ຮູບເງົາເອກະສານ ພາບອັນເສົ້າສະຫຼົດໃຈລົດບັນທຸກ Essex ເຂົ້າຮ່ວມງານມະຫາກຳຮູບເງົາສາກົນ

19:18 | 14/09/2021

ຍສໝ - ຮູບເງົາເອກະສານ “ໜຶ່ງປີຫຼັງຈາກພາບອັນເສົ້າສະຫຼົດໃຈລົດບັນທຸກ Essex” ທີ່ປະຕິບັດໂດຍໜັງສືພິມ Vietnam News (ສຳນັກຂ່າວສານຫວຽດນາມ) ຈະນຳເຂົ້າສາຍຢູ່ງານມະຫາກຳຮູບເງົາ Pune ຄັ້ງທີ 11 ຢູ່ອິນເດຍ.

ບໍລິສັດ Netflix ໄດ້ລຶບຮູບເງົາທີ່ມີເນື້ອໃນລະເມີດສິດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ບໍລິສັດ Netflix ໄດ້ລຶບຮູບເງົາທີ່ມີເນື້ອໃນລະເມີດສິດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ
ສາຍາລັກຂອງຜູ້ກຳກັບການສະແດງ ເຊື້ອຊາດ ຫວຽດນາມ ທີ່ໄດ້ ນຳຮູບເງົາລາວມາ Oscar ເປັນຄັ້ງທຳອິດ ສາຍາລັກຂອງຜູ້ກຳກັບການສະແດງ ເຊື້ອຊາດ ຫວຽດນາມ ທີ່ໄດ້ ນຳຮູບເງົາລາວມາ Oscar ເປັນຄັ້ງທຳອິດ

ຮູບເງົາເລື່ອງນີ້ ໄດ້ຮັບການຄັດເລືອກເປັນໜຶ່ງໃນບັນດາຮູບເງົາທີ່ເຂົ້າຮ່ວມງານມະຫາກຳຮູບເງົາສາກົນຢ່າງເປັນທາງການ ທີ່ເມືອງ Pune, ລັດ Maharashtra. ດ້ວຍເວລາ 26 ນາທີ, ຮູບເງົາໄດ້ບັນທຶກຄວາມຮູ້ສຶກ ແລະ ຄວາມຄິດຂອງສີ່ຄອບຄົວທີ່ມີຍາດພີ່ນ້ອງ ເສຍຊີວິດໃນຄະດີຄ້າມະນຸດທີ່ຜິດກົດໝາຍຈາກຫວຽດນາມໄປອັງກິດ, ເຊິ່ງຖືກພົບເຫັນດ້ວຍເຫດການ 39 ສົບຂອງມະນຸດ ໃນລົດບັນທຸກຄັນນຶ່ງຢູ່ເຂດເມືອງ Essex ໃນວັນທີ 23 ຕຸລາ 2019.

ຮູບເງົາເອກະສານ ພາບອັນເສົ້າສະຫຼົດໃຈລົດບັນທຸກ Essex ເຂົ້າຮ່ວມງານມະຫາກຳຮູບເງົາສາກົນ
ຮູບເງົາເອກະສານ ພາບອັນເສົ້າສະຫຼົດໃຈລົດບັນທຸກ Essex ເຂົ້າຮ່ວມງານມະຫາກຳຮູບເງົາສາກົນ.

ທ່ານ Paul Kennedy, ຜູ້ກວດແກ້ໜັງສືພິມ Vietnam News, ຜູ້ເຂົ້າຮ່ວມການຜະລິດຮູບເງົາໂດຍກົງ ແບ່ງປັນວ່າ: “ຈຸດປະສົງຕົ້ນຕໍຂອງພວກເຮົາ ແມ່ນສະແດງໃຫ້ເຫັນຮູບພາບແຫ່ງຄວາມລຳບາກ ແລະ ຄວາມເວດທະນາຂອງບັນດາຜູ້ໜ້າສົງສານທີ່ເສຍຊີວິດຢູ່ໃນລົດບັນທຸກຢູ່ອັງກິດ. ສິ່ງທີ່ເຮັດໃຫ້ຮູບເງົາທີ່ຖືກຄັດເລືອກເຂົ້າໄປສາຍຢູ່ໃນງານມະຫາກຳຮູບເງົາສາກົນ ແມ່ນຄວາມຈິງໃຈ ແລະ ຄວາມກ້າຫານຂອງຍາດພີ່ນ້ອງຜູ້ເຄາະຮ້າຍ ທີ່ພວກເຮົາໄດ້ສໍາພາດ, ເຊິ່ງເປັນຜູ້ທີ່ບໍ່ມີຄວາມເປັນກັງວົນຢ້ານ, ໄດ້ອະນຸຍາດໃຫ້ພວກຂ້າພະເຈົ້າກ້າວເຂົ້າໄປໃນເຮືອນຂອງເຂົາເຈົ້າ ແລະ ເປີດໃຈແບ່ງປັນ, ເວົ້າເຖິງຄວາມເຈັບປວດ”.

ງານມະຫາກຳຮູບເງົາສາກົນ Pune ເປັນງານມະຫາກຳຮູບເງົາປະຈໍາປີທີ່ຈັດຂຶ້ນຢູ່ໃນປະເທດອິນເດຍ ໂດຍມີ 20 ລາຍການເຂົ້າຮ່ວມການເສັງ ເຊິ່ງໄດ້ຈັດຂຶ້ນເພື່ອໃຫ້ໂອກາດ ແກ່ຜົນງານຂອງຜູ້ສ້າງຮູບເງົາອິດສະຫຼະ ໄດ້ກາຍເປັນທີ່ຮູ້ຈັກກັນຫຼາຍຂຶ້ນ.

ບັນດາຮູບເງົາທີ່ມີສິດລົງທະບຽນເຂົ້າຮ່ວມການເສັງ ແມ່ນຮູບເງົາທີ່ຜະລິດສຳເລັດຫຼັງວັນທີ 1 ມັງກອນ 2021, ມີຄວາມຍາວບໍ່ກາຍ 30 ນາທີ, ເປັນປະເພດຂອງຮູບເງົາເອກະສານ, ຮູບເງົາທົດລອງ, ຮູບເງົາຖ່າຍທອດ, ຮູບເງົາປັ້ນແຕ່ງຂຶ້ນຕາມຄວາມນຶກຄິດ ຫຼື ຮູບເງົາກະຕູນ.

ງານມະຫາກຳດັ່ງກ່າວ ຄາດວ່າຈະຈັດຂື້ນໃນເດືອນຕຸລາ ຫຼື ເດືອນພະຈິກ 2021 ໃນຮູບແບບໂດຍກົງ ໂດຍມີຂະໜາດນ້ອຍ ຍ້ອນສະຖານະການ COVID-19 ໃນປະເທດອິນເດຍ.

ກ່ອນໜ້ານີ້, ໃນເດືອນທັນວາ 2020, ຮູບເງົາ “ໜຶ່ງປີຫຼັງຈາກພາບອັນເສົ້າສະຫຼົດໃຈລົດບັນທຸກ Essex” ໄດ້ຮັບລາງວັນ "ການຮັບຮູ້ພິເສດ" ຢູ່ໃນງານມະຫາກຳຮູບເງົາສັ້ນ ອາຊີຕາເວັນອອກສ່ຽງໃຕ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.