ບັນດາການນຳພັກ, ລັດ ອາໄລຫາບັນດານັກວິລະຊົນເສຍສະຫຼະຊິວີດເພື່ອຊາດ

21:49 | 28/07/2021

ຍສໝ - ເຂົ້າຮ່ວມພິທີມີ ທ່ານປະທານປະເທດ ຫງວຽນຊວນຟຸກ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້.

ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຮຽກຮ້ອງໃຫ້ຊາວຫວຽດນາມຢູ່ເຢຍລະມັນ ໜູນຊ່ວຍອຸປະກອນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາຍໃນປະເທດເພື່ອຜ່ານ​ຜ່າ ການລະບາດຂອງ ພະຍາດ ໂຄວິດ - 19 ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຮຽກຮ້ອງໃຫ້ຊາວຫວຽດນາມຢູ່ເຢຍລະມັນ ໜູນຊ່ວຍອຸປະກອນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາຍໃນປະເທດເພື່ອຜ່ານ​ຜ່າ ການລະບາດຂອງ ພະຍາດ ໂຄວິດ - 19
ການໂຄສະນາອາຫານການກິນຫວຽດນາມ ຢູ່ອານເຊຣີ ການໂຄສະນາອາຫານການກິນຫວຽດນາມ ຢູ່ອານເຊຣີ
ບັນດາການນຳພັກ, ລັດ ອາໄລຫາບັນດານັກວິລະຊົນເສຍສະຫຼະຊິວີດເພື່ອຊາດ
ບັນດາການນຳພັກ, ລັດ ອາໄລຫາບັນດານັກວິລະຊົນເສຍສະຫຼະຊິວີດເພື່ອຊາດ. ພາບ: TTXVN

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 - 27 ກໍລະກົດ, 2021), ຕອນເຊົ້າວັນທີ 27 ກໍລະກົດ, ບັນດາການນໍາ ແລະ ອະດີດການນໍາຂອງພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີວາງພວງມາລາ, ຖະຫວາຍທູບທຽນເພື່ອອາໄລຫາບັນດານັກວິລະຊົນເສຍສະຫຼະຊິວີດເພື່ອຊາດທີ່ອະນຸສາວະລີອາໄລຫາບັນດານັກວິລະຊົນເສຍສະຫຼະຊິວີດເພື່ອຊາດ (ຖະໜົນ ບາກເຊີນ - ຮ່າໂນ້ຍ) ແລະ ເຂົ້າສຸສານເພື່ອໄວ້ອາໄລຫາປະທານໂຮ່ຈີມິນ. ເຂົ້າຮ່ວມພິທີມີ ທ່ານປະທານປະເທດ ຫງວຽນຊວນຟຸກ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້.

ບັນດາການນຳຂອງພັກ ແລະ ລັດ ໄດ້ວາງພວງມາລາເພື່ອອາໄລຫາບັນດາວິລະຊົນເສຍສະຫຼະຊິວີດເພື່ອຊາດ; ສະແດງຄວາມອາໄລຮັກຢ່າງສຸດ​ຊື້ງຕໍ່ບັນດານັກຮົບດີເດັ່ນຂອງຊາດ​ທີ່ໄດ້ຕໍ່ສູ້ຢ່າງກ້າຫານ ແລະ ເສຍສະຫຼະຊີວິດເພື່ອຊາດ, ເພື່ອທ້ອນໂຮມປະເທດຊາດ, ເອກະລາດ, ເສລີພາບຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ພວງມາລາໄດ້ຂຽນແຖວໜັງສືວ່າ "ຈົດຈໍາບຸນຄຸນຂອງບັນດາວິລະຊົນເສຍສະຫຼະຊິວີດເພື່ອຊາດໄປຕະຫຼອດການ".

ຕໍ່ຈາກນັ້ນ, ບັນດາການນຳຂອງພັກ ແລະ ລັດ ໄດ້ມາວາງພວງມາລາ ແລະ ເຂົ້າຢ້ຽມສຸສານເພື່ອໄວ້ອາໄລຫາ ປະທານ ໂຮ່ຈີມິນ. ພວງມາລາໄດ້ຂຽນແຖວໜັງສືວ່າ “ຈົດຈໍາບຸນຄຸນຂອງປະທານໂຮ່ຈີມິນ ໄປຕະຫຼອດການ”.

ໃນຕອນເຊົ້າຂອງວັນດຽວກັນ, ບັນດາຄະນະຜູ້ແທນ: ຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ; ຄະນະພັກຕໍາຫຼວດສູນກາງ - ກະຊວງຕໍາຫຼວດ; ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ; ກະຊວງແຮງງານ - ທະຫານເສຍອົງຄະແລະສັງຄົມ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດນະຄອນຮ່າໂນ້ຍ… ໄດ້ມາວາງພວງມາລາ ແລະ ອາໄລຫາບັນດາວິລະຊົນເສຍສະຫຼະຊິວີດເພື່ອຊາດທີ່ອະນຸສາວະລີອາໄລຫາບັນດາວິລະຊົນເສຍສະຫຼະຊິວີດ ແລະ ເຂົ້າຢ້ຽມສຸສານປະທານໂຮ່ຈີມິນ.

ໄຊພອນ

ເຫດການ
302 Found

Found

The document has moved here.