ໝາກລຳໄຍຂອງຫວຽດນາມ ໄດ້ຮັບຄວາມນິຍົມຈາກຫຼາຍຕະຫຼາດໃຫ່ຍ ແລະ ຜູ້ບໍລິໂພກໃນໂລກ

17:29 | 06/08/2021

ໃນຊຸມປີຜ່ານມາ, ນອກຈາກການຈຳໜ່າຍຢ່າງແຮງຢູ່ບັນດາຕະຫຼາດພາຍໃນປະເທດ, ບັນດາຜະລິດຕະພັນຈາກໝາກລຳໄຍຂອງຫວຽດນາມ ກໍ່ຍັງໄດ້ເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມນິຍົມຈາກບັນດາຕະຫຼາດໃຫ່ຍ ແລະ ຜູ້ບໍລິໂພກຄື: ຈີນ, ອົດສະຕາລີ, ສິງກະໂປ, ສ.ເກົາຫຼີ, ມາເລເຊຍ, ຍີ່ປຸ່ນ, ເອີລົບ…

ຊຸກຍູ້ການພິມຈຳໜ່າຍປຶ້ມຫວຽດນາມ ອອກໄປສູ່ໂລກ ຊຸກຍູ້ການພິມຈຳໜ່າຍປຶ້ມຫວຽດນາມ ອອກໄປສູ່ໂລກ
ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ
ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ ອອກ​ສູ່​ໂລກ
ພາບປະກອບ

ໂດຍແມ່ນອູ່ລຳໄຍໃຫຍ່ກ່ວາໝູ່ໃນທົ່ວປະເທດ, ເມືອງ ຊົງມ້າ ມີເນື້ອທີ່ດິນປູກຕົ້ນລຳໄຍກ່ວາ 7300 ເຮັກຕາ, ຄາດວ່າຈະບັນລຸປະລິມານກ່ວາ 70.000 ໂຕນ/ປີ, ໂດຍສຸມໃສ່ສ່ວນຫຼາຍຢູ່ບັນດາຕາແສງລຽບຕາມແມ່ນ້ຳ ຊົງມ້າ ຄື: ຈຽງເຄືອງ, ຈຽງກາງ, ເມືອງຮູງ, ຈຽງຄອງ, ນ່າງີ້ວ, ອຽນຮຶງ, ຈຽງເຊີ, ເມືອງເລິມ ເຖິງວ່າ ສະພາບການໂລກລະບາດໂຄວິດ 19 ພາຍໃນປະເທດ ແລະ ໃນໂລກ ພວມມີການຜັນແປອັນສັບສົນກໍ່ຕາມ, ແຕ່ຜະລິດຕະພັນລຳໄຍ ຊົງມ້າ ກໍ່ຍັງໄດ້ສົ່ງອອກໄປຍັງບັນດາປະເທດ ອົດສະຕາລີ, ອາເມລິກາ, ຈີນ, ອີຢູ ແລະ ລາຊະອານາຈັກອັງກິດ. ການເປີດກ້ວາງຕະຫຼາດສົ່ງອອກ ແລະ ໄດ້ຮັບການຮັບຮູ້ຈາກຕະຫຼາດບັນດາປະເທດທີ່ຮຽກຮ້ອງຄຸນນະພາບສູງ ໄດ້ສືບຕໍ່ຢັ້ງຢືນຄຸນະພາບຜະລິດຕະພັນລຳໄຍ ຊົງມ້າ.

ເພື່ອຊຸກຍູ້ການສົ່ງອອກບັນດາປະເພດສິນຄ້າຜະລິດຕະພັນກະເສດ, ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຂຶ້ນແຜນທີ່ມີຄວາມເປັນໄປໄດ້ໃຫ້ແກ່ການຈະລາຈອນສິນຄ້າ ພ້ອມທັງສົ່ງພະນັກງານລົງແນະນຳ, ຫນູນຊ່ວຍບັນດາທ້ອງຖິ່ນໃນການເກັບກູ້, ປຸງແຕ່ງ, ຮັກສາ…

ມາຮອດປະຈຸບັນ, ໝາກລຳໄຍຂອງຫວຽດນາມ ໄດ້ຕອບສະໜອງບັນດາມາດຖານຕາມການກຳນົດຂອງປະເທດທີ່ຈະສົ່ງອອກຄື: ມີຕົ້ນກຳເນີດຈະແຈ້ງ, ການຜະລິດ ແລະ ສົ່ງອອກຕາມຂັ້ນຕອນຕອບສະໜອງຄຳຮຽກຮ້ອງຕ້ອງການດ້ານຄຸນນະພາບ, ຢັ້ງຢືນສະພາບການກວດກາສຸຂະອະນາໄມພືດຕອບສະໜອງເງື່ອນໄຂນຳເຂົ້າໝາກໄມ້ສົດຂອງປະເທດນຳເຂົ້າ… ໝາຍຄວາມວ່າ ໝາກລຳໄຍສົດທີ່ສົ່ງອອກຂອງ ຫວຽດນາມ ໄດ້ຮັບການຮັບຮູ້ວ່າມີຄຸນນະພາບສູງ, ຢັ້ງຢືນເຄື່ອງໝາຍການຄ້າ “ໝາກໄມ້ ຫວຽດນາມ” ແລະ ສາມາດຂາຍຢູ່ຫຼາຍຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງໄດ້. ເລື່ອງໝາກລຳໄຍ ຫວຽດນາມ ໄດ້ສົ່ງອອກໄປຍັງຫຼາຍຕະຫຼາດສາກົນຢ່າງລຽນຕິດ ແມ່ນບໍ່ພຽງແຕ່ໄດ້ຢັ້ງຢືນຄຸນນະພາບ, ຊື່ສຽງຂອງໝາກໄມ້ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ນຳມາເຊິ່ງລາຍຮັບທີ່ສູງໃຫ້ແກ່ຊາວກະສິກອນຜູ້ປູກຕົ້ນລຳໄຍໃນທົ່ວປະເທດອີກດ້ວຍ.

ໂລກລະບາດໂຄວິດ 19 ພວມສົ່ງຜົນກະທົບຢ່າງແຮງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະ ຈຳຫນ່າຍຜະລິດຕະພັນກະເສດຢູ່ພາຍໃນ ແລະ ການສົ່ງອອກ ແຕ່ກໍ່ແມ່ນໂອກາດເພື່ອໃຫ້ທັງ ຜູ້ຜະລິດ ແລະ ວິສາຫະກິດ ຊອກຫາວິທີການສຳຜັດໃຫມ່ກັບລູກຄ້າ. ໃນໄລຍະຍາວ, ສິ່ງນີ້ກໍ່ນຳມາເຊິ່ງຄຸນຄ່າຫລາຍຢ່າງໃຫ້ແກ່ພື້ນຖານກະສິກຳ ຫວຽດນາມ. ດ້ວຍການສົມທົບຈາກບັນດກະຊວງ, ຂະແຫນງການ, ທ້ອງຖິ່ນ, ບັນດາປະເພດສິນຄ້າຜະລິດຕະພັນກະເສດຂອງຫວຽດນາມ ໄດ້ ແລະ ພວມສົ່ງເຖິງຜູ້ບໍລິໂພກພາຍໃນ ແລະ ຕ່າງປະເທດ. ນີ້ກໍ່ແມ່ນສິ່ງທີ່ພິສູດໃຫ້ເຫັນປະສິດທິດຜົນໃນການປະຕິບັດ ເປົ້າໝາຍຄວບຄູ່ ທັງປ້ອງກັນສະກັດກັ້ນໂລກລະບາດ ທັງພັດທະນາເສດຖະກິດ ຕາມການຊີ້ນຳຂອງລັດຖະບານ.

ໄຊພອນ

ເຫດການ
302 Found

Found

The document has moved here.