Army Games 2021: ທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ອັນດັບທີໜຶ່ງໃນລາຍການຍິງປຶນໃຫຍ່ AK 176

11:13 | 28/08/2021

ຍສໝ - ໃນຂອບເຂດ Army Games 2021 ທີມທະຫານເຮືອປະຊາຊົນຫວຽດນາມ ຍາດໄດ້ຜົນງານດີເດັ່ນເມື່ອຄວ້າໄດ້ອັນດັບທີໜຶ່ງ.

Army Games 2021: ທິມທະຫານຊ່າງແສງຫວຽດນາມ ລອດເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນ “ແຜນ​ການປອດໄພ” Army Games 2021: ທິມທະຫານຊ່າງແສງຫວຽດນາມ ລອດເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນ “ແຜນ​ການປອດໄພ”
ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່ ອ​າ​ຊຽນ ຄັ້ງ​ທີ 12 ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່ ອ​າ​ຊຽນ ຄັ້ງ​ທີ 12
Army Games 2021: ທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ອັນດັບທີໜຶ່ງໃນລາຍການຍິງປຶນໃຫຍ່ AK 176

ທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ອັນດັບທີໜຶ່ງໃນລາຍການຍິງປຶນໃຫຍ່ AK 176. ພາບ: QĐND

ສະຫາຍ ພັນໂທ ຮວ່າງແອັງ, ກັບຕັນກໍາປັ່ນ 016-ກວາງຈູງ (ກອງພົນນ້ອຍ 162, ທະຫານເຮືອເຂດ 4) ໃຫ້ຮູ້ວ່າ ຜົນການແຂ່ງຂັນນີ້ໄດ້ສ່ອງແສງໝາກຜົນທີ່ຖືກກັບການຝຶກແອບຢ່າງເປັນປະຈໍາຂອງກົມກອງ ແລະ ການຝຶກແອບຢູ່ພາຍໃນປະເທດກໍ່ຄືຢູ່ສະຫະພັນລັດເຊຍ ທີ່ຜ່ານມາ.

ຍິງປືນໃຫຍ່ AK 176 ແມ່ນເນື້ອໃນການແຂ່ງຂັນຍາກທີ່ສຸດໃນ 5 ເນື້ອໃນຂອງລາຍການແຂ່ງຂັນຊິງ “ຂັນທະເລ”... ໃນເລລາທີ່ກຳລັງແຂ່ງຂັນຢູ່ນັ້ນ, ເງື່ອນໄຂດິນຟ້າອາກາດບໍ່ດີ, ຟ້າມົວ, ສ້າງຄວາມຈໍາກັດໃຫ້ແກ່ການເບິ່ງເຫັນ ແລະຄື້ນນ້ຳລະດັບ 5-6.

ສະຫາຍຮ້ອຍເອກ ຟ້າມງອັກດາດ, ຜູ້ບັນຊາ, ຫົວໜ້າຂະແໜງປືນໃຫຍ່-ລູກສອນໄຟກໍາປັ່ນ 016 ໃຫ້ຮູ້ວ່າ ດ້ວຍຜົນງານທີ່ຍາດໄດ້ອັນດັບສູງສຸດໃນການແຂ່ງຂັນຍິງປືນໃຫຍ່ AK 176, ພວກຂ້າພະເຈົ້າຫວັງວ່າໃນໄລຍະຈະມາເຖິງ ທິມທະຫານເຮືອຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານທີ່ດີໃນລາຍການແຂ່ງຂັນຄັ້ງຕໍ່ໄປ”.

ໄຊພອນ

ເຫດການ
302 Found

Found

The document has moved here.