ປະທານສະພາແຫ່ງຊາດກຳປູເຈຍ ສະແດງຄວາມຊົມເຊີຍ ທ່ານປະທານສະພາແຫ່ງຊາດ ເວື່ອງດີງເຫວ້

14:58 | 10/08/2021

ຍສໝ - ປະທານສະພາແຫ່ງຊາດກຳປູເຈຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານສະພາແຫ່ງຊາດ ເວື່ອງດີງເຫວ້, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງປະເທດຈະສືບຕໍ່ມີການພັດທະນາ.

ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ

ເນື່ອງໃນໂອກາດທີ່ປະທານສະພາແຫ່ງຊາດ ເວື່ອງດີງເຫວ້ ໄດ້ເລືອກຕັ້ງເປັນປະທານສະພາແຫ່ງຊາດໂດຍສະພາແຫ່ງຊາດຊຸດທີ XV, ວັນທີ 3 ສິງຫາ, ທ່ານປະທານສະພາແຫ່ງຊາດກຳປູເຈຍ Samdech Heng Samrin ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍ.

ປະທານສະພາແຫ່ງຊາດກຳປູເຈຍ ສະແດງຄວາມຊົມເຊີຍ ທ່ານປະທານສະພາແຫ່ງຊາດ ເວື່ອງດີງເຫວ້
ປະທານສະພາແຫ່ງຊາດ ເວື່ອງດີງເຫວ້

ປະທານສະພາແຫ່ງຊາດກຳປູເຈຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານສະພາແຫ່ງຊາດ ເວື່ອງດີງເຫວ້, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຖານບ້ານໃກ້​ເຮືອນ​ຄຽງທີ່ດີ, ການຮ່ວມມືຮອບດ້ານ ແລະ ຍາວນານລະຫວ່າງບັນດາອົງການນິຕິບັນຍັດ ແລະ ລະຫວ່າງສອງປະເທດ ຈະສືບຕໍ່ພັດ​ທະ​ນາຢ່າງເຂັ້ມແຂງກວ່າ​ອີກ ໃນເວລາທີ່ຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ເນື່ອງໃນໂອກາດນີ້, ປະທານສະພາແຫ່ງຊາດກຳປູເຈຍ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຫວຽດນາມ ທີ່ໄດ້ໜູ​ນ​ຊ່ວຍຜ້າອັດປາກຫຼາຍ​ແສນອັນ ໃຫ້ແກ່ກຳປູເຈຍເພື່ອຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ໃນສະພາບການໂລກລະບາດແຜ່ລາມຢ່າງສັບສົນ ຢູ່ໃນຫຼາຍປະເທດໃນໂລກ; ພ້ອມກັນນັ້ນ, ປະທານສະພາແຫ່ງຊາດກຳປູເຈຍ ​ກໍ່ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານສອງປະເທດ ໃນການຄວບຄຸມໂລກລະບາດໂດຍຜ່ານກິດຈະກໍາການຮ່ວມມືທີ່ແໜ້ນ​ແຟ້ນ ແລະ ການໜູນຊ່ວຍທາງການແພດເຊິ່ງກັນ ແລະ ກັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.