ວັນພົນລະເມືອງໂລກທີ 11 ກໍລະກົດ: ຫວຽດນາມ ຮັບປະກັນບັນດາການບໍລິການໃຫ້ຄຳປຶກສາ, ເບິ່ງແຍງດູແລສຸຂະພາບຈະເລີນພັນໃນສະພາບເກີດໂລກລະບາດ

17:14 | 11/07/2021

ວຽກງານເບິ່ງແຍງດູແລສຸຂະພາບການຮ່ວມເພດ ແລະ ສຸຂະພາບຈະເລີນພັນ, ການວາງແຜນຄອບຄົວຢູ່ຫວຽດນາມ ຍັງໄດ້ຮັບການຮັກສາຢູ່ສະເໝີ.

ປີ 2021,  ຂອບຂະໜາດເສດຖະກິດຂອງຫວຽດນາມ​ອາດບັນລຸ 500 ຕື້ USD ປີ 2021, ຂອບຂະໜາດເສດຖະກິດຂອງຫວຽດນາມ​ອາດບັນລຸ 500 ຕື້ USD
ການໂອ້ລົມສົນທະນາຜູ້ນຳໜຸ່ມ ອົດສະຕາລີ - ຫວຽດນາມ 2021 ການໂອ້ລົມສົນທະນາຜູ້ນຳໜຸ່ມ ອົດສະຕາລີ - ຫວຽດນາມ 2021
ວຽກງານເບິ່ງແຍງດູແລສຸຂະພາບການຮ່ວມເພດ ແລະ ສຸຂະພາບຈະເລີນພັນຢູ່ຫວຽດນາມ ໄດ້ຮັບການຮັກສາ (ພາບ: TTXVN)
ວຽກງານເບິ່ງແຍງດູແລສຸຂະພາບການຮ່ວມເພດ ແລະ ສຸຂະພາບຈະເລີນພັນຢູ່ຫວຽດນາມ ໄດ້ຮັບການຮັກສາ (ພາບ: TTXVN)

ຕາມກອງທຶນປະຊາກອນ (UNFPA), ໂລກລະບາດໂຄວິດ-19 ໄດ້ ແລະ ພວມມີການຜັນແປຢ່າງຮ້າຍແຮງໃນທົ່ວໂລກ, ເຮັດໃຫ້ລະບົບເບິ່ງແຍງດູແລສຸຂະພາບປະຊາກອນຢູ່ຫຼາຍປະເທດຖືຢຸດສະງັກ, ໂດຍສະເພາະແມ່ນໃນຂົງເຂດເບິ່ງແຍງດູແລສຸຂະພາບການຮ່ວມເພດ ແລະ ສຸຂະພາບຈະເລີນພັນ.

ຢູ່ຫວຽດນາມ, ຕາມທ່ານຫົວໜ້າກົມສື່ສານ-ສຶກສາ, ກົມໃຫຍ່ປະຊາກອນ - ການວາງແຜນຄອບຄົວ (ກະຊວງສາທາລະນະສຸກຫວຽດນາມ) ດິງຮຸຍເຈືອງ ແລ້ວ, ໃນສະພາບການທີ່ໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນນັ້ນ, ເຖິງວ່າຕ້ອງສຸມແຫຼ່ງກຳລັງໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ກະຊວງສາມາລະນະສຸກ ຍັງມີແຜນນະໂຍບາຍຮັບປະກັນບັນດາການບໍລິການໃຫ້ຄຳປຶກສາ, ເບິ່ງແຍງດູແລສຸດຂະພາບຈະເລີນພັນ… ໃຫ້ແກ່ປະຊາຊົນເພື່ອບໍ່ຖືກຕັດຕອນ. ຄຽງຂ້າງນັ້ນ, ເລື່ອງຍູ້ແຮງບັນດາຮູບແບບໂຄສະນາສື່ສານທີ່ທັນສະໄໝຜ່ານສື່ສັງຄົມອອນລາຍ, ຢູ່ຫຼາຍທ້ອງຖິ່ນ ເພື່ອໂຄສະນາ, ໃຫ້ຄຳປຶກສາໃຫ້ແກ່ປະຊາຊົນ… ຍ້ອນເຫດນັ້ນ, ວຽກງານເບິ່ງແຍງດູແລສຸຂະພາບການຮ່ວມເພດ ແລະ ສຸຂະພາບຈະເລີນພັນ, ການວາງແຜນຄອບຄົວຢູ່ຫວຽດນາມ ຍັງໄດ້ຮັບການຮັກສາຢູ່ສະເໝີ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.