ລາວ-ຈີນ ຖອດຖອນບົດຮຽນກ່ຽວກັບໂຄງການກໍ່ສ້າງທາງລົດໄຟ

00:54 | 14/05/2019

ໃນວັນທີ 26 ກຸມພານີ້, ທີ່ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານໄດ້ຈັດກອງປະຊຸມການພົບປະແລກປ່ຽນຖອດຖອນບົດຮຽນກ່ຽວກັບໂຄງການກໍ່ສ້າງທາງລົດໄຟລາວຈີນ ລະຫວ່າງ ຄະນະກວດກາສູນກາງພັກ ກັບ ລັດວິສາຫະກິດລົດໄຟແຫ່ງຊາດຈີນ.

ລາວ-ຈີນ ຖອດຖອນບົດຮຽນກ່ຽວກັບໂຄງການກໍ່ສ້າງທາງລົດໄຟ

ລາວ-ຈີນ ຖອດຖອນບົດຮຽນກ່ຽວກັບໂຄງການກໍ່ສ້າງທາງລົດໄຟ

ຝ່າຍລາວນໍາໂດຍສະຫາຍ ຄໍາສຸກ ບຸນ ຍະວົງ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຫົວໜ້າຄະນະສະເພາະກິດຕິດຕາມ, ກວດກາການປະຕິບັດສັນຍາໂຄງການກໍ່ສ້າງທາງລົດໄຟລາວຈີນພ້ອມດ້ວຍຄະນະ; ຝ່າຍຈີນ ນໍາໂດຍ ສະຫາຍ ຫວັງ ຕົງ ຊຸນ ຮອງຜູ້ອໍານວຍການລັດວິສາຫະກິດລົດໄຟແຫ່ງຊາດຈີນພ້ອມດ້ວຍຄະນະ. ໃນທີ່ປະຊຸມ, ທັງສອງຝ່າຍໄດ້ລາຍງານສະພາບການກໍ່ສ້າງທາງລົດໄຟໃນຄວາມຮັບຜິດຊອບຂອງຕົນໃຫ້ກັນ ແລະ ກັນຊາບ ໂດຍສະເພາະຝ່າຍລາວ ສະຫາຍ ຄໍາສຸກ ບຸນຍະວົງ ໄດ້ລາຍງານ ໃຫ້ຊາບວ່າ: ການກໍ່ສ້າງທາງລົດໄຟລາວຈີນ ທຽບໃສ່ເດືອນຜ່ານມາ (ມັງກອນ) ມີຄວາມຄືບໜ້າໃນວຽກກໍ່ສ້າງຈາກເດືອນກ່ອນ (ທັນວາ 2018) ປະຕິບັດໄດ້ 55,69%, ມາເປັນ 59,1%; ໄດ້ມີການມອບພື້ນທີ່ ທີ່ໄກ່ເກ່ຍແລ້ວ ໃຫ້ໂຄງການເພື່ອກໍ່ສ້າງເພີ່ມໃນບາງແຂວງ ເຊັ່ນ: ແຂວງຫຼວງນຳ້ທາ ຈາກ 97,4% ມາເປັນ 98,2%; ນະຄອນຫຼວງ ວຽງຈັນ 74,5% ມາເປັນ 85,64%; ການມອບໂອນເງິນຊົດເຊີຍ ກໍປະຕິບັດໄດ້ດີຂຶ້ນສໍາເລັດ 100% ໃນງວດ 14 ແລະ ກຽມແຜນງວດທີ 5 ໃຫ້ 3 ແຂວງ ແລະ ນະຄອນຫຼວງວຽງຈັນ ຈຳນວນ 143,73 ຕື້ກີບ. ພ້ອມກັນນີ້ສະຫາຍກໍໄດ້ສະເໜີໃຫ້ໂຄງການກໍ່ສ້າງ ທາງລົດໄຟລາວຈີນ ໃຫ້ນໍາໃຊ້ໃບບິນ (ໃບເກັບເງິນອາກອນມູນຄ່າເພີ່ມ) ໃຫ້ຄົບຊຸດຕາມກົດໝາຍວ່າດ້ວຍສ່ວຍສາອາກອນກໍານົດໄວ້ໃຫ້ຖືກຕ້ອງ.

ສະຫາຍ ຫວັງ ຕົງ ຊຸນ ກໍໄດ້ລາຍງານສະພາບ ແລະ ແລກປ່ຽນບົດຮຽນກັບຄະນະຜູ້ແທນຝ່າຍລາວ; ພ້ອມທັງຕີລາຄາສູງຕໍ່ການແລກປ່ຽນຖອດຖອນບົດຮຽນຄັ້ງນີ້ ເພາະວ່າໂຄງການກໍ່ສ້າງທາງລົດໄຟລາວຈີນ ເປັນຂີດໝາຍສໍາຄັນຂອງຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຊຶ່ງເປັນໂຄງການທີ່ມີມູນຄ່າສູງຫຼາຍຕື້ຢວນ, ຕ້ອງໄດ້ດໍາເນີນການກໍ່ສ້າງໂຄງການນີ້ໃຫ້ດີ ເພື່ອສ້າງຄວາມຜາສຸກໃຫ້ປະຊາຊົນສອງຊາດ ແລະ ເຊື່ອມຈອດກັບບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ການພົບປະແລກປ່ຽນຖອດຖອນບົດຮຽນຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ຢ່າງມີບັນຍາ ກາດຟົດຟື້ນ, ເປັນບົດຮຽນອັນດີໃຫ້ແກ່ການກໍ່ສ້າງທາງລົດໄຟລາວຈີນ ຊຶ່ງໃນອະນາຄົດ ທັງສອງຝ່າຍຈະສືບຕໍ່ຮ່ວມມືໃນການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.