ກຽມ​ໄຂ​ບັ້ນ​ສຳ​ຫຼວດ​ສະຖິຕິ​ກະສິກຳ​ທົ່ວ​ປະເທດ ຄັ້ງ​ທີ 3

13:32 | 06/05/2019

ອາທິດແລ້ວ, ກອງ​ປະຊຸມ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ຂອງ​ການ​ສຳ​ຫຼວດ​ສະຖິຕິ​ກະສິກຳ​ທົ່ວ​ປະເທດ ຄັ້ງ​ທີ III ປີ 2019 ຈັດ​ຂຶ້ນ​ຢູ່​ກະຊວງ​ການ​ເງິນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ເງິນ ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ການ​ສຳ​ຫຼວດ​ສະຖິຕິ​ກະສິກຳ​ທົ່ວ​ປະເທດ ຄັ້ງ​ທີ III ປີ 2019 ມີ​ບັນດາ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ເຂົ້າ​ຮ່ວມ.

ກຽມ​ໄຂ​ບັ້ນ​ສຳ​ຫຼວດ​ສະຖິຕິ​ກະສິກຳ​ທົ່ວ​ປະເທດ ຄັ້ງ​ທີ 3

ກຽມ​ໄຂ​ບັ້ນ​ສຳ​ຫຼວດ​ສະຖິຕິ​ກະສິກຳ​ທົ່ວ​ປະເທດ ຄັ້ງ​ທີ 3.

ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ປຶກສາ​ຫາລື​ກັນ 3 ບັນຫາ​ໃຫຍ່​ຄື: ແຜນ​ດຳເນີນ​ງານ​ການຈັດຕັ້ງ​ປະຕິບັດ​ສຳ​ຫຼວດ ເນື້ອ​ໃນ ແລະ ບາດກ້າວ​ດຳເນີນ​ການ​ສຳ​ຫຼວດ ງົບປະມານ​ທີ່​ຈະ​ນຳ​ໃຊ້​ໃນ​ການ​ສຳ​ຫຼວດ ຄະນະ​ຊີ້​ນຳ​ລະດັບ​ຊາດ​ການ​ສຳ​ຫຼວດ​ສະຖິຕິ​ກະສິກຳ​ທົ່ວ​ປະເທດ​ໄດ້​ຖືກ​ແຕ່ງຕັ້ງ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ວັນ​ທີ 1 ທັນວາ 2017 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ສຳ​ຫຼວດ​ສະຖິຕິ​ກະສິກຳ​ທົ່ວ​ປະເທດ ຄັ້ງ​ທີ III ປີ 2019 ການ​ສຳ​ຫຼວດ​ນີ້​ແມ່ນ​ໄດ້​ກຳນົດ​ຢູ່​ໃນ​ກົດໝາຍ​ວ່າ​ດ້ວຍ​ສະຖິຕິ (ສະບັບ​ປັບປຸງ) ແລະ ຍຸດ​ທະ​ສາດ​ການ​ພັດທະນາ​ລະບົບ​ສະຖິຕິ​ແຫ່ງ​ຊາດ 2016-2025 ແລະ ວິໄສ​ທັດ 2030 ແລະ ຜົນ​ການ​ສຳ​ຫຼວດ​ໃນ​ຄັ້ງ​ນີ້​ຍັງ​ຈະ​ນຳ​ໃຊ້ ເພື່ອ​ເປັນ​ການ​ຕິດຕາມ​ປະ​ເມີນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຄັ້ງ​ທີ VIII ແລະ ການ​ກະກຽມ​ສ້າງ​ແຜນ 5 ປີ ຄັ້ງ​ທີ IX ເພາະ​ມັນ​ສະໜອງ​ຂໍ້​ມູນ​ພື້ນຖານ​ກ່ຽວ​ກັບ​ການ​ຜະລິດ​ກະສິກຳ ການ​ຄ້ຳປະກັນ​ສະບຽງ​ອາຫານ ການ​ນຳ​ໃຊ້​ດິນ ແຮງ​ງານ ແລະ ສິ່ງແວດລ້ອມ.

ຍ້ອນ​ການ​ສຳ​ຫຼວດ​ຄັ້ງ​ນີ້ ເປັນ​ການ​ສຳ​ຫຼວດ​ໃຫຍ່​ເຊັ່ນ​ດຽວ​ກັບ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ ຄາດ​ວ່າ​ຈະ​ໃຊ້​ເວລາ​ດຳເນີນ​ງານ 3 ປີ (ລວມ​ທັງ​ໄລຍະ​ກະກຽມ​ການ​ລາຍ​ງານ) ແຕ່​ປີ 2018-2020 ເຊິ່ງ​ສູນ​ສະຖິຕິ​ແຫ່ງ​ຊາດ ຈະ​ຮ່ວມ​ກັບ​ບັນດາ​ກະຊວງ​ກ່ຽວຂ້ອງ ໂດຍ​ສະເພາະ ກະຊວງ​ກະສິກຳ ແລະ ປ່າໄມ້ ເປັນ​ເຈົ້າ​ການ​ໃນ​ການຈັດຕັ້ງ​ປະຕິບັດ.

ວັນ​ດຽວ​ກັນ​ນີ້ ກໍ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ການ​ສຳ​ຫຼວດ​ເສດຖະກິດ​ທົ່ວ​ປະເທດ ຄັ້ງ​ທີ III ໂດຍ​ເປັນ​ປະທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ເງິນ ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ການ​ສຳ​ຫຼວດ​ສະຖິຕິ​ເສດຖະກິດ​ທົ່ວ​ປະເທດ ຄັ້ງ​ທີ III ມີ​ບັນດາ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ການ​ສຳ​ຫຼວດ​ເສດຖະກິດ​ເຂົ້າ​ຮ່ວມ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ