນາເສດຖະກິດຂອງ ສປປ ລາວ. ໂດຍລວມ ແລະ ໂດຍສະເພາະແມ່ນຂະແໜງການກ່ຽວຂ້ອງ, ທ້ອງຖິ່ນຂອງແຂວງວຽງຈັນເພື່ອນໍາເອົາຄວາມຮູ້ເຫລົ່ານັ້ນໄປຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຂອງຕົນຮັບຜິດຊອບ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.