ກະຊວງສາທາລະນະສຸກສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ

00:54 | 14/05/2019

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳ ປີ 2018 ແລະ ວາງທິດທາງແຜນການປີ 2019 ໄດ້ຈັດຂຶ້ນໃນວັນທີ 26 ກຸມພານີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ລະນະສຸກ, ມີບັນດາຮອງລັດຖະ ມົນຕີ, ຫົວໜ້າກົມ-ຮອງກົມ, ແຂກຖືກເຊີນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ກະຊວງສາທາລະນະສຸກສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ

ກະຊວງສາທາລະນະສຸກສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ

ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ລັດຖະບານໄດ້ຖືເອົາວຽກງານສາທາລະນະສຸກເປັນວຽກງານບຸລິມະສິດໜຶ່ງໃນແຜນພັດທະນາເສດຖະກິດສົງຄົມແຫ່ງຊາດຂອງລັດຖະບານ ແລະ ໄດ້ຮັບຮອງອະນຸມັດ 10 ຕົວຊີ້ວັດໃຫ້ຂະແໜງສາທາລະນະສຸກສູ້ຊົນຈັດຕັ້ງປະຕິບັດໃຫ້ສາມາດບັນລຸໄດ້ໃນປີ 2020 ພ້ອມດຽວກັນຖືເອົາວຽກງານກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນວຽກງານສຳຄັນ ແລະ ຖືເອົາການບໍລິການປິ່ນ ປົວທີ່ມີຄຸນນະພາບ, ທົ່ວເຖິງ ແລະ ເປັນທຳເປັນວຽກງານຕົ້ນຕໍກໍ່ຄືສູ້ຊົນຈັດຕັ້ງປະຕິບັດ 10 ຕົວຊີ້ວັດໃຫ້ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າໄດ້ເຂົ້າເຖິງການບໍລິການທີ່ມີຄຸນນະພາບໄດ້ຢ່າງທົ່ວເຖິງ ແລະ ຍຸຕິທຳ, ໃນປີ 2018 ທີ່ຜ່ານມາ, ຂະ ແໜງສາທາລະນະສຸກໄດ້ຜັນ ຂະຫຍາຍ ແລະ ຈັດຕັ້ງປະ ຕິບັດແຜນພັດທະນາສາທາ ລະນະສຸກປະຈຳປີ 2018 ຕາມ 8 ແຜນງານ, 42 ແຜນງານຍ່ອຍ ແລະ 97 ໂຄງການຕາມກອບຍຸດທະສາດປະຕິຮູບສາທາລະນະສຸກໄລຍະ 2 ທີ່ສຸມໃສ່ປະຕິຮູບວຽກງານສາທາລະນະສຸກໃນ 5 ດ້ານຄື:

ໜຶ່ງ. ດ້ານຊັບພະຍາກອນມະນຸດ, ສອງ. ດ້ານບໍລິຫານຄຸ້ມຄອງ, ສາມ. ດ້ານການເງິນສາທາລະນະສຸກ, ສີ່. ດ້ານການບໍລິການສາທາລະນະສຸກ, ຫ້າ. ດ້ານຂໍ້ມູນຂ່າວສານສາທາລະນະສຸກພ້ອມທັງປະຕິບັດຫຼາຍມາດຕະການ, ນະໂຍບາຍເຮັດໃຫ້ການຈັດຕັ້ງ ປະຕິບັດ 10 ຕົວຊີ້ວັດທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ກະຊວງ ສາທາລະນະສຸກ ຈັດຕັ້ງປະຕິ ບັດ ມີຫຼາຍຕົວຊີ້ວັດໄດ້ມີຄວາມຄືບໜ້າເປັນທີ່ໜ້າພໍໃຈເຊັ່ນ: ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ, ອັດຕາສ່ວນການຕາຍຂອງແມ່, ອັດຕາການປົກຄຸມປະກັນສຸຂະພາບພ້ອມດຽວກັນກໍມີຫຼາຍຕົວຊີ້ວັດແມ່ນມີແນວໂນ້ມທີ່ຈະບໍ່ສາມາດບັນລຸໄດ້ ຖ້າພວກເຮົາຫາກບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫຼາຍກວ່າເກົ່າເປັນຕົ້ນ: ອັດຕາເດັກນ້ອຍລຸ່ມ 5 ປີທີ່ມີນ້ຳໜັກຕໍ່າກວ່າມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ, ອັດຕາການເກີດມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດ Penta 3 . ກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານ, ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປະຈຳປີ 2018 ແລະ ຜ່ານຮ່າງທິດທາງແຜນການສຳລັບປີ 2019, ປະກອບຄຳເຫັນຕໍ່ບັນຫາສິ່ງຄົງຄ້າງ, ວິທີການ, ມາດຕະການແກ້ໄຂເພື່ອບັນລຸເປົ້າໝາຍ ແລະ ຄາດໝາຍທີ່ວາງໄວ້.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.