ເອກອັກຄະລັດຖະທູດຫວຽດນາມ ຊຸກຍູ້ການຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີຢູ່ບຣາຊິນ

15:19 | 21/08/2026

ຍສໝ - ການພົບປະລະຫວ່າງຜູ້ຕາງໜ້າຫວຽດນາມ ແລະ ຄູ່ຮ່ວມມືດ້ານເຕັກໂນໂລຊີ CEITEC ຢູ່ບຣາຊິນ ໄດ້ເປີດໂອກາດໃຫ້ມີການແລກປ່ຽນດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ປະກອບສ່ວນຊອກຫາທິດທາງການຮ່ວມມືໃໝ່ໆ ລະຫວ່າງສອງປະເທດ.

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຣາຊິນ ໃນຂົງເຂດກະສິກຳ, ພະລັງງານຊີວະພາບ, ແລະ logistics ດາບປະທັບຂອງປະທານ ໂຮ່ຈີມິນ ໃນສາຍພົວພັນມິດຕະພາບ ຫວຽດນາມ – ບຣາຊິນ
ເອກອັກຄະລັດຖະທູດຫວຽດນາມ ຊຸກຍູ້ການຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີຢູ່ບຣາຊິນ
ທ່ານ ບຸ່ຍ ວັນ ຫງີ້, ເອກອັກຄະລັດຖະທູດຫວຽດນາມປະຈຳບຣາຊິນ ໄດ້ເດີນທາງໄປປະຕິບັດວຽກຢູ່ນະຄອນ Porto Alegre, ລັດ Rio Grande do Sul, ເພື່ອຂະຫຍາຍການຮ່ວມມືໃນບັນດາຂົງເຂດເຊັ່ນ ເຕັກໂນໂລຊີສານເຄິ່ງຕົວນຳ, ປັນຍາປະດິດ, ການຫັນປ່ຽນສູ່ດິຈິຕອນ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ. ຄະນະຜູ້ແທນໄດ້ເຮັດວຽກກັບອົງການທີ່ຮັບຜິດຊອບດ້ານການພັດທະນາເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີຂອງລັດ; ຢ້ຽມຢາມບັນດາສະຖາບັນຄົ້ນຄວ້າ, ວິສາຫະກິດ ແລະ ມະຫາວິທະຍາໄລ, ໃນນັ້ນມີ CEITEC, Instituto Caldeira ແລະ ມະຫາວິທະຍາໄລລັດຖະບານກາງ Rio Grande do Sul. ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຄົ້ນຄວ້າຮ່ວມກັນ, ການຝຶກອົບຮົມວິສະວະກອນ, ການແລກປ່ຽນຊ່ຽວຊານ, ການເຊື່ອມຕໍ່ບັນດາວິສາຫະກິດເຕັກໂນໂລຊີ ແລະ ການຮ່ວມມືດ້ານການສຶກສາ. ສະຖານທູດຫວຽດນາມຍັງໄດ້ປະສານສົມທົບຈັດເວທີປາໄສຫວຽດນາມ - ອາເມລິກາລາຕິນ ກ່ຽວກັບນະວັດຕະກຳ ແລະ ການຫັນປ່ຽນສູ່ດິຈິຕອນ.
ການພົວພັນລະຫວ່າງຫວຽດນາມ - ບຣາຊິນ: ສະໜິດສະໜົມ ແລະ ທາດແທ້ຈາກພື້ນຖານປະຊາຊົນ ການພົວພັນລະຫວ່າງຫວຽດນາມ - ບຣາຊິນ: ສະໜິດສະໜົມ ແລະ ທາດແທ້ຈາກພື້ນຖານປະຊາຊົນ
ຍສໝ - ກອງ​ປະຊຸມ​ໃຫຍ່​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດຕັ້ງ​​ພາຍຫຼັງ​ທ່ານ​ນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າ​ມມິ​ງ​ຈິງ ​ໄປ​ຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດບັນດາປະເທດທີ່ກຳລັງເຕີບໂຕ BRICS ​ແຕ່​ວັນ​ທີ 4-8 ກໍລະກົດ. ນີ້​ແມ່ນ​ເຫດການ​ສຳຄັນ, ສືບທອດບັນດາຂີດໝາຍ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ: ຫວຽດນາມ - ບຣາຊິນ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (ເດືອນພະຈິກ 2024); ບຣາຊິນ ໄດ້ຮັບຮູ້ຫວຽດນາມ ເປັນພື້ນຖານເສດຖະກິດຕະຫຼາດ ແລະ ການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານປະທານາທິບໍດີ Lula da Silva (ເດືອນມີນາ 2025).
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.
ຍສໝ -​ ວັນ​ທີ 15 ກໍລະກົດ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ​ອາຍຸການ​ 2025-2030. ທ່ານ ຫງວຽນ​ຮ່ວາງຮ້ຽບ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ອາຍຸການ​ໃໝ່.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ