ຫວຽດ​ນາມ ເປັນ​ເຈົ​້າ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ

10:08 | 15/07/2021

ວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ອົງການພັດທະນາ ສປຊ (UNDP) ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບການສ້າງບົດລາຍງານກາງສະໄໝ ກ່ຽວກັບຄວາມສະໝັກໃຈປະຕິບັດບັນດາຂໍ້ສະເໜີແນະຂອງກົນໄກສຳຫຼວດກວດກາປະຈຳໄລຍະ ກ່ຽວກັບສິດທິມະນຸດ ( UPR) ອາຍຸການ ທີ III ຂອງ ສະພາສິດທິມະນຸດ ສປຊ.

ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​​ລັ​ກ​ຂາ​ການ​ລົງ​ທຶນ ຫວຽດ​ນ​າມ - EU ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາ ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​​ລັ​ກ​ຂາ​ການ​ລົງ​ທຶນ ຫວຽດ​ນ​າມ - EU ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາ
ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ກອງປະຊຸມສຳມະນາ ຖືກດຳເນີນໃນວັນທີ 14 ກໍລະກົດ ຢູ່ຮ່າໂນ້ຍ (ພາບ: baoquocte.vn)
ກອງປະຊຸມສຳມະນາ ຖືກດຳເນີນໃນວັນທີ 14 ກໍລະກົດ ຢູ່ຮ່າໂນ້ຍ (ພາບ: baoquocte.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຫຼັກການຍຸຕິທຳ, ໂປ່ງໃສ, ບໍ່ຈຳແນກການປະພຶດ, ສົນທະນາຢ່າງແທ້ຈິງ ແລະຮ່ວມມືກັນຢ່າງມີປະສິດທິຜົນໃນຂົງເຂດສິດທິມະນຸດ. ຫວຽດນາມ ຖືເປັນສຳຄັນ, ເຂົ້າຮ່ວມຢ່າງຄົບຖ້ວນ ແລະ ຍາມໃດກໍເອົາໃຈໃສ່ເຖິງວິວັດທະນາການ UPR ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງວ່າ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ວຽກງານຂອງ ສະພາສິດທິມະນຸດ ແລະ ພວມສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025.

ກ່ຽວກັບ ສປຊ, ທ່ານ Kamal Malhotra, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໄດ້ຕີລາຄາວ່າ ຫວຽດນາມ ໄດ້ເປັນເຈົ້າການໃນການຮັບມືກັບບັນດາສິ່ງທ້າທາຍໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ພ້ອມແລ້ວທີ່ຈະຮັບຮອງ ແລະ ມີການກະທຳຜັນຂະຫຍາຍບັນດາຂໍ້ສະເໜີແນະໃນບັນດາຂົງເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.