ນັກຮຽນຫວຽດນາມ ເຂົ້າຮ່ວມການແຂ່ງຂັນໂອລີມປິກຄະນິດສາດສາກົນທັງ 6 ຄົນ ລ້ວນແຕ່ຍາດໄດ້ຫຼຽນ

11:32 | 25/07/2021

ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການແຂ່ງຂັນໂອລີມປິກຄະນິດສາດສາກົນ ຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 3 ຫຼຽນທອງ, ຢືນອັນດັບທີ 14 ໃນກວ່າ 100 ປະເທດ ແລະເຂດແຄ້ວນ.

ມີຜູ້ມີສິດເລືອກຕັ້ງທັງໝົດ 4.800 ຄົນ ຢູ່ 6 ຕາແສງ ຢູ່ເມືອງ ນາມຢາງ ໄປປ່ອນບັດເລືອກຕັ້ງ ກ່ອນເວລາກຳນົດ ມີຜູ້ມີສິດເລືອກຕັ້ງທັງໝົດ 4.800 ຄົນ ຢູ່ 6 ຕາແສງ ຢູ່ເມືອງ ນາມຢາງ ໄປປ່ອນບັດເລືອກຕັ້ງ ກ່ອນເວລາກຳນົດ
27 ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ 27 ເມສາ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ75 ຄົນ, ນອນໃນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ
ນັກຮຽນຫວຽດນາມ ເຂົ້າຮ່ວມການແຂ່ງຂັນໂອລີມປິກຄະນິດສາດສາກົນທັງ 6 ຄົນ ລ້ວນແຕ່ຍາດໄດ້ຫຼຽນ
ນັກຮຽນຫວຽດນາມທັງ 6 ຄົນ ເຂົ້າຮ່ວມການແຂ່ງຂັນໂອລີມປິກຄະນິດສາດສາກົນປີ 2021 ລ້ວນແຕ່ຍາດໄດ້ຫຼຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມຜົນການແຂ່ງຂັນໂອລີມປິກຄະນິດສາດສາກົນ ຄັ້ງທີ 62 (IMO) ທີ່ປະກາດໃນຕອນຄໍ່າວັນທີ 23 ກໍລະກົດ, ນ້ອງ ໂດ້ແບ໊ກຄວາ, ນັກຮຽນຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ-Amsterdam (ຮ່າໂນ້ຍ), ແມ່ນນັກຮຽນໜຶ່ງດຽວຂອງຄະນະຫວຽດນາມ ຍາດໄດ້ຫຼຽນຄໍາ. ນ້ອງ ໂດ້ແບ໊ກຄວາ ໄດ້ຮັບ 35/42 ຄະແນນ, ນອນໃນທອັບ 10 ຄົນທີ່ມີຜົນງານດີທີ່ສຸດຂອງການແຂ່ງຂັນ. ດ້ວຍຜົນງານນີ້, ຄະນະຫວຽດນາມ ຖືກຈັດອັນດັບທີ 14 ໃນຈໍານວນ 107 ປະເທດ ແລະເຂດແຄ້ວນເຂົ້າຮ່ວມການແຂ່ງຂັນໂອລີມປິກຄະນິດສາດສາກົນ ຄັ້ງທີ 62, ເພີ່ມຂຶ້ນ 3 ຂັ້ນເມື່ອທຽບໃສ່ປີ 2020. ຫວຽດນາມ ກໍ່ແມ່ນປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ຖືກຈັດອັນດັບສູງສຸດໃນການແຂ່ງຂັນປີນີ້.

ການແຂ່ງຂັນໂອລີມປິກຄະນິດສາດສາກົນປີ 2021 ໂດຍສະຫະພັນລັດເຊຍ ເປັນເຈົ້າພາບຈັດຕັ້ງໄດ້ດໍາເນີນໃນລະຫວ່າງວັນທີ 19-20 ກໍລະກົດ 2021 ຜ່ານລະບົບທາງໄກ.

la.qdnd.vn

ເຫດການ
302 Found

Found

The document has moved here.