ຊາຍຄາຂອງຜູ້ທີ່ໂຊກຮ້າຍໃນຊີວິດ
ພວກຂ້າພະເຈົ້າມີໂອກາດ ໄປຢ້ຽມຢາມຄອບຄົວໃຫຍ່ທີ່ກຳລັງດຳລົງຊີວິດຢູ່ໃນ ບ້ານພັກຄົນສະລາ ( ເຮືອນເລກທີ 3/54/241 B ແລັກໄຈ, ເມືອງ ໂງກວ່ຽນ, ແຂວງ ຫ໋າຍຟ່ອງ) ຕອນເຊົ້າເດືອນກໍລະກົດ.
ເຮືອນພັກຄົນຊະລາ ຢູ່ຫ໋າຍຟ່ອງ.
ບ້ານພັກດັ່ງກ່າວ ມີນາງ ດັ້ງທິມິງທ້າວ ຫົວໜ້າບໍລິສັດ ຫຸ້ນສ່ວນ ບໍລິການ ຮ່ວາງວູ໋ ກໍ່ສ້າງເພື່ອຕ້ອນຮັບພາກສ່ວນທີ່ລຳບາກ-ທຸກຍາກ ເຂົ້າມາເພື່ອເບິ່ງແຍງ.
ແບ່ງປັນກັບ ນັກຂ່າວ ເທີ່ຍດ້າຍ, ທ່ານນາງ ທ໋າວ ໃຫ້ຮູ້ວ່າ: “ ພາຍຫຼັງ 8 ເດືອນສ້າງເຮືອນຫຼັງນີ້ຂື້ນມາ ໃນວັນທີ 17 ເມສາ ແມ່ນການກໍ່ສ້າງຖືວ່າສຳເລັດສົມບູນ ແລະ ນຳເຂົ້າຮັບໃຊ້ໃນການເຄື່ອນໄຫວ. ເຮືອນຫຼັງນີ້ກວ້າງປະມານ 200ຕາແມັດ, 3ຊັ້ນ ສາມາດໃຫ້ຄົນເຂົ້າຢູ່ໄດ້ປະມານ 50ຄົນ. ມາຮອດປະຈຸບັນ ເຮືອນພັກດັ່ງກ່າວຮັບເຂົ້າມາເບິ່ງແຍງປະມານ 10 ຄົນ ແລ້ວໂດຍທັງໝົດແມ່ນຜູ້ເຖົ້າ-ຄົນຊະລາ, ໃນນັ້ນມີກໍ່ຍັງມີ ເດັກນ້ອງອີກ 2 ຄົນ”.
ຜູ້ເຖົ້າ ແລະ ເດັກກຳພ້າແມ່ນຢູ່ແບບຟີຟີ ບໍ່ມີຄ່າໃຊ້ຈ່າຍຫຍັງໝົດ. ສ່ວນນັກຮຽນທຸກຍາກແມ່ນຢູ່ຟີ, ແຕ່ຄ່າອາຫານແມ່ນຈ່າຍບາງສ່ວນ. ສ່ວນໃຫຍ່ຜູ້ເຖົ້າທີ່ຢູ່ໃນເຮືອນແຫ່ງນີ້ແມ່ນມາຈາກຄອບຄົວທຸກຍາກ, ຕ້ອງໄດ້ໄປເຊົ່າເຮືອນຢູ່ ຫຼືວ່າ ນອນຊົ່ວຄາວຕາມສະຖານນີລົດໂດຍສານ, ກ້ອງຂົວ ແລະ ສະຖານນີລົດໄຟ.
ຊັ້ນ 1 ແມ່ນສຳລັບ ຜູ້ເຖົ້າຄົນຊະລາທີ່ເລ້ລ້ອນບໍ່ມີບ່ອນຢູ່ ມີສອງຫ້ອງ: ສຳລັບຍິງ-ຊາຍ ແຕ່ລະຫ້ອງແມ່ນມີ 8 ຕຽງດ່ຽວ.
ຊັ້ນ 2 ແມ່ນສຳລັບນັກຮຽນຍິງທີ່ມີສະພາບຄອບຄົວທຸກຍາກ, ເດັກກຳພ້າ. ສ່ວນຊັ້ນ 3 ແມ່ນສຳລັບນັກຮຽນຊາຍຄອບຄົວທຸກຍາກ ແລະ ເດັກກຳພ້າ.
ຫ້ອງນອນທີ່ສະດວກສະບາຍ.
ຫ້ອງອາຫານທີ່ສະອາດ.
ແຕ່ລະຫ້ອງແມ່ນຕິດຕັ້ງອຸປະກອນຄົບ: ຜ້າຮົ່ມ, ໝອນ, ຕູ້ໃສ່ເຄື່ອງ, ແອ, ໂທລະທັດ ແລະ ຫ້ອງນ້ຳ. ເຮືອນຄົວຕິດຕັ້ງຢ່າງເໝາະສົມ.
ທ່ານນາງ ທ໋າວ ໃຫ້ຮູ້ຕື່ມອີກວ່າ: ນັບຕັ້ງແຕ່ເຮືອນຫຼັງນີ້ສຳເລັດ ລາວແລະໝູ່ເພື່ອນອາສາ, ຜູ້ໃຈບຸນຕ້ອງໄດ້ຊອກຫາຜູ້ທີ່ມີສະພາບຄອບຄົວທີ່ ຫຍຸ້ງຍາກ. ໃນຂັ້ນຕອນຊອກຫາ ຄະນະຄຸ້ມຄອງເຮືອນພັກ ຕ້ອງໄດ້ໄປຢັ້ງຢືນສະພາບຄອບຄົວຂອງຜູ້ເຖົ້າຜູ້ແກ່ທັງໝົດຮຽບຮ້ອຍແລ້ວ ຈັ່ງໄດ້ພາເຂົ້າມາເບິ່ງແຍງ ແລະ ອຸບປະຖຳ. “ພາຍຫຼັງຊອກໄດ້ຜູ້ເຖົ້າ, ຄົນຊະລາ ຫຼືຜູ້ທີ່ມີສະພາບຄອບຄົວທຸກຍາກແລ້ວ ທາງຄະນະຄຸ້ມຄອງ ໄດ້ປະສານງານກັບຜູ້ໃຈບຸນ, ໂຮງໝໍ ເພື່ອພາໄປກວດສຸກຂະພາບ. ຊິ້ນເປືອງທັງໝົດໃນການກວດພະຍາດທັງໝົດແມ່ນຟີບໍ່ໄດ້ເສຍຄ່າ. ບັນດາຜູ້ເຖົ້າທີ່ນຳເພິ່ນມາຢູ່ນີ້ຫຼາຍຄົນແມ່ນ ສຸຂະພາບແຂງແຮງດີ ແຕ່ກໍ່ມີບາງຄົນກໍ່ເຈັບໄຂ້ຕະຫຼອດ. ເພື່ອຮັບປະກັນສຸຂະພາບໃຫ້ເຂົາເຈົ້າ ຄະນະຄຸ້ມຄອງເຮືອນພັກ ໄດ້ພາເພິ່ນໄປກວດພະຍາດ ແລະ ປິ່ນປົວຕະຫຼອດ”.
"ຄຳໃສນອນຫັ້ນ"
ຮ່ວມກັນແບ່ງປັນຄວາມຫວານກໍ່ຄືຂົມນຳກັນ ຮ່ວມພາເຂົ້ານຳກັນຢູ່ເຮືອນນີ້ ແຕ່ວ່າແຕ່ລະຄົນ ພັດມີຄວາມເຈັບປວດພາຍໃນທີ່ແຕກຕ່າງກັນ. ພວກເພິ່ນລ້ວນແລ້ວແຕ່ເປັນຄົນຊະລາ ຕົວຄົນດຽວ, ທຸກຍາກ ແລະ ບໍ່ມີບ່ອນເພິ່ງພາອາໄສ. ສິ່ງທີ່ຜ່ານໄປແລ້ວບໍ່ມີໃຜຢາກເລົ່າຄືນ, ຢູ່ເຮືອນພັກແຫ່ງນີ້ ຄົນຊະລາທຸກຄົນໄດ້ຮັບການເອົາໃຈໃສ່, ເບິ່ງແຍງ ດ້ວຍໃຈຈິງ. ເກີນໄປກວ່ານີ້ ລະຫວ່ງພວກເພີ່ນ ແລະ ອາສາຫະໝັກ ແມ່ນບໍ່ມີຊາຍແດນຂວາງກັ້ນລະຫວ່າງກັນ.
ພາເຂົ້າທີ່ອົບອຸ່ນ.
“ໄດ້ຮັບການອຸບປະຖຳ ເບິ່ງແຍງ ເອົາໃຈໃສແນ່ນີ້ ລຸງແມ່ນດີໃຈ ແລະ ໄວ້ວາງໃຈແລ້ວ, ດຽວນີ້ແດດບໍ່ສ່ອງໜ້າ, ຝົນຕົກກໍ່ບໍ່ໄດ້ປົບໄປໃສໝົດ ຊ້ຳບໍ່ໜຳພັດຍັງມີໝູ່, ໂອລົມແລກປ່ຽນ ຍ້ອນແນວນັ້ນລຸງດີໃຈທີ່ສຸດ. ຊີວິດດຽວນີ້ສຳລັບລຸງແລ້ວ ປຽບເໝືອນພື້ນຄອນຊີບມາໃໝ່ ແລະ ກຳລັງຢູ່ເທິງສະຫວັນຊັ້ນຟ້ານີ້ລະ, ພໍ່ເຖົ້າ ຫງວ໋ຽນຢຸຍດິ້ງ (ອາຍຸ 80 ປີ ດຳລົງຊີວິດໂດຍການລ້ອນເລ້ພະເນຈອນ ຕາມຖະໜົນ ຫງວ໋ຽນກົງຮວ່າ, ເມືອງ ເລເຈິນ) ລົມດ້ວຍຄວາມດີໃຈ.
40 ປີຜ່ານມາ ທ່ານ ຫງວ໋ຽນວັນໂຮ້ຍ ອາຍຸ 78 ປີ (ບ້ານເກີດ ຫ໋າຍເຢືອງ) ໃຊ້ຊີວິດແບບເລ້ລ້ອນຄຳ່ໃສນອນຫັ້ນ. ຍ້ອນບໍ່ມີຄອບຄົວຍາດຕິພີ່ນ້ອງ ເຮັດໃຫ້ລາວບໍ່ມີເຮືອນຢູ່. ຊີວິດບໍ່ມີຍາດພີ່ນ້ອງເຮັດໃຫ້ລາວຫຼາຍຄັ້ງກໍ່ຄິດສັ້ນ.
ມີຫຼາຍເທື່ອລາວກໍ່ມີຄວາມນ້ອຍເນື້ອຕຳໃຈ ເຫັນຄົນອື່ນມີເຮືອນໃຫ້ກັບໄປຫາ ສ່ວນຕົວເອງພັດ "ຄຳໃສນອນຫັ້ນ" ເຈັບໄຂ້ກະບໍ່ມີໃຜຮູ້. ມີຫຼາຍຄັ້ງກໍ່ຝັນຢາກມີເຮືອນຢູ່ຄືກັບຄົນອື່ນ, ລາວກົ້ມໜ້າແບ່ງປັນ.
ກາງເວັນ ພໍ່ເຖົ້າ ໂຮ້ຍ ຖີບສາມລໍ້ຊິກໂລ ແລະ ແປງລົດຫາລ້ຽງຊີບ. ຄຳ່ມາລາວໄປເຮັດວຽກເປັນຍາມຕໍ່ ໃຫ້ຮ້ານຂາຍໂທລະສັບ. ກາງຄືນ ລາວປູສາດນອນຢູ່ ແຖວສີ່ແຍກ ຖະໜົນ ໂງກວ່ຽນ. ຫຼາຍເທື່ອຝົນຕົກກະທັນຫັນ ຖ້າມືໃດສຸຂະພາບແຂງແຮງແມ່ນລາວຖີບສາມລໍ້ໄປ ຫົຼບຝົນແຖວຊາຍຄາເຮືອນໃດນື່ງ.
ແຕ່ມື້ໃດເມື່ອຍ ພໍ່ເຖົ້າໂຮ້ຍ ລາວກະນຸ່ງເສື້ອກັນຝົນບາງໆໂຕນຶ່ງ ແລະ ອີກໂຕນຶ່ງກໍ່ປົກສາມລໍ້ແລ້ວນອນໃນລໍ້ບໍ່ສົນໃຈວ່າຝົນມັນຊິຝະໃສ່ຕົນໂຕ. ຕອນທີ່ພະນັກງາານຂອງ ເຮືອນພັກແຫ່ງຄວາມຮັກ ບ້ານພັກຄົນຊະລາພໍ້ລາວ ແລະ ປຸກລະດົມໃຫ້ກຳລັງໃຈໃຫ້ເຂົ້າມາອາໄສຢູ່ທີ່ນີ້, ລາວກໍ່ຕົກລົງ. ແຕ່ເຖິງວ່າແນວໃດກໍ່ຕາມ ເຖິງວ່າຈະມີທີ່ພັກອາໄສແລ້ວ, ມີເຂົ້າກິນແຕ່ ພໍ່ເຖົ້າໂຮ້ຍ ກະຍັງບໍ່ປະວຽກທີ່ເຄີຍເຮັດແຕ່ລະມື້ຂອງລາວ.
ລາວເວົ້າວ່າ: "ໄດ້ຮັບເຂົ້າມາຢູ່ທີ່ນີ້ຂ້ອຍກໍ່ພໍໃຈແລ້ວ. ແຕ່ວ່າກໍ່ບໍ່ແມ່ນຍ້ອນແນວນັ້ນຊິຢູ່ເສີຍໆເປັນໄດ້. ເຮົາຍັງມີແຮງກະຕ້ອງດິ້ນລົງຂົນຂວາຍ".
ໃຫ້ຫຼາຍແຫ່ງໄດ້ຮັບຫຼາຍ
ແບ່ງປັນກ່ຽວກັບການສ້າງເຮືອນຫຼັງນີ້ຂື້ນມາ ນັກທຸລະກິດ ດັ້ງທິມິງທ໋າວ ໄດ້ເລົ່າສູ່ຝັງວ່າ: “ລາວໂຊກດີໄດ້ເຂົ້າຮ່ວມການເຄື່ອນໄຫວກິດຈະກຳການກຸສົນ , ແຕ່ລະເທື່ອທີ່ລາວໄດ້ໄປລາວຕ້ອງໄດ້ພົບກັບສ່ວນທີ່ໂຊກຮ້າຍໃນຊີວິດ ບໍ່ມີຄອບຄົວ, ບໍ່ມີບ່ອນເພິ່ງພາອາໄສ”.
ທ່ານນາງ ທ໋າວ ແບ່ງປັນຕື່ມວ່າ: ພາຍຫຼັງກັບມາຈາກການໄປຮ່ວມການກຸສົນ ເວລາກັບມາຮອດເຮືອນ ລາວຄິດໃນໃຈ ແລະ ມີຄວາມມຸ້ງມາດປາດຖະໜາວ່າ ຢາກຈະສ້າງເຮືອນພັກເພື່ອແບ່ງປັນຄວາມທຸກຍາກ, ໃຫ້ແກ່ຜູ້ທີ່ຖານະຫຍຸ້ງຍາກໂຊກຮ້າຍ. “ ເຮັດແນວໃດ ເຮືອນພັກດັ່ງກ່າວນີ້ຕ້ອງຢູ່ໄດ້ທັງ ຜູ້ເລ້ລ້ອນ, ຜູ່ຂາດບ່ອນເພິ່ງພາອາໄສ, ເດັກນ້ອຍກຳພາ ເພື່ອແບ່ງປັນຄວາມລຳບາກຂອງພວກເຂົາ ທີ່ຄຳໃສນອນຫັ້ນ, ແບ່ງປັນຄວາມອົບອຸ່ນໃນຄືນອັດໜາວຮອດກະດູກ.
ພະນັກງານອາສາເບິ່ງແຍງພໍ່ເຖົ້າ.
ປະຈຸບັນ ບັນດາພໍ່ເຖົ້າແມ່ເຖົ້າ ທີ່ອາໄສຢູ່ທີ່ເຮືອນພັກຄົນຊະລາແຫ່ງນີ້ ໄດ້ຮັບການເບິ່ງແຍງ, ເອົາໃຈໃສ່ຈາກຄະນະຄຸ້ມຄອງເຮືອນພັກແຫ່ງຮັກນີ້ ແລະ ມີອາສາສະໝັກອີກປະມານ 20 ຄົນ ທີ່ກຽມພ້ອມຈະຊ່ວຍເຫຼືອ. ເຖິງວ່າຍັງມີຫຼາຍສິ່ງຫຼາຍຢ່າງຍັງບໍ່ທັນໄດ້ສົມບູນ ແລະ ພົບຄວາມຫຍຸ້ງຍາກຫຼາຍປະການ. ແຕ່ປະຈຸບັນຊີວິດການເປັນຢູ່ຂອງ ຜູ້ທີ່ໂຊກຮ້າຍໃນສັງຄົມນັ້ນໄດ້ ດີຂື້ນເທື່ອລະກ້າວ, ພວກເຂົາມີໝູ່ເພື່ອທີ່ກຽມພ້ອມທີ່ຈະແບ່ງປັນຄວາມຮັກຄວາມອົບອຸ່ນກັບພວກເຂົາຢູ່ຕະຫຼອດເວລາ.
ພໍ່ເຖົ້ານັ່ງພັກຜ່ອນພາຍຫຼັງກິນອາຫານແລ້ວ.
ບໍ່ແມ່ນວ່າໃຜກໍ່ໂຊກດີ ມີຊາຍຄາເພື່ອກັບມາຫຼັງຈາກການເຮັດວຽກງານທີ່ລຳບາກ. ນອກນີ້ ຍັງມີອີກຫຼາຍຄົນທີຕ້ອງດຳລົງຊີວິດ ແບບມີຟ້າເປັນມຸ້ງ ມີພື້ນດິນເປັນສາດ , ບໍ່ມີຍາດຕິພີ່ນ້ອງ, ບໍ່ມີບ່ອນເພິ່ງພາອາໄສ. ເຮືອນພັກແຫ່ງຄວາມຮັກອັນນີ້ ອາດຈະບໍ່ສາມາດຊ່ວຍໄດ້ໝົດທຸກຄົນທີ່ໂຊກຮ້າຍ, ລຳບາກໃນຊີວິດ ແຕ່ວ່າມັນເປັນແປວທຽນນ້ອຍໆແຫ່ງນ້ຳໃຈເມຕາກະລຸນາ, ເຊື່ອມຕໍ່ຄວາມຮັກ ລະຫວ່າງຄົນກັບຄົນໃນສັງຄົມ. ແລະ ກໍ່ເປັນຕົວຢັ້ງຢືນວ່າໂລກໃບນີ້ກໍ່ຍັງມີສິ່ງທີ່ສວຍງາມຢູ່.
(ຫັດທະບູນ)