ສ້າງຂໍ້ກຳນົດໃໝ່ກ່ຽວກັບອົງການຈັດຕັ້ງ, ສ່ວນບຸກຄົນຕ່າງປະເທດທີ່ເຄື່ອນໄຫວການຄ້າເອເລັກໂຕນິກ ຢູ່ ຫວຽດນາມ

15:18 | 14/06/2021

ຍສໝ - ໃນ​ໄລ​ຍະ​ທີ່​ຜ່ານ​ມາການ​ຄ້າ​ເອ​ເລັກ​ໂຕ​ນິກ ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ຫວຽດ​ນາມກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ທີ່​ສຸດໃນພາກ​ພື້ນ​ອາ​ຊຽນ. ການ​ຄ້າ​ເອ​ເລັກ​ໂຕ​ນິກຊ່ວຍ​ໃຫ້ວິ​ສາ​ຫະ​ກິດ​ເປີດ​ກ້​ວາງ​ການ​ຕະຫຼາດ, ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ, ເພີ່ມ​ກຳ​ໄລ, ເຮັດໃຫ້ການຊຳ​ລະ​ໄວຂຶ້ນ…

ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ  ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ
ສະມາຄົມ VAA: ບໍລິຈາກຫຼາຍກວ່າ 100 ລ້ານດົງ ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ ສະມາຄົມ VAA: ບໍລິຈາກຫຼາຍກວ່າ 100 ລ້ານດົງ ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ
ສ້າງຂໍ້ກຳນົດໃໝ່ກ່ຽວກັບອົງການຈັດຕັ້ງ, ສ່ວນບຸກຄົນຕ່າງປະເທດທີ່ເຄື່ອນໄຫວການຄ້າເອເລັກໂຕນິກ ຢູ່ ຫວຽດນາມ
ພາບປະກອບ

ກົມ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ເສດ​ຖະ​ກິດ​ດີ​ຈີ​ຕອນ (IDEA) ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າຫວຽດນາມ ພວມ​ຮຽບ​ຮຽງ​ຮ່າງ​ແຜນ​​ສະ​ເໜີ​ການສ້າງ​ມະ​ຕິ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມບາງ​ຂໍ້​ກຳ​ນົດ​ຂອງ ມະ​ຕິ​ເລກ​ທີ 52/2013/NÐ-CP ກ່ຽວ​ກັບ​ການ​ຄ້າ​ເອ​ເລັກ​ໂຕ​ນິກ, ໃນ​ນັ້ນ​ມີ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ເຖິງ​ປັດ​ໄຈ​ຊາວ​ຕ່າງ​ປະ​ເທດ​ເຄື່ອນ​ໄຫວ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຢູ່ ຫວຽດ​ນາມ.

ໃນໄລຍະທີ່ຜ່ານມາການ​ຄ້າ​ເອ​ເລັກ​ໂຕ​ນິກ ໄດ້ປະກອບສ່ວນເຂົ້າໃນການນຳຫວຽດນາມກາຍເປັນໜຶ່ງໃນບັນດາຕະຫຼາດທີ່ມີຄວາມສາມາດບົ່ຊ້ອນທີ່ສຸດໃນພາກພື້ນອາຊຽນ. ການຄ້າເອເລັກໂຕນິກຊ່ວຍໃຫ້ວິສາຫະກິດເປີດກ້ວາງການຕະຫຼາດ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ເພີ່ມກຳໄລ, ເຮັດໃຫ້ການຊຳລະໄວຂຶ້ນ

ຕາມ​ທ່ານຫົວ​ໜ້າ​ກົມ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ເສດ​ຖະ​ກິດດີ​ຈີ​ຕອນ ດັ່ງ​ຮ່​ວາງ​ຫ໋າຍ ​ແລ້ວ, ກົມການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ເສດ​ຖະ​ກິດດີ​ຈີ​ຕອນ ໄດ້​ຜັນ​ຂະ​ຫຍາຍຫຼາຍ​ໂຄງ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫວຽດ​ນາມ. ກົມການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ເສດ​ຖະ​ກິດດີ​ຈີ​ຕອນ​ໄດ້​ສົມ​ທົບ​ກັບ Amazon Global Sellingື ສະ​ໜອງ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຄ້າ​ເອກ​ເລັກ​ໂຕ​ນິກ​ແບບ​ຂ້າມ​ຊາຍ​ແດນໃຫ້​ແກ່​ຜູ້​ຄ້າຂາຍ ຫວຽດ​ນາມ, ໜູນ​ຊ່ວຍ​ຂັ້ນຕອນ​ການ​ສ້າງ​ຕັ້ງ ແລະ ເຄື່ອນ​ໄຫວຂອງ​ຮ້ານ​ຂາຍ​ເຄື່ອງ​ຢູ່ໃນAmazon, ພ້ອມ​ທັງ​ປັບ​ປຸງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ຈາກ​ນັ້ນ​ເປີດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ດຳ​ເນີນ​ທຸ​ລະ​ກິດ​ໄປ​ຍັງຫຼາຍ​ປະ​ເທດ​ໃນ​ໂລກ...ຜ່ານ​ນັ້ນ ກໍປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເອ​ເລັກ​ໂຕ​ນິກ ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ໄວ​ວາ ແລະ ຍືນ​ຍົງ.

ການ​ຄ້າ​ເອ​ເລັກ​ໂຕ​ນິກ ຫວຽດ​ນາມ ຄາດ​ວ່າ​ ໄດ້ມີ​ຜູ້​ຊົມໃຊ້​ກ່​ວາ 35 ລ້ານ​ຄົນ, ສ້າງ​ລາຍ​ຮັບ​ກ່​ວາ 11,8 ຕື້ US Dໃນ​ປີ 2020, ກ​ວມ​ເອົາ 5,5% ຍອດ​ລະ​ດັບ​ຂາຍ​ຍ່ອຍ​ສິນ​ຄ້າ ແລະ ລາຍ​ຮັບ​ຈາ​ການ​ບໍ​ລິ​ການ​ໃຊ້​ຈ່າຍ​ໃນ​ທົ່ວ​ປະ​ເທດ (ປີ 2019 ກວມ​ເອົາ 4,9%). ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ້​ຈຳ​ກັດ​ຂອງ​ມັນ​ແມ່ນ​ເຄື່ອງ​ປອ​ມ, ສິນ​ຄ້າ​ເຖື່ອນ, ສິນ​ຄ້າ​ລະ​ເມີດລິຂະ​ສິດ

ໃນ​ສະ​ພາບ​ການ​ນັ້ນ, IDEA ກໍພວມ​ຮຽບ​ຮຽງ​ແຜນ​ຮ່າງ​ສະເໜີ​ສ້າງ​ມະ​ຕິ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕະການກ່ຽວ​ກັບ​ການ​ຄ້າ​ເອ​ເລັກ​ໂຕ​ນິກ. ນອກ​ຈາກ​ການ​ເພີ່ມ​ເຕີມ​ບາງ​ຂໍ້​ກຳ​ນົດ​ໃໝ່​ກ່ຽວ​ກັບ​ເຈົ້າ​ຂອງ ແລະ ກົນ​ໄກ​ຄຸ້ມຄອງ​ການ​ເຄື່ອ​ນ​ໄຫວ​ການ​ຄ້າ​ເອ​ເລັກ​ໂຕ​ນິກແລ້ວ, ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ຄ້າ​ເອ​ເລັກ​ໂຕ​ນິກທີ່​ມີ​ປັດ​ໄຈ​ຕ່າງ​ປະ​ເທດ​ກໍໄດ້​ຍົກ​ອອກ​ມາ​ເພື່ອ​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດທີ່​ກ່ຽວ​ຂ້ອງ​ເຖິງ​ກຸ່​ມ​ເປົ້າ​ໝາຍນີ້. ບັນ​ດາ​ຂໍ້​ກຳ​ນົດ​ບັງ​ຄັບ​ຕ້ອງເປີດ​ເຜີຍ​ຂໍ້​ມູນ​ສິນ​ຄ້າ, ຜູ້​ຊື້​ໃນ​ຊ່ອງທາງຕະ​ຫຼາດ​ການ​ຄ້າ​ເລັກ​ໂຕ​ນິກ ຈະ​ຊ່ວຍ​ການ​ຫັນ​ຂໍ້​ມູນ​ຂອງ​ຜູ້​ນຳ​ໃຊ້​ໃຫ້ໂປ່ງໃສ ແລະ ປ້ອງ​ກັນ, ຕ້ານ​ການ​ສໍ້​ໂກງ​ການ​ຄ້າ, ຂໍ້​ກຳ​ນົດ​ການ​ເຄື່ອນ​ໄຫວ​ໃນ​ການ​ຄ້າ​ເອກ​ລັກ​ໂຕ​ນິກ ໃນ​ສື່​ສັງ​ຄົມ​ອອນ​ລາຍ, ປັບ​ປຸງ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ວິ​ທີ​ການ​ປະ​ຕິ​ບັດ​ຂອງ​ນັກ​ທຸ​ລະ​ກິດ, ອົງ​ການ​ຈັດ​ຕັ້ງ​ຕ່າງ​ປະ​ເທດ ທີ່​ມີ​ການ​ເຄື່ອນ​ໄຫວ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຢູ່ ຫວຽດ​ນາມ.

ນຳ​ວົງ​ເງິນ​ການ​ຄ້າລະ​ຫວ່າງໄທ - ຫວຽດ​ນາມຂຶ້ນ​ເຖິງ 25 ຕື້ USD ນຳ​ວົງ​ເງິນ​ການ​ຄ້າລະ​ຫວ່າງໄທ - ຫວຽດ​ນາມຂຶ້ນ​ເຖິງ 25 ຕື້ USD

ຍ​ສ​ໝ - ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ໄທ Jurin Laksanawisit ໄດ້​ເນັ້ນ​ໜັກ​ວ່າການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນລະ​ຫວ່າງ​ສອງ​ປະ​ເທດພວມ​ນັບ​ມື້​ນັບ​ພັດ​ທະ​ນາ​, ວົງ​ເງິນ​ການ​ຄ້າ​ໄທ - ຫ​ວຽດ​ນາມໃນ 4 ເດືອນ​ຕົ້ນປີ 2021 ໄດ້​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020 ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - ...

ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ທີ່​ມີ 6 ເນື້ອ​ໃນ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ລາວກາຍ (ຫວຽດ​ນາມ) ແລະ ຢຸ​ນ​ນານ (ຈີ​ນ) ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ທີ່​ມີ 6 ເນື້ອ​ໃນ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ລາວກາຍ (ຫວຽດ​ນາມ) ແລະ ຢຸ​ນ​ນານ (ຈີ​ນ)

ຍ​ສ​ໝ - ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ສ​າ​ຫະ​ກິດ 2 ແຂວງ ເພີ່​ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ວ​ມືມ, ແບ່ງ​ປັນ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ຂອງ​ແຕ່​ລະ​ຝ່າຍ​ຕາມ​ທິດ​ໜູນ​ຊ່ວຍ​ບັນ​ດາ​ທ່າ​ໄດ້​ປ່ຽບ​ຂອງ​ກັນ, ຜ່ານ​ການ​ແລກ​ປ່ຽນ, ສະ​ຫະ​ພັນ​ວິ​ສາ​ຫະ​ກິດ ແຂວງ ລາວ​ກາຍ ແລະ ສະ​ຫະ​ພັນ​ວິ​ສາ​ຫະ​ກິດ ແຂວງ ຢຸນ​ນານ ໄດ້​ພ້ອມ​ກັນ​ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ກ່​ຽວ​ກັບ​ການ​ຮ່ວມ​ມື​ມິດ​ຕະ​ພາບ ດ້ວຍ 6 ເນື້ອ​ໃນ.

ສັນ​ຍາ​ການ​ຄ້າ​ສະ​ບັບ​ຕ່າງໆ ພວມເປີດໂອກາດໃຫ້ບັນດາວິສາຫະກິດເພີ່ມວົງເງິນສົ່ງອອກຜັກ, ໝາກໄມ້ໃນປີນີ້ ສັນ​ຍາ​ການ​ຄ້າ​ສະ​ບັບ​ຕ່າງໆ ພວມເປີດໂອກາດໃຫ້ບັນດາວິສາຫະກິດເພີ່ມວົງເງິນສົ່ງອອກຜັກ, ໝາກໄມ້ໃນປີນີ້

ຍສໝ - ພິເສດ, ສັນຍາ UKVFTA ໝັ້ນໝາຍວ່າຈະສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືເສດຖະກິດ - ການຄ້າ ໃນໄລຍະຈະມາເຖິງ. ເພາະວ່າ 94% ປະເພດພາສີໃນຍອດຈຳນວນ ທັງໝົດ 547 ປະເພດ ສຳລັບຜັກ, ໝາກໄມ້ ແລະ ຜະລິດຕະພັນຜະລິດຈາກຜັກໝາກໄມ້ ລວມ ໄດ້ຮັບບຸລິມະສິດດ້ວຍອັດຕາພາສີ 0%.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.