ອົງການ, ສ່ວນບຸກຄົນຍີ່ປຸ່ນອຸປະຖຳເງິນສະໜັບສະໜູນກອງທຶນວັກຊິນກັນໂຄວິດ - 19

14:47 | 07/07/2021

ຍ​ສ​ໝ - ວັນ​ທີ 6 ກໍ​ລະ​ກົດ, ສະ​ຖານ​ທູດຫວຽດ​ນາມປະ​ຈຳຍີ່​ປຸ່ນໄດ້​ຈັດ​​ພິ​ທີມອບ​ຮັບເງິນ​ກ່​ວາ 1,3 ຕື້ດົ່ງຈາກບັນ​ດາ​ວິ​ສາ​ຫະ​ກິດ, ບໍ​ລິ​ສັດ​ຍີ່​ປຸ່ນທີ່​ມີ​ນັກ​ຝຶກ​ງານຫວຽດ​ນາມພວມ​ເຮັດ​ວຽກແລະບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ຊາວ​ຫວຽດ​ນາມພວມ​ເຮັດ​ວຽກ​ຢູ່ຍີ່​ປຸ່ນທີ່​ໃຫ້ການສະ​ໜັບ​ສະ​ໜູນກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງຫວຽດ​ນາມ.

ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແຂວງ​ດົ່ງ​ທາບ: ຕັ້ງ​ໜ້າ​ສະ​ກັດ​ກັ້ນ​ການ​ຄ້າ​ເຖື່ອນ, ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.
ອົງການ ອະນາ​ໄມ​ໂລກ ຮັບຮູ້ ຫວຽດນາມ ​ແກ້​ໄຂ​​ໂລກພະຍາດ Covid – 19 ​ໄດ້​ດີຫຼາຍ ອົງການ ອະນາ​ໄມ​ໂລກ ຮັບຮູ້ ຫວຽດນາມ ​ແກ້​ໄຂ​​ໂລກພະຍາດ Covid – 19 ​ໄດ້​ດີຫຼາຍ
ອົງການ, ສ່ວນບຸກຄົນຍີ່ປຸ່ນອຸປະຖຳເງິນສະໜັບສະໜູນກອງທຶນວັກຊິນກັນໂຄວິດ - 19
ພາບ​ປະ​ກອບ: TTXVN

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຕ້ອນ​ຮັບ, ທ່ານຫວູ​ຮົ່ງ​ນາມ ເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມປະ​ຈຳຍີ່​ປຸ່ນໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ບໍ​ລິ​ສັດ​ຍີ່​ປຸ່ນແລະບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ຊາວ​ຫວຽດ​ນາມທີ່​ພວມ​ເຮັດ​ວຽກ​ຢູ່​ຍີ່​ປຸ່ນທີ່​ສະ​ຫງວນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງຫວຽດ​ນາມ, ຂອບ​ອົ​ກ​ຂອບ​ໃຈ​ການ​ໜູນ​ຊ່ວຍ​ຊອງ​ບັນ​ດາ​ວິ​ສາ​ຫະ​ກິດ, ບໍ​ລິ​ສັດ​ຍີ່​ປຸ່ນ​ທີ່​ສະ​ຫງວນໃຫ້​ແກ່​ນັກ​ຝຶ​ກ​ງານ​ຫວຽດ​ນາມໃນ​ໄລ​ຍະ​ເກີ​ດ​ໂລກ​ລະ​ບາດ​ໂຄວິດ - 19 ເຖິງວ່າ​ວິ​ສາ​ຫະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງກໍຕາມ.

ຜູ້​ຕ​າງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ, ບໍ​ລິ​ສັດທີ່​ພວມ​ຮັບ​ນັກ​ຝຶກ​ງານ​ຫວຽດ​ນາມໄດ້​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນຫວຽດ​ນາມໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ພ້ອມ​ທັງມີ​ຄວາມ​ປາດ​ຖະ​ໜາ​ວ່າຈຳ​ນວນ​ເງິນ​ສະ​ໜັບ​ສະ​ໜູນນີ້​ຈະ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19, ຫວັງ​ວ່າຫວຽດ​ນາມແລະຍີ່​ປຸ່ນຈະ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວເພື່ອ​ສືບ​ຕໍ່​ຕ້ອນ​ຮັບ​ນັກ​ຝຶກ​ງານຫວຽດ​ນາມໄປ​ຍັງ​ຍີ່​ປຸ່ນເຮັດ​ວຽກ.

ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ທີ 13 ມິ​ຖຸ​ນາ, ສະ​ຖານ​ທູດຫວຽດ​ນາມປະ​ຈຳຍີ່​ປຸ່ນໄດ້​ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ບັ້ນ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງຫວຽດ​ນາມຊຶ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດອົກສຸດ​ໃຈ​ຈາກຫຼາຍ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ຍີ່​ປຸ່ນແລະພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມທີ່ພວມ​ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດນີ້ິ້​ເປັນ​ຈຳ​ນວນຫຼາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.