ບໍ່​ປະໃຫ້ລະບົບຕ່ອງໂສ້ການສະໜອງ, ການຜະລິດອາຫານ, ອຸປະກອນການແພດຖືກຂາດຕອນ

20:31 | 19/08/2021

ຍສໝ - ອີງຕາມແຜນການເລກທີ 2715 ກ່ຽວກັບການຈັດຕັ້ງປະຕິບັດມາດຕະການອັນຮີບດ່ວນ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຕາມມະຕິເລກທີ 86 ຂອງລັດຖະບານ, ເຊິ່ງຫາກໍ່ໄດ້ເຊັນ ແລະ ປະກາດໃຊ້ໂດຍ ທ່ານປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທ່ງຟອງ ໃຫ້​ຮູ້ວ່າ:

ນະຄອນໂຮ່ຈີມິນ ໄດ້ສັກຢາວັກຊີນ Vero cell ຫຼາຍກວ່າ 200,000 ໂດສ, ທັງ​ໝົດ​ລ້ວນ​ແຕ່ປອດໄພ ນະຄອນໂຮ່ຈີມິນ ໄດ້ສັກຢາວັກຊີນ Vero cell ຫຼາຍກວ່າ 200,000 ໂດສ, ທັງ​ໝົດ​ລ້ວນ​ແຕ່ປອດໄພ
ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດໂຄວິດ -19 ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດໂຄວິດ -19

ຄະນະກຳມະການປະຊາຊົນນະຄອນ ຮຽກຮ້ອງໃຫ້ມີການຮັກສາຄວາມ​ເປັນ​ປົກ​ກະ​ຕິ​ໃນການຜະລິດທີ່ປອດໄພ ຕາມແຜນ​ງານທີ່ເໝາະສົມ, ບໍ່​ປະໃຫ້ລະບົບຕ່ອງໂສ້ການສະໜອງ, ການຜະລິດອາຫານ, ອຸປະກອນການແພດຖືກຂາດຕອນ.

ນະຄອນໂຮ່ຈີມິນ: ນຳ 5-10% ຂອງຈຳນວນວິສາຫະກິດ ກັບຄືນເຂົ້າສູ່ການເຄື່ອນໄຫວໃນສະພາບທີ່ປອດໄພ
ພາບປະກອບ

"ຍົກອັດຕາ​ສ່ວນປະມານ 5% ເປັນ 10% ຂອງຈຳນວນວິສາຫະກິດ ຈັດຕັ້ງການຜະລິດຄືນໃໝ່ໃນເງື່ອນ​ໄຂທີ່ປອດໄພ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ", ແຜນການດັ່ງກ່າວລະບຸວ່າ ໃນເວລາດຽວກັນ, ກໍ່ສຸມໃສ່ການກະກຽມສິນຄ້າທີ່ຈໍາເປັນ ເພື່ອຮັບໃຊ້ຄວາມຕ້ອງການຂອງ​ປະ​ຊາ​ຊົນ ແຕ່ນີ້ ​ຈົນຮອດທ້າຍເດືອນກັນຍາ, ຮັບປະກັນລະບົບຕ່ອງໂສ້ການສະໜອງ ແລະ ການ​ໄລ​ວຽນຂອງຜະລິດຕະພັນອາຫານໃຫ້ແກ່ປະຊາຊົນຫຼາຍກວ່າ 10 ລ້ານຄົນ ດ້ວຍຄຸນະພາບ ແລະ ລາຄາທີ່ເໝາ​ະສົມ.

ແຜນງານທີ 1, ສືບຕໍ່ຈັດຕັ້ງປະຕິບັດວິທີການ "3 ກັບທີ່" (ຜະລິດກັບທີ່ - ກິນກັບທີ່ - ພັກກັບທີ່); ແຜນງານທີ 2, ສືບຕໍ່ຈັດຕັ້ງປະຕິບັດວິທີການ “1 ເສັ້ນທາງ - 2 ສະຖານທີ່” ຫຼື ວິທີການ “1 ເສັ້ນທາງ - 2 ສະຖານທີ່” ເປີດກວ້າງ (ວິສາຫະກິດຈັດຫຼາຍບ່ອນພັກເຊົາລ​ວ​ມຢູ່ໃນສະຖານທີ່ແຕກຕ່າງກັນ ແລະ ຈັດລະບຽບການ​ຮັບ-ສົ່ງຄົນງານຈາກບ່ອນພັກເຊົາໄປຫາບ່ອນເຮັດວຽກ).ເພື່ອບັນລຸເປົ້າໝາຍດັ່ງກ່າວ, ແຕ່ວັນທີ 15 ສິງຫາ, ນະຄອນໂຮ່ຈີມິນ ໄດ້ສ້າງເງື່ອນໄຂ ແລະ ແນະນໍາວິສາຫະກິດໃນການຈັດຕັ້ງການຜະລິດທີ່ປອດໄພໃນສະພາບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ ຕາມໜຶ່ງໃນສີ່ທາງແຜນງານຕໍ່ໄປນີ້:

ແຜນງານທີ 3, ຈັດຕັ້ງດຳເນີນງານພາຍໃຕ້ຄຳຂວັນ "4 ສີຂຽວ" ລວມມີ ຄົນງານສີຂຽວ, ຖະໜົນ ສີຂຽວ, ພື້ນທີ່ການຜະລິດສີຂຽວ, ສະຖານທີ່ພັກເຊົາສີຂຽວ "ຄົນງານສີຂຽວ" ສາມາດເດີນທາງດ້ວຍລົດສ່ວນຕົວລະຫວ່າງ "ສະຖານທີ່ເຮັດວຽກສີຂຽວ", "ສະຖານທີ່ພັກເຊົາສີຂຽວ" ຕາມ "ຖະໜົນສີຂຽວ" (ບໍ່ມີການຢຸດ, ຈອດລົດຢູ່ແຄມທາງ ແລະ ບໍ່ໄປຜ່ານເຂດທີ່ມີຄວາມສ່ຽງຕິດເຊື້ອ ສູງ ແລະ ສູງຫຼາຍ) ໃນໂມງເວລາທີ່ເໝາະສົມ). ແຜນງານທີ 4, ການສົມ​ທົບວິທີການທີ່ໄດ້ກ່າວມາໃນຂ້າງເທິງ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.